ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສານປະຊາຊົນສູງສຸດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ

Sep 25, 2024

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2024 ທີ່ສານປະຊາຊົນສູງສຸດ ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ.
ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທີ່ ທ່ານ ນາງ ຟັ່ງຫົງ ເນື່ອງໃນໂອກາດທີ່ສະຫາຍໄດ້ມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຄົນໃໝ່.
ພ້ອມນັ້ນ ທັງ 2 ຝ່າຍໄດ້ແລກປ່ຽນທັດສະນະການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ລັດ ໃນການສືບຕໍ່ຍູ້ແຮງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ້ຮ່ວມສະຕາກຳລາວ-ຈີນ ໄລຍະປີ 2024-2028, ຊຶ່ງພົ້ນເດັ່ນແມ່ນການປະຕິບັດແຜນການຮ່ວມມື ໃນການກໍ່ສ້າງສໍາເລັດເສັ້ນທາງລົດໄຟຄວາມໄວສູງ ລາວ -ຈີນ ທີ່ໄດ້ກາຍເປັນເສັ້ນທາງແຫ່ງມິດຕະພາບ, ນໍາເອົາຜົນປະໂຫຍດທາງດ້ານເສດຖະກິດ ມາສູ່ປະຊາຊົນ 2 ປະເທດ ກໍ່ຄືການຮ່ວມມືໃນຂະແໜງຕຸລາການຂອງ 2 ປະເທດ ລາວ-ຈີນ ທີ່ໄດ້ມີການແລກປ່ຽນບົດຮຽນທາງດ້ານວິຊາສະເພາະ ຢ່າງເປັນປົກກະຕິ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ຜູ້ພິພາກສາຂອງ 2 ປະເທດ ແລະ ສະເໜີ ທ່ານ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ຈົ່ງໃຫ້ການສະໜັບສະໜູນຕໍ່ການຮ່ວມມືລະຫວ່າງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.
ທີ່ມາ: ສານປະຊາຊົນສູງສຸດ