ໂດຍຕອບໜອງຕາມການເຊື້ອເຊີນຂອງ ທ່ານ Alexander G. Gesmundo ປະທານສານສູງສຸດ ແຫ່ງ ປະເທດຟີລິປິນ ໃນນາມປະເທດເຈົ້າພາບ, ໃນລະຫວ່າງວັນທີ 18 ຫາ 21 ພະຈິກ ຜ່ານມາ ຄະນະຜູ້ແທນສານປະຊາຊົນສູງສຸດ ນໍາໂດຍ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາຕຸລາການອາຊຽນ ຄັ້ງທີ XI ທີ່ເມືອງເຊບູ ປະເທດຟີລິປິນ.
ເຂົ້າຮ່ວມກອງປະຊຸຸມໃນຄັ້ງນີ້ມີຄະນະຜູ້ແທນຂັ້ນສູງ ຈາກສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ບຣູໄນ, ຣາຊາອານາຈັກກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິປິນ, ສິງກະໂປ, ຣາຊາອານາຈັກໄທ ແລະ ສສ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຈາກສໍານັກງານເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາສະພາປະທານສານສູງສຸດອາຊຽນ ເຂົ້າຮ່ວມ.
ກອງປະຊຸມສະພາຕຸລາການອາຊຽນ ຫຼື CACJ Meeting ເປັນກອງປະຊຸມລະດັບສູງສຸດຂອງສະພາຕຸລາການອາຊຽນ ຊຶ່ງຈະຈັດຂຶ້ນໃນທຸກໆປີ ໂດຍບັນດາປະເທດສະມາຊິກ ຜັດປ່ຽນກັນເປັນເຈົ້າພາບ ເພື່ອຈຸດປະສົງ:
(1) ຊຸກຍູ້-ສົ່ງເສີມ ການພົວພັນຮ່ວມມືທີ່ໃກ້ຊິດ ແລະ ເສີມສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນດ້ານວຽກງານຕຸລາການຂອງປະເທດອາຊຽນ,
(2) ເປັນເວທີເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນດ້ານຕ່າງໆຂອງບັນດາປະທານສານສູງສຸດອາຊຽນ,
(3) ອໍານວຍຄວາມສະດວກການຮ່ວມມືດ້ານຕຸລາການໃນຂົງເຂດປະເທດອາຊຽນ ເພື່ອເສີມສ້າງການພັດທະນາດ້ານເສດຖະກິດ-ສັງຄົມ.
ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຕາງໜ້າຄະນະຜູ້ແທນແຫ່ງ ສປປ ລາວ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງເນື້ອໃນບາງຕອນທ່ານໄດ້ກ່າວວ່າ: ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໃນນາມສະມາຊິກຂອງສະພາປະທານສານສູງສຸດອາຊຽນ (CACJ) ກໍໄດ້ມີຄວາມພະຍາຍາມສູງສຸດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ດ້ວຍການຜັນຂະຫຍາຍເນື້ອໃນຂອງຖະແຫຼງການ ຄັ້ງທີ X (ຖະແຫຼງການກົວລາລໍາເປີ) ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະພາຍໃນຂອງຕົນ, ສ້າງນິຕິກໍາລຸ່ມກົດໝາຍ ເພື່ອເປັນເຄື່ອງມືໃນການຜັນຂະຫຍາຍວຽກງານດັ່ງກ່າວ ເປັນຕົ້ນແມ່ນການເຜີຍແຜ່ວຽກງານຂອງສານ ແລະ ການສ້າງຖານຂໍ້ມູນດ້ານກົດໝາຍຜ່ານເວັບໄຊຂອງສານປະຊາຊົນ, ເພຈເຟສບຸກ, ສໍາເລັດການສ້າງຄໍາແນະນໍາຂອງສານປະຊາຊົນສູງສຸດ ວ່າດ້ວຍການຮັບຮູ້ຜົນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພາຍໃນ ແລະ ຕ່າງປະເທດ, ກໍານົດການສ້າງສານໃຫ້ເປັນສານທັນສະໄໝເຂົ້າໃນແຜນພັດທະນາສານປະຊາຊົນ 5 ປີ ຄັ້ງທີ IV, ຊຸກຍູ້ສົ່ງເສີມພະນັກງານຂອງສານເຂົ້າຮ່ວມຝຶກອົບຮົມດ້ານວິຊາສະເພາະຕ່າງໆຢ່າງເປັນປົກກະຕິ, ເອົາໃຈໃສ່ໃນການພົວພັນຮ່ວມມື ແລະ ແກ້ໄຂບັນຫາເດັກນ້ອຍຕາມຊາຍແດນໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ ແລະ ໄດ້ຖືສໍາຄັນວຽກງານການໂຕ້ຖຽງ ໂຕ້ແຍ່ງຄະດີໃນທີ່ປະຊຸມສານເປັນບັນຫາພື້ນຖານໃນການຊັ່ງຊາຕີລາຄາຂໍ້ມູນຫຼັກຖານ ແລະ ຕັດສິນ-ພິພາກສາຄະດີ.
