ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສູນກາງແນວລາວສ້າງຊາດເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ.

Sep 21, 2024

ເມືອບໍ່ດົນມານີ້, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມ ການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານຮອບດ້ານຂອງແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໂດຍມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍການນຳແຂວງອອກຕ້ອນ ຮັບຢູ່ທີ່ສະໜາມບີນເມືອງບຸນເໜືອຢ່າງ.
ຈາກນັ້ນໃນຕອນບ່າຍຂອງວັນດຽວກັນນີ້, ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຊີ້ນຳການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງບຸນເໜືອ. ໂອກາດນີ້, ທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງໆບຸນເໜືອ ໄດ້ລາຍງານຜົນການດຳເນີນກອງປະຊຸມໃຫຍ່ຮາກຖານພັກ, ການກະກຽມດຳເນີນກອງປະຊຸມອົງການຈັດຕັ້ງມະຫາຊົນ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງໃຫ້ທ່ານປະທານສູນກາງແນວລາວສ້າງຊາດໄດ້ຮັບຊາບ.
ໂອກາດດັ່ງກ່າວທ່ານ ສິນລະວົງ ຄຸດໄພທູດ ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ຄະນະນຳຂອງເມືອງ ທີ່ໄດ້ເອົາໃຈໃສ່ຊີ້ນຳກະກຽມການດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ຂອງເມືອງບຸນເໜືອໃນໄລຍະທີ່ຜ່ານມາໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນີ້ ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນບັນດາມະຕິ, ຄໍາສັ່ງຕ່າງໆ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອົາໃຈໃສ່ການກະກຽມດ້ານເນື້ອໃນ, ດ້ານໂຄງປະກອບບຸກຄະລາກອນ ແລະ ການກໍານົດແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ ໃຫ້ຖືກກັບທ່າແຮງບົ່ມຊ້ອນຂອງທ້ອງຖິ່ນຕົນ ເພື່ອນໍາໄປຜັນຫຍາຍໃຫ້ເກີດດອກອອກຜົນຕົວຈິງ ນໍາເອົາຜົນປະ ໂຫຍດມາສູ່ປະຊາຊົນ. ພ້ອມນີ້, ກໍເອົາໃຈໃສ່ວຽກງານສ້າງຂະບວນ ການ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ພັດທະນາວຽກງານຂົງ ເຂດວັດທະນະທໍາ-ສັງຄົມ, ປະຕິບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ບັນຫາຢາເສບຕິດ, ຂີ້ລັກງັດແງະ, ການສວຍໃຊ້ສາສະໜາ ແລະ ອື່ນໆ ທີ່ອາດຈະເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ.
ພາບ-ຂ່າວ: ແສງຄຳ ສາລີວັນ