ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນ ກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ໂຮງງານຕັດແຕ່ງ ແລະ ແປຮູບໝູ ດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳຫຼ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານ ແລະ ທ່ານ ທຳ ນອງ ພົນທອງມາກ ຜູ້ອຳນວຍການບໍລິສັດ CP Laos ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ໃນວັນທີ 10 ກັນຍາ 2024.
ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກຜູ້ອຳນວຍການລັດວິສາຫະກິດສະບຽງອາຫານ ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍຂອງນະ ຄອນຫຼວງວຽງຈັນ ສູ້ຊົນໃຫ້ໂຄງປະກອບເສດຖະກິດຫັນປ່ຽນຕາມກົນໄກເສດຖະກິດຕະຫຼາດ ແລະ ບັນລຸຄາດໝາຍໃນດ້ານວຽກງານກະສິກຳ; ດັ່ງນັ້ນ, ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຈຶ່ງໄດ້ຮ່ວມມືກັບບໍລິສັດ CP Laos ໃນປີ 2016 ແລະ ໄດ້ປັບປຸງໂຄງສ້າງທັງໝົດຂອງໂຮງງານຕັດແຕ່ງ ແລະ ແປຮູບໝູດອນດູ່ ໃຫ້ມີຄຸນນະພາບ ແລະ ຫັນເປັນທັນສະ ໄໝ. ປັດຈຸບັນ (2024)ໄດ້ຂະຫຍາຍສາຂາຕື່ມອີກ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຄໍາມ່ວນ ແລະ ແຂວງຈໍາປາສັກ; ໄດ້ສະໜອງຊີ້ນໝູແປຮູບໃຫ້ຕະຫຼາດຢູ່ 4 ແຂວງດັ່ງກ່າວລວມທັງ ໝົດ 1300 ໂຕ/ວັນ, ສະເພາະຢູ່ໂຮງງານຕັດແຕ່ງ ແລະ ແປຮູບໝູດອນດູ່ ນະຄອນຫຼວງວຽງຈັນ ແມ່ນ 550 ໂຕ/ວັນ; ໂຮງງານໄດ້ມີຟາມໝູທີ່ລ້ຽງເອງ, ຟາມຈາກກະເສດຕະກອນແຕ່ໝູທຸກໂຕແມ່ນໄດ້ຮັບການກວດຜ່ານມາດຕະຖານຕາມທີ່ໂຮງງານກຳນົດໄວ້, ມີຕະຫຼາດສົດ, ຫ້າງຊັບພະສິນຄ້າ ແລະ ຮ້ານອາຫານ; ໃນການຂົນສົ່ງແມ່ນໄດ້ມີລົດຂອງບໍລິສັດເອງ ເຊິ່ງໄດ້ຮັກສາຄວາມເຢັນ ແລະ ມາດຕະຖານຂອງຊີ້ນຕະຫຼອດໄລຍະເວລາການຂົນສົ່ງ.
ນອກຈາກຊີ້ນສົດແລ້ວຍັງຜະລິດໝູຢໍ່, ລູກຊີ້ນ, ໝູປີ້ງ, ໝູໝັກພິກໄທດຳ ແລະ ນ້ຳມັນງາ, ໄກ່ຈໍ້, ນ້ຳມັນໝູ, ໄສ້ກອກໝູ, ເຕົ້າຮູ້ໄຂ່ ແລະ ໝູຝອຍ ມີການກຳນົດວັນໝົດອາຍຸຂອງສິນຄ້າ ແລະ ສິນຄ້າທຸກປະເພດມີການຂຶ້ນທະບຽນ ອຍ ກັບພາກລັດ. ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າຕື່ມວ່າໂຮງງານຈະສືບຕໍ່ປັບປຸງພື້ນ ຖານໂຄງລ່າງ ແລະ ເພິ່ມກຳລັງການຜະລິດ ເພື່ອສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ.
ໃນໂອກາດນີ້, ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ເປັນກຽດໂອ້ລົມຕໍ່ຄະນະອຳນວຍການ ແລະ ຜູ້ບໍລິຫານ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຮ່ວມມືຂອງສອງບໍລິສັດດັ່ງກ່າວ ເຊິ່ງໄດ້ເຮັດໃຫ້ໂຮງງານມີການຂະຫຍາຍຕົວດີຂຶ້ນ, ມີການປ່ຽນແປງ, ລະບົບລະບາຍນ້ຳເສຍກໍ່ບໍ່ມີກິ່ນ, ປະຊາ ຊົນທີ່ອາໄສຢູ່ໃກ້ຄຽງກໍ່ບໍ່ຈົ່ມວ່າແລ້ວ, ມີຮ້ານອາຫານ, ມີການປູກຕົ້ນໄມ້ ແລະ ໄດ້ກາຍເປັນຕົວແບບ. ພ້ອມກັນນັ້ນ, ທ່ານ ຍັງໄດ້ເນັ້ນຕື່ມວ່າ: ໃນອະນາຄົດຢູ່ປະເທດເຮົາ ຄວາມຕ້ອງການໃນການບໍລິໂພກສະບຽງອາຫານຍິ່ງຈະເພີ່ມຂື້ນເປັນຈຳນວນຫຼວງຫຼາຍ ສະນັ້ນ, ໃຫ້ສອງບໍລິສັດດັ່ງກ່າວ ຈົ່ງສືບຕໍ່ຮ່ວມມືກັນຮັກສາມູນ ເຊື້ອ ແລະ ສືບຕໍ່ປັບປຸງມາດຕະຖານຂອງໂຮງງານໃຫ້ກ້າວໄປສູ່ລະດັບສາກົນ ຮັບປະກັນໃຫ້ອາຫານມີຄວາມສະອາດດີ, ມີຄຸນ ນະພາບ, ການຜະລິດກໍ່ໃຫ້ຜະລິດແບບຄົບວົງຈອນທີ່ມີລັກສະນະໝູນວຽນ ແລະ ໃຫ້ຜູ້ບໍລິໂພກມີຄວາມໄວ້ວາງໃຈໃນການບໍລິໂພກ ແລະ ມີສຸຂະພາບດີ.
ຂ່າວ+ພາບ: ຢຢ