ກອງປະຊຸມດັ່ງກ່າວ ໄດ້ອອກຖະແຫຼງການຄັ້ງທີ XI ຮ່ວມກັນ (Cebu Declaration) ຊຶ່ງຕິດພັນກັບຫຼາຍປະເດັ່ນທີ່ສຳຄັນ ເປັນຕົ້ນຮັບຮອງເອົາຜົນການຈັດຕັ້ງປະຕິບັດວຽກງານ ແລະ ທິດທາງແຜນການຂອງບັນດາຄະນະປະຕິບັດງານ ຫຼື ກຸ່ມວຽກງານຕ່າງໆຄື:
(1) ວຽກງານການສ້າງຖານຂໍ້ມູນຂ່າວສານດ້ານຕຸລາການອາຊຽນ,
(2) ວຽກງານການສ້າງເງື່ອນໄຂອໍານວຍຄວາມສະດວກດ້ານການດໍາເນີນຄະດີແພ່ງລະຫວ່າງປະເທດ,
(3) ວຽກງານການບໍລິຫານສານ ແລະ ການສ້າງສານທັນສະໄໝ,
(4) ວຽກງານການຝຶກອົບຮົມ ແລະ ການສຶກສາດ້ານຕຸລາການອາຊຽນ,
(5) ວຽກງານການແກ້ໄຂຂໍ້ຂັດແຍ່ງກ່ຽວກັບເດັກຕາມຊາຍແດນ,
(6) ວຽກງານການໄຕ່ສວນຄະດີທາງອອນລາຍ,
(7) ວຽກງານການພົວພັນຮ່ວມມືກັບຄູ່ຮ່ວມພັດທະນາ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ແລະ (ແຜນງານຂອງ CACJ ພ້ອມດຽວກັນນີ້ ກໍຍັງໄດ້ຮັບຮອງການສ້າງຕັ້ງຄະນະປະຕິບັດງານໃໝ່ຂຶ້ນຕື່ມຈໍານວນ 2 ກຸ່ມຄື: ກຸ່ມການສຶຶກສາດ້ານຕຸລາການກ່ຽວກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ກຸ່ມການສຶກສາກ່ຽວກັບກົດໝາຍລົ້ມລະລາຍ (ບຸກຄົນລົ້ມລະລາຍ).
ຄຽງຄູ່ກັບກອງປະຊຸມສະພາຕຸລາການອາຊຽນ ຄັ້ງທີ XI ກໍຍັງມີກອງປະຊຸມອື່ນໆທີ່ປິ່ນອ້ອມຄື:
(1) ກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ 45 (45th ASEAN Law Association Council) ຊຶ່ງເປັນກອງປະຊຸມສໍາລັບສະມາຄົມນັກກົດໝາຍຂອງບັນດາປະເທດສະມາຊິກອາຊຽນ ກອງປະຊຸມດັ່ງກ່າວໄດ້ຮັບຮອງຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ,
(2) ກອງປະຊຸມຄັ້ງທີ 1 ສໍາລັບຜູ້ພິພາກສາອາຊຽນວ່າດ້ວຍກົດໝາຍລົ້ມລະລາຍ (First Meeting of ASEAN Insolvency Judges) ກອງປະຊຸມນີ້ ເປັນກອງປະຊຸມສໍາມະນາວິຊາການຄັ້ງທີ 1 ຂອງຜູ້ພິພາກສາອາຊຽນທີ່ຮັບຜິດຊອບຄະດີລົ້ມລະລາຍ ເພື່ອເປັນເວທີໃນການສົນທະນາແລກປ່ຽນບົດຮຽນ, ປະສົບການຊຶ່ງກັນ ແລະ ກັນ ພ້ອມທັງກໍານົດແນວທາງຮ່ວມມືກັນຂອງບັນດາປະເທດອາຊຽນ ແລະ
(3) ກອງປະຊຸມຄັ້ງທີ 2 ຂອງສະພາຕຸລາການອາຊຽນ ຮ່ວມກັບຄູ່ຮ່ວມພັດທະນາ (ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ) ຫຼື (2nd ASEAN+ Meeting) ກອງປະຊຸມດັ່ງກ່າວນີ້ ໄດ້ລົງເລິກສົນທະນາຫົວຂໍ້: ການບໍລິຫານຄະດີ ຕິດພັນກັບການສ້າງສານທັນສະໄໝ ແລະ ການໄຕ່ສວນຄະດີທາງອອນລາຍ ຊຶ່ງເປັນເນື້ອໃນທີ່ສໍາຄັນ ແລະ ສອດຄ່ອງກັບການເຊື່ອມໂຍງທາງດ້ານຕຸລາການຂອງບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືພັດທະນາ.
ຂ່າວ-ພາບ: ສປສສ





