ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານາທິບໍດີ ຕີມໍ-ແລັດສະເຕ ເດີນທາງມາເຖິງ ນະຄອນຫລວງວຽງຈັນ

Feb 28, 2024

ປະທານາທິບໍດີ ຕີມໍ-ແລັດສະເຕ ເດີນທາງມາເຖິງ ນະຄອນຫລວງວຽງຈັນ
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນຕອນຄ່ຳວັນທີ 27 ກຸມພາ 2024 ນີ້, ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ລັດຖະມົນຕີກຽດຕິຍົດ) ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ແລະ ຄະນະຜູ້ແທນຂັ້ນສູງ ຈະເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ, ແຕ່ວັນທີ 27 ກຸມພາ ຫາ ວັນທີ 2 ມີນາ 2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ.
ພາບ: ເກດສະໜາ