ໃນວັນທີ 28 ພະຈິກ 2024, ທີ່ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມເມືອງສູນ ກາງພັກ, ປະທານ ສນຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະສະມາຄົມມິດຕະພາບ ລາວ-ຫວຽດນາມ ນໍາໂດຍທ່ານ ພົນຕີ ຫງວຽນຕຽນລອງ ອະດີດຫົວໜ້າການ ເມືອງທະຫານເຂດ 3 ຮອງປະທານຜູ້ປະຈໍາການ ສູນກາງສະມາ ຄົມມິດຕະພາບ ຫວຽດນາມ-ລາວ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 26-30 ພະຈິກ 2024 ນີ້.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການພົ້ນເດັ່ນຢູ່ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມ ມື ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການພົວພັນວຽກງານການທູດ, ປະຊາຊົນ ຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ ເພື່ອໃຫ້ມີຄວາມສາມັກຄີ ແລະ ເພື່ອເຜີຍແຜ່ໃຫ້ປະຊາຊົນສອງຊາດ ລາວ – ຫວຽດນາມ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ປະທານໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາ ຊົນຫວຽດນາມ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງ ປະຊາຊົນລາວ ກໍ່ຕັ້ງໃຫ້ໄດ້ຮັບການຖະໜຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃນບັນດາຮຸ່ນການນຳ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດຕະຫຼອດມາ, ເພື່ອໃຫ້ເຂົາເຈົ້າໄດ້ມີຄວາມເອກອ້າງທະນົງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມ ພູນຄູນສ້າງສາຍພົວພັນດັ່ງກ່າວໃຫ້ຈະເລີນງອກງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ຂ່າວ-ພາບ: ສນຊ




