ວັນທີ 20 ມີນານີ້, ທ່ານປຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍເຂົ້າຮ່ວມພິທີເປີດເຂດເສດຖະກິດພິເສດນິຄົມອຸດສາຫະກຳບາຕັງ ແລະ ກ່າວວ່າ: ຕົນເອງຫວັງວ່າ ເຂດເສດຖະກິດພິເສດນິຄົມອຸດສາຫະກຳບາຕັງຈະກາຍເປັນ “ນະຄອນເສິນເຈິ້ນຂອງອິນໂດເນເຊຍ” ໃນອະນາຄົດ.
ເຂດເສດຖະກິດພິເສດດັ່ງກ່າວໄດ້ຖືກຍົກລະດັບມາຈາກເຂດນິຄົມອຸດສາຫະກຳບາຕັງ, ມີເນື້ອທີ 4.300 ເຮັກຕາ ແມ່ນເຂດເສດຖະກິດພິເສດຂອງລັດທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ ແລະ ແມ່ນພາກສ່ວນສຳຄັນຂອງການຮ່ວມມື “ສອງປະເທດສອງສວນ” ລະຫວ່າງ ຈີນ-ອິນໂດເນເຊຍ.
ທ່ານປຣາໂບໂວ ຊູບຽນໂຕກ່າວຕື່ມວ່າ: ການເປີດເຂດເສດຖະກິດພິເສດນິຄົມອຸດສາຫະກຳບາຕັງມີຄວາມໝາຍສຳຄັນເປັນຂີດໝາຍໃນຂະບວນການຫັນເປັນແບບອຸດສາຫະກຳຂອງອິນໂດເນເຊຍ. ການສ້າງເຂດເສດຖະກິດພິເສດດັ່ງກ່າວຈະສ້າງວຽກເຮັດງານທຳຫຼາຍໝື່ນຕຳແໜ່ງ ແລະ ຊຸກຍູ້ການປຸງແຕ່ງຊັບພະຍາກອນຢ່າງລະອຽດຂອງທ້ອງຖິ່ນ ເຊິ່ງຈະເຮັດໃຫ້ຜົນກຳໄລຈາກຕ່ອງໂສ້ອຸດສາຫະກຳສາມາດສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໄດ້ຢ່າງກວ້າງຂວາງກວ່າເກົ່າ.
ທີ່ມາ: CMG




