ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມພົບປະຄະນະສະພາການຄ້າ ແຂວງຫູນານ ສປ ຈີນ

Dec 17, 2024

ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ(ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຫຼີລຽງຊ່ວງ ປະທານສະພາການຄ້າ ແຂວງຫູນານ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະໃນວັນທີ 16 ທັນວາ 2024, ທີ່ ສນຊ.
ໃນການພົບປະ, ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຢູ່ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າເພື່ອການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນເລື້ອຍໆ, ໂດຍສະເພາະແມ່ນລັດຖະບານລາວ ໄດ້ຊຸກຍູ້ສົ່ງເສີມນັກລົງທຶນ ແລະ ນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ໃນປີທ່ອງທ່ຽວລາວ 2024 ລັດຖະບານລາວ ໄດ້ມີນະໂຍບາຍຍົກເວັ້ນວີຊາ ໃຫ້ແກ່ນັກທ່ອງທ່ຽວຈາກຕ່າງປະເທດ ລວມທັງ ສປ ຈີນ ທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວລາວ ເປັນຄະນະ.
ໂອກາດນີ້, ສະພາການຄ້າ ແຂວງຫູນານ ໄດ້ມອບເງິນຈໍານວນ 100 ລ້ານກີບ ໃຫ້ແກ່ສູນກາງແນວລາວສ້າງຊາດ ນໍາໄປມອບໃຫ້ປະຊາຊົນຢູ່ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໃນໄລຍະຜ່ານມາ.
ຂ່າວ: ສນຊ