ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ໄດ້ຮັບຫລຽນກຽດຕິຄຸນ ຈາກລັດຖະບານຍີ່ປຸ່ນ

Nov 6, 2024

ວັນທີ 3 ພະຈິກ 2024 ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ປະກາດລາຍຊື່ ຜູ້ທີ່ໄດ້ຮັບຫລຽນກຽດຕິຄຸນ ສຳລັບຄົນຕ່າງປະເທດ ປະຈຳລະດູໃບໄມ້ຫລົ່ນ ປີ 2024. ໃນນັ້ນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະ ມາຄົມມິດຕະພາບ ລາວ-ຍີ່ປຸ່ນ ກໍໄດ້ຮັບຫລຽນກຽດຕິຄຸນອາທິດອຸໄທ, ດາວຄຳ ແລະ ດາວເງິນ (ຊັ້ນ 2) ເຊິ່ງທ່ານໄດ້ມີຜົນງານໃນການປະກອບສ່ວນ ຮັດແໜ້ນສາຍພົວ ພັນ ລະຫວ່າງ ຍີ່ປຸ່ນ-ລາວ ໃນຂົງເຂດການສຶກສາ ແລະ ກິລາ.
ໃນເວລາທີ່ ທ່ານ ພຸດ ສິມມາລາວົງ ດຳລົງຕຳແໜ່ງເປັນຄະນະບໍດີ ແລະ ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ, ທ່ານໄດ້ຊ່ວຍເຫລືອທາງດ້ານທີ່ປຶກສາຕ່າງໆ ທີ່ກ່ຽວ ຂ້ອງກັບການຄົ້ນຄວ້າ ແລະ ວິໄຈ ຂອງບັນດານັກຄົ້ນຄວ້າຄົນຍີ່ປຸ່ນ ທີ່ປະຈຳຢູ່ຄະນະດຽວກັນ, ທັງໄດ້ສະໜັບສະໜູນນັກຄົ້ນຄວ້າຍີ່ປຸ່ນ ຢ່າງອຸທິດຕົນ ແລະ ເປັນການປະກອບສ່ວນອັນໃຫຍ່ຫລວງຕໍ່ກັບການກໍ່ສ້າງນັກຄົ້ນຄວ້າກ່ຽວກັບປະເທດລາວ ທີ່ເປັນຄົນຍີ່ປຸ່ນ ແລະ ການແລກປ່ຽນທາງວິຊາການ ລະ ຫວ່າງ ຍີ່ປຸ່ນ-ລາວ.
ນັບແຕ່ ປີ 2019 ຫາ ປີ 2021, ໃນຖານະຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານການປະສານງານຢ່າງໃກ້ຊິດ ຮ່ວມກັບອົງການຮ່ວມມືສາກົນຍີ່ ປຸ່ນ(JICA), ທ່ານໄດ້ປະຕິບັດວຽກງານເພື່ອປັບປຸງຄຸນນະພາບຂອງຄູ ໂດຍຜ່ານໂຄງ ການຊ່ວຍເຫລືອລ້າ “ໂຄງການປັບປຸງວິທະຍາໄລຄູ” ແລະ ໂດຍຜ່ານການຮ່ວມມືທາງດ້ານວິຊາການ ເພື່ອປັບປຸງປື້ມແບບຮຽນຄະນິດສາດໃນການສຶກສາຂັ້ນປະຖົມ ພາຍ ໃຕ້ໂຄງການປັບປຸງການຮຽນການສອນຄະນິດສາດຊັ້ນປະຖົມສຶກສາ (iTEAM) ຈົນປາ ກົດຜົນເປັນຈິງ. ນອກນັ້ນ, ທ່ານຍັງໄດ້ເອົາໃຈໃສ່ຕໍ່ວຽກງານນຳສົ່ງພະນັກງານລັດຖະກອນລາ ວໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ໂດຍຜ່ານໂຄງການຊ່ວຍເຫລືອລ້າຂອງລັດຖະບານຍີ່ປຸ່ນ ດ້ານທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ (JDS) ແລະ ອື່ນໆ, ນັບແຕ່ດຳລົງຕຳແໜ່ງມາຮອດປັດຈຸບັນ, ໄດ້ມີນັກສຶກສາລະດັບປະລິຍາໂທ ຈຳນວນ 128 ທ່ານ, ລະດັບປະລິນຍາເອກ 33 ທ່ານ ໄດ້ຮັບການນຳສົ່ງ ເພື່ອສຶກ ສາຕໍ່ທີ່ປະເທດຍີ່ປຸ່ນ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ໃນການສ້າງຄວາມເຂັ້ມແຂງດ້ານການສຶກສາພາສາຍີ່ປຸ່ນ ໃນປະເທດລາວ ເຊິ່ງມາຮອດ ປີ 2021, ຈຳນວນຜູ້ຮຽນພາສາຍີ່ປຸ່ນ ໄດ້ເພີ່ມຂຶ້ນປະມານ 3 ເທື່ອ (ຈາກ 1.046 ຄົນ ເປັນ 3.118 ຄົນ) ເມື່ອທຽບໃສ່ ປີ 2015.
ໃນຖານະລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ນັບແຕ່ປີ 2021 ຮອດປັດຈຸບັນ, ທ່ານໄດ້ປະຕິບັດໜ້າທີ່ ຮ່ວມກັບລັດຖະບານຍີ່ປຸ່ນ ແລະ ອົງການຈັດຕັ້ງສາກົນ, ທ່ານໄດ້ປະຕິບັດນະໂຍບາຍຕ່າງໆຢ່າງຕັ້ງໜ້າ ເຊັ່ນ: ການຈັດຕັ້ງລະບົບການຮຽນຮູ້ເສີມ ໂດຍນຳເອົາການຮຽນຮູ້ແບບດດີຈິຕອນ ເຂົ້າມາ ເພື່ອຟື້ນຟູໂອກາດການຮຽນຮູ້ທີ່ສູນເສຍໄປ ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19. ຄຽງຄູ່ກັນນີ້, ທ່ານຍັງໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ເພື່ອເຜີຍແຜ່ໝາກຜົນການຊ່ວຍເຫລືອຂອງປະເທດຍີ່ປຸ່ນ ຫລາຍຄັ້ງ. ພ້ອມກັນນັ້ນ, ແຜນການປັບປຸງສະໜາມກິລາເຈົ້າອະນຸວົງ ເຊິ່ງໄດ້ມີການສະ ເໜີ ຈາກລັດຖະບານລາວ ນັບແຕ່ປີ 2019 ເມື່ອທ່ານຍັງດຳລົງຕຳແໜ່ງເປັນຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມາຮອດປັດຈຸບັນ ໄດ້ຮັບການຮັບຮອງຈາກລັດຖະບານຍີ່ປຸ່ນແລ້ວ ເຊິ່ງທ່ານໄດ້ປະ ກອບສ່ວນເຂົ້າໃນການສ້າງສະຖານທີ່ ທີ່ຈະກາຍເປັນສັນຍາລັກ ແຫ່ງສາຍພົວພັນມິດຕະພາບແລະ ການຮ່ວມມືຂອງ ສອງປະເທດ ໃຫ້ປາກົດຜົນເປັນຈິງ.
ນອກຈາກນັ້ນ, ໃນຖານະປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ພຸດ ສິມມາລາວົງ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາການນຳລະດັບສູງຈາກຍີ່ປຸ່ນ ແລະ ໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງມີຄວາມໝາຍກັບບັນດາຜູ້ນຳດັ່ງກ່າວ. ພ້ອມກັນນີ້, ທ່ານຍັງເປັນອະດີດນັກສຶກສາລາວທີ່ຈົບຈາກປະເທດຍີ່ປຸ່ນ ທີ່ຮຽນຢູ່ມະຫາວິທະຍາໄລ Tohoku ດ້ວຍທຶນການສຶກສາຂອງກະຊວງສຶກສາຂອງຍີ່ປຸ່ນ ແຕ່ປີ 1997-1999, ໄດ້ຮັບປະລິນຍາໂທສາຂາວິຊາປະຫວັດສາດ ແລະ ທ່ານຍັງໄດ້ໃຫ້ກຽດເຂົ້າຮ່ວມໃນພິທີຈັດສົ່ງນັກສຶກສາລາວ ທີ່ຈະເດີນທາງໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາລັດຖະບານຍີ່ປຸ່ນ ແລະ ໃຫ້ຄຳໂອວາດທີ່ເປັນກຳລັງໃຈ ຊຸກຍູ້ນັກສຶກສາແຕ່ລະຄົນ ເຊິ່ງເປັນການປະກອບສ່ວນຢ່າງຫລວງຫລາຍຕໍ່ການພັດທະນານັກສຶກສາດັ່ງກ່າວ ກໍຄື ຜູ້ທີ່ກຳລັງຈະກາຍເປັນຜູ້ຮັກ ແພງຍີ່ປຸ່ນ ຮຸ່ນສືບທອດຕໍ່ໄປໃນອະນາຄົດ.
ສ່ວນພິທີມອບຮັບຫລຽນກຽດຕິຍົດ ໃຫ້ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ຈະຈັດຂຶ້ນຢູ່ສະຖານທູດຍີ່ປຸ່ນປະຈຳລາວ ໃນພາຍຫລັງ.
ທີ່ມາ: ສະຖານທູດຍີ່ປຸ່ນ ປະຈໍາລາວ
May be an image of 1 person