ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ໃຫ້ຮູ້ກ່ຽວກັບແຫຼ່ງລາຍຮັບເງິນກອງທຶນທາງ ໃນໂອກາດຂຶ້ນລາຍງານຜົນການກວດກາຕາມມະຕິສະພາ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະຈິກ 2024 ວ່າ:ລາຍຮັບເງິນກອງທຶນທາງ ທີ່ກໍານົດໄວ້ໃນດໍາລັດສະບັບເລກທີ 130/ລບ, ລົງວັນທີ 01 ມິຖຸນາ 2016 ປະ ກອບມີ 08 ແຫຼ່ງ, ແຕ່ເກັບເງິນເຂົ້າກອງທຶນບູລະນະຮັກສາທາງຫຼວງຕົວຈິງ ມີພຽງແຕ່ 04 ແຫຼ່ງຄື: ຄ່າທໍານຽມໃຊ້ນໍ້າມັນ, ຄ່າບໍລິການຜ່ານຂົວທາງ, ຄ່າປະມູນຂາຍປ້າຍທະບຽນລົດ ແລະ ຄ່າປັບໄໝຜູ້ລະເມີດກົດໝາຍ ແລະ ລະ ບຽບການກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ທາງນໍ້າ; ລວມລາຍຮັບທີ່ປະຕິບັດໄດ້ ແຕ່ປີ 2020-2023 ຈໍານວນ 2,813.99 ຕື້ກີບ.
ໃນນີ້, ລາຍຮັບຕົວຈິງ ຈໍານວນ 2,676.65 ຕື້ກີບ, ໜີ້ຕ້ອງຮັບຈໍານວນ 137.34 ຕື້ກີບ ແລະ ໜີ້ຕ້ອງຮັບທີ່ຍົກຍອດມາຈາກປີ 2019 ຈຳນວນ 51.7 ຕື້ກີບ, ລວມໜີ້ຕ້ອງຮັບທັງໝົດຮອດວັນທີ 31 ທັນວາ 2023 ຈໍານວນ 189.04 ຕື້ກີບ. ສ່ວນອີກ 04 ແຫຼ່ງລາຍຮັບຄື: ລາຍຮັບຈາກຄ່າທໍານຽມທາງປະຈໍາປີ ແມ່ນກະຊວງການເງິນເປັນຜູ້ຄຸ້ມຄອງນຳໃຊ້, ຍັງ 03 ແຫຼ່ງ ຄື: ຄ່າທໍານຽມລົດຜ່ານແດນ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງລັດ, ເອກະຊົນ ທັງພາຍໃນ-ຕ່າງປະເທດ ແລະ ລາຍຮັບອື່ນໆ ແມ່ນເກັບບໍ່ໄດ້.
ປະທານອົງການກວດກາແຫ່ງລັດ ໃຫ້ຮູ້ຕື່ມວ່າ: ການເກັບລາຍຮັບຄ່າຜ່ານຂົວ, ການເກັບລາຍຮັບຈາກການປັບໄໝ, ການຊັ່ງນ້ຳໜັກເກີນ ເຫັນວ່າຍັງເກັບໄດ້ໜ້ອຍຖ້າທຽບໃສ່ການຂົນສົ່ງຂອງພາຫະນະທາງບົກ, ຕາມການສ່ອງແສງຂອງສົງຄົມ ພະນັກງານຜູ້ຮັບຜິດຊອບໃນການຕິດຊັ່ງນ້ຳໜັກໃນແຕ່ລະຈຸດໃນທົ່ວປະເທດຍັງບໍ່ໃຊ້ມາດຕະການທີ່ເຂັ້ມງວດເດັດຂາດຕໍ່ຜູ້ທີ່ຂົນສົ່ງນ້ຳໜັກເກີນ, ມີບາງບ່ອນ, ບາງຈຸດບໍ່ໄດ້ຕິດຊັ່ງ, ຊິງຊັ່ງເປ່ເພ, ການລົງເລິກກວດກາການປະຕິບັດໜ້າທີ່ຂອງພະນັກງານ ໂດຍລວມຍັງບໍ່ທັນໄດ້ປະຕິບັດຢ່າງປົກກະຕິ. ນອກນີ້ການເກັບເງິນຄ່າຜ່ານຂົວມິດຕະພາບລາວ-ໄທ ໃນການຄິດໄລ່ບໍ່ອີງໃສ່ອັດຕາແລກປ່ຽນໃນປັດຈຸບັນ ( ຍັງສືບຕໍ່ໄລ່ໃນອັດຕາແລກປ່ຽນເກົ່າຄື: ລົດເບົາ ດ່ານລາວເກັບ 13000 ກີບ, ດ່ານໄທເກັບ 50 ບາດ, ລົດບັນທຸກ 10 ລໍ້ຂຶ້ນໄປ ດ່ານລາວເກັບ 135.000ກີບ, ດ່ານໄທເກັບ 500 ບາດ ).



