ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານ ສນຊ ພ້ອມດ້ວຍຄະນະ ເຂົ້າຢ້ຽມການນຳຂັ້ນສູງ ຣາຊະອານາຈັກກຳປູເຈຍ

Oct 19, 2024

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ຣາຊະອານາຈັກກຳປູເຈຍ ຂອງຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານທີ່ປຶກສາສູງສຸດຂອງກະສັດ ປະທານພັກປະຊາຊົນກຳປູເຈຍ ແລະ ປະທານສະພາສູງກຳປູເຈຍ ທີ່ສຳນັກງານຫ້ອງວ່າການສະພາສູງ ໃນວັນທີ 18 ຕຸລາ 2024.
ທ່ານປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງກໍາປູເຈຍ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ກໍຄືສູນກາງແນວລາວສ້າງຊາດ ແລະ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ໃຫ້ຂະຫຍາຍຕົວຍິ່ໆຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດໄປ.
ໂອກາດດັ່ງກ່າວ, ປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ຂອງທ່ານປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງກໍາປູເຈຍ, ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ຄັ້ງນີ້ ໂດຍສະເພາະການພົບປະສອງຝ່າຍທີ່ໄດ້ມີການແລກປ່ຽນຄຳຄິດເຫັນຢ່າງມີບັນຍາກາດທີ່ດີຫຼາຍ, ສ້າງສັນ ແລະ ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມືສອງຝ່າຍໃຫ້ເກີດດອກອອກຜົນຕົວຈິງໃນຕໍ່
ໜ້າ; ພ້ອມນີ້, ຈະຕັ້ງໜ້າປະຕິບັດພັນທະໜ້າທີ່ທີ່ກົມການເມືອງ, ສະພາແຫ່ງຊາດ ແລະ ລັດຖະບານມອບໝາຍໃຫ້ ລວມທັງພັນທະທີ່ໄດ້ຮ່ວມກັນລົງນາມກັບສະພາແນວໂຮມສາມັກຄີພັດທະນາ ມາຕຸພູມຣາຊະອານາຈັກກໍາປູເຈຍ ໃຫ້ມີຜົນສຳເລັດເປັນຢ່າງດີ ເພື່ອປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍາປູເຈຍ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງສູນກາງແນວລາວສ້າງຊາດ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນດ ຮອງປະທານພັກປະຊາຊົນກຳປູເຈຍທີ່ປຶກສາສະພາແນວໂຮມສາມັກຄີພັດທະນາ ມາຕຸພູມຣາຊະອານາຈັກກໍາປູເຈຍ ຢູ່ສຳນັກງານ ນາຍົກລັດຖະມົນຕີ ຣາຊະອານາຈັກກຳປູເຈຍ ອີກດ້ວຍ.
ຂ່າວ-ພາບ: ຈິດຕະພົງ
May be an image of 6 people and text