ປະທານາທິບໍດີຕີມໍ ເລສເຕ ສືບຕໍ່ຢ້ຽມຢາມລາວທາງລັດຖະກິດ
ໃນຕອນເຊົ້າວັນທີ 1 ມິນາ 2024, ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານນາທິບໍດີຕີມໍ ເລສເຕ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ ນະຄອນຫລວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ລາວ ໃນລະຫວ່າງວັນທີ 27 ກຸມພາ ຫາ 2 ມີນານີ້, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ຕີມໍ-ເລສເຕ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ.

ໂອກາດນີ້ທ່ານ ທະນົງໄຊ ຄຸດໄພທູນ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບລວມການພັດທະນາເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ, ການພັດທະນາຂອງເຂດພັດທະນາກວມລວມໄຊເຊດຖາ, ນະໂຍບາຍສໍາລັບຜູ້ພັດທະນາ ແລະ ຜູ້ລົງທຶນ ພາຍໃນເຂດເສດຖະກິດພິເສດໃຫ້ທ່ານປະທາ ນາທິບໍດີຕີມໍເລສເຕ ພ້ອມດ້ວຍຄະນະໄດ້ຮັບຊາບ ໂດຍຊີ້ໃຫ້ເຫັນວ່າ: ເຂດພັດທະນາກວມລວມໄຊເຊດຖາ ແມ່ນໂຄງການຮ່ວມທຶນ ລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ລາວ ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ ຕາງໜ້າລັດຖະບານຈີນ ໂດຍມີເປົ້າໝາຍເພື່ອພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະທັນສະໄຫມ, ເຂດການຄ້າ, ການບໍລິການ, ເຂດການຂົນສົ່ງ ແລະ ເຂດຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ. ມາເຖິງປັດຈຸບັນມີວິສາຫະກິດເຂົ້າມາລົງທຶນທັງພາຍໃນ ແລະ ຕ່າງປະເທດຈຳນວນ 132 ບໍລິສັດ, ມີທຶນທັງໝົດຫລາຍກວ່າ 2ຕື້500 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 443 ລ້ານກວ່າໂດລາສະຫະລັດ, ມີມູນຄ່າການລົງທຶນຕົວຈິງພາຍໃນເຂດທັງໝົດຫລາຍກວ່າ 2ຕື້400ລ້ານໂດລາສະຫະລັດ, ມີແຮງງານ 7,828 ຄົນ. ໃນປີ 2023 ສາມາດດຶງດູດການລົງທຶນໃໝ່ 26 ບໍລິສັດ ທຽບໃສ່ປີ 2022 ເພີ່ມຂຶ້ນ 14 ບໍລິສັດ. ສໍາລັບວິສາຫະກິດທີ່ເຂົ້າມາລົງທືນໃນເຂດພັດທະນາກວມລວມໄຊເສດຖາ ປະກອບມີບໍລິສັດ ໂຮຢາລາວ ຈຳກັດຈາກປະເທດ ຢີປຸ່ນ ໂຮງງານຜະລິດເລນແວ່ນຕາ ແລະ ແຜນຣາດດິດເພື່ອ ສົ່ງອອກ, ບໍລິສັດຄວາມຫວັງໃຫມ່ ຈຳກັດ ຈາກປະເທດສິງກະໂປ ຜະລິດຫົວອາຫານສັດຈໍາຫນ່າຍທັງພາຍໃນແລະ ປະເທດ, ບໍລິສັດເປັເຕີເຄື່ອງນຸ່ງຫົ່ມຈຳກັດ ຜະລິດເຄື່ອງນຸ່ງຫົ່ມສົ່ງອອກຕ່າງປະເທດ, ບໍລິສັດ ຈົງຫຼິ້ນເຕັກໂນໂລຊີ ຈຳກັດຜູ້ດຽວຜະລິດແຜ່ນໂຊລ່າເຊວ, ບໍລິສັດຟາມາກຣຸບ ຈຳກັດ ຜະລິດຕະພັນການແພດ ແລະ ບໍລິສັດອື່ນໆ.
ນະຄອນຫຼວງວຽງຈັນ ປະກອບມີເຂດເສດຖະກິດພິເສດ 5 ເຂດຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທ່ງ-ວຽງຈັນ, ເຂດເສດ ຖະກິດພິເສດ ດົງໂພສີ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 2.360 ເຮັກຕາ ຕາມສັນຍາສຳປະທານ; ມາເຖິງປັດຈຸບັນສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງ ປະເທດໄດ້ທັງໝົດ 229 ບໍລິສັດ; ໂດຍມີແຜນການລົງທຶນທັງໝົດ 6 ຕື້ໂດລາສະຫະລັດ, ມີທຶນຈົດທະບຽນ 950 ລ້ານໂດລາສະຫະລັດ, ໃນນີ້ການລົງທຶນຕົວຈິງມູນຄ່າ 3 ຕື້ໂດລາສະຫະລັດ; ປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 278 ຕື້ກີບ; ສ້າງວຽກເຮັດງານທໍາໄດ້ 9.623 ຄົນ; ສົ່ງອອກສິນຄ້າມູນຄ່າ 350 ລ້ານໂດລາສະຫະລັດ; ສິນຄ້າທີ່ສົ່ງອອກປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ຜະລິດຕະພັນການແພດ, ຜະລິດຕະພັນດອກໄຟແສງສະຫວ່າງ, ແຜ່ນໂຊລ້າແຊວ, ຜະລິດຕະພັນເຄື່ອງດື່ມ, ອາຫານ ແລະ ອື່ນໆ.
ນອກຈາກເຄື່ອນໄຫວຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາແລ້ວ ກ່ອນໜ້ານີ້ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີຕີມໍເລສເຕ ຍັງໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ ເພື່ອປາຖະກະຖາກ່ຽວກັບທິດທາງໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງຕີມໍເລສເຕ ແລະລາວໃນຕໍ່ໜ້າ ໃຫ້ແກ່ນັກສຶກສາ ແລະ ພາກທຸລະກິດຂອງລາວຕື່ມອີກ.







