ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມຂັ້ນສູນກາງເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມ

Jan 11, 2025

ໃນວັນທີ 10 ມັງກອນ 2025 ນີ້, ສະຫາຍ ບໍ່ວຽງຄໍາ ວົງດາລາ ກຳມະການສູນ ກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນ ກາງພັກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ.
ໃນໂອກາດນີ້, ສະຫາຍ ບໍ່ວຽງຄໍາ ວົງດາລາ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຟ້າມ ມິງ ຈິງ ທີ່ໃຫ້ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ສູນກາງແນວລາວສ້າງຊາດ ເຂົ້າຢ້ຽມຂໍ່ານັບ, ທັງໄດ້ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນ ລາວ-ຫວຽດນາມ. ພ້ອມນັ້ນ, ຍັງໄດ້ລາຍ ງານການເຄື່ອນໄຫວອັນພົ້ນເດັ່ນຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ກໍຄື ການພົວພັນຮ່ວມມືລະຫວ່າງ ສອງສະມາຄົມມິດຕະ ພາບ ແລະ ສອງແນວໂຮມ ລາວ-ຫວຽດນາມ ທີ່ມີການພົບປະແລກປ່ຽນ, ຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ຈັດກິດຈະກໍາຮ່ວມກັນ ເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງສອງພັກ ສອງລັດ ຢ່າງເປັນປົກກະຕິ; ໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງປະ ເທດ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ເຄົາລົບຮັກ ໄດ້ຮ່ວມກັນສ້າງ, ປົກປັກຮັກສາ, ຖະນຸຖະ ໜອມ ແລະ ຜັນຂະຫຍາຍຜ່ານການນຳຮຸ່ນຕ່າງໆ ກໍຄື ປະຊາຊົນສອງຊາດ ໄດ້ຮ່ວມ ກັນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ຂຽວສົດງົດງາມ, ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ. ສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຢືນຢັນຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບຄູ່ຮ່ວມມືຂອງຫວຽດນາມປະຕິບັດພາລະບົດບາດໃນການສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນສອງປະເທດໂດຍສະເພາະປະຊາຊົນເຂດຊາຍແດນ ມີການໄປມາຫາສູ່, ສ້າງກິດຈະກໍາຮ່ວມກັນ ເພື່ອສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຜີຍ ແຜ່ຂໍ້ມູນຂ່າວສານ, ມູນເຊື້ອສາຍພົວພັນ ລາວ-ຫວຽດນາມ ໃຫ້ແກ່ປະຊາຊົນຂອງສອງປະເທດ ໂດຍສະເພາະຄົນຮຸ່ນໃໝ່ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຜິດຊອບ ແລະ ເປັນເຈົ້າການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ໃຫ້ຂຽວສົດງົດງາມ, ເກີດດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຕະຫລອດຊົ່ວກາລະນານ.
ໃນໂອກາດດຽວກັນ, ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາຕໍ່ຜົນງານການເຄື່ອນ ໄຫວຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ຄໍາແນະນໍາ ໃນການເຄື່ອນໄຫວສົມທົບກັບຄູ່ຮ່ວມມືຂອງຫວຽດນາມ ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ປະຊາຊົນ ສອງປະເທດໄດ້ມີການແລກປ່ຽນ, ໄປມາ ຫາສູ່ ເພື່ອເຮັດໃຫ້ການເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ.
ພາບ: ເກດສະໜາ