ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງຄະນະກໍາມະສູນກາງແນວລາວສ້າງຊາດ ປະຈໍາຢູ່ຕ່າງປະເທດ

Nov 13, 2024

ໃນຕອນເຊົ້າຂອງວັນທີ 13 ພະຈິກ 2024 ທີ່ ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບ ການເຂົ້າຢ້ຽມພົບປະ ຂອງຄະນະກໍາມະສູນກາງແນວລາວສ້າງຊາດ ປະຈໍາຢູ່ຕ່າງປະເທດຄື: ປະເທດຝຣັ່ງ, ອາເມລິກາ, ອົດສຕຣາລີ, ນິວຊີແລນ, ອັງກິດ ແລະ ປະເທດການາດາ ໂອກາດທີ່ນໍາພາພີ່ນ້ອງເຊື້ອຊາດລາວທີ່ດໍາລຸງຊີວິດຢູ່ຕ່າງປະເທດມາເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະເລີກ ໃນວັນທີ 12 ພະຈິດ 2024 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.
ການເຂົ້າຢ້ຽມພົບປະຄັ້ງນີ້ ໄດ້ປຶກສາຫາລື ແລະ ຖອດຖອນບົດຮຽນກ່ຽວກັບ ຜົນສໍາເລັດຂອງກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຂົງເຂດວຽກບູລິມະສິດອື່ນໆ.
ໃນໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ບັນດາທ່ານ ກໍາມະການສູນກາງແນວລາວສ້າງຊາດ ປະຈໍາຢູ່ຕ່າງປະເທດ ທີ່ໄດ້ເປັນຄັນທຸງໃນການເຕົ້າຄວາມສາມັກ ຄີບັນດາພີ່ນ້ອງເຊື້ອລາວ ທີ່ດໍາລຸງຊີວິດຢູ່ຕ່າງປະເທດ ໄດ້ປຸກລະດົມ ແລະ ນໍາພາ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ກອງປະຊຸມດັ່ງກ່າວສຸດທີມີຄວາມໝາຍ ຄວາມສໍາຄັນ ແລະ ເປັນຄັ້ງປະຫວັດ ສາດ ເພື່ອເປັນການເປີດໂອກາດອັນດີໃຫ້ພີ່ນ້ອງຄົນເຊື້ອຊາດລາວໄດ້ຫວນຄືນກັບມາຢ້ຽມຢາມບ້ານເກີດເມືອງນອນ ໄດ້ພົບປະເເລກປ່ຽນເຊີ່ງກັນ ເເລະກັນ ເປັນການເພີ່ມທະວີຮັດເເຫນ້ນການຮ່ວມມືຢ່າງເເຫນ້ນເເຟ້ນຫລາຍຂື້ນກວ່າເກົ່າລະຫວ່າງພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວີດຢູ່ຕ່າງປະເທດ ກັບປະຊາຊົນລາວ ບັນດາເຜົ່າທີ່ອາໃສຢູ່ພາຍໃນປະເທດເເນໃສ່ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ເເນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເເລະ ໃຫ້ພີ່ນ້ອງຄົນເຊື້ອຊາດລາວໄດ້ເຂົ້າມາສໍາພັດຕົວຈີງກັບສະພາບການດໍາລົງຊີວິດ ລວມເຖີງການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ພ້ອມກັນນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນມູນເຊື້ອຄວາມສາມັກຄີ ເປັນເປັນປຶກແຜ່ນຂອງປະ ຊາຊົນລາວ ບັນດາເຜົ່າບໍ່ວ່າໃນອາດີດກໍຄືປັດຈຸບັນ ແລະ ການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວໃຫ້ຄະນະຮັບຊາບຕື່ມ.
ທີ່ມາ: ກົມໂຄສະນາ ສູນກາງແນວລາວສ້າງຊາດ