ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານ ສນຊ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ຄົນໃໝ່

Jan 10, 2025

ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ບິລາລ ອູແຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບປະຈໍາ ສປປ ລາວ ຄົນໃໝ່ໃນວັນທີ 9 ມັງກອນນີ້ ທີ່ ສນຊ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ບີລາລ ໂອແຣັງ ເຊັບ ດູຣານີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ຄົນໃໝ່ ແລະ ໄດ້ສະ ແດງຄວາມຂອບໃຈຕໍ່ອົງການອຸຍນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ຕໍ່ໂຄງການລິເລີ່ມຕ່າງໆ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຕໍ່ເດັກນ້ອຍ ແລະ ແມ່ຍິງລາວ; ທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງອົງການອຸຍນີເຊັບ ແລະ ອົງການແນວລາວສ້າງຊາດຕະຫຼອດໄລຍະຜ່ານມາ ເພື່ອສືບຕໍ່ຮ່ວມມືໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົດໄວ້.
ໂອກາດນີ້, ຜູ້ຕາງໜ້າອົງການອຸຍນີເຊັບ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ້ນໃນປີ 2025 ລະຫວ່າງອົງການອຸຍນີເຊັບ ແລະ ສນຊ ໃນການຮ່ວມມືທີ່ດີ ເປັນຕົ້ນທາງດ້ານການປົກປ້ອງສິດທິເດັກ ແລະ ແມ່ຍິງ, ການເຂົ້າເຖິງຊຸມຊົນໃນການປຸກລະດົມການສັກຢາວັກຊິນຕ່າງໆ. ພ້ອມກັນນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນຕໍ່ໜ້າຕື່ມອີກ.
ຂ່າວ-ພາບ: ລີ
May be an image of 2 people, dais and text