ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານ ສວສສຊ ຕ້ອນຮັບຜູ້ແທນຫວຽດນາມ

Oct 24, 2024

ໃນວັນທີ 23 ຕຸລາ ນີ້ ທີ່ຫ້ອງຮັບແຂກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນແຂວງຮ່າຕິງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫວໍ ຈ້ອງ ຮ໋າຍ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິງ ສສ ຫວຽດນາມ. ໂດຍການເຂົ້າຮ່ວມຂອງຜູ້ແທນສອງຝ່າຍ ໃນພິທີດັ່ງກ່າວ ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ແຈ້ງຕໍ່ ຄະນະຜູ້ແທນຝ່າຍຫວຽດນາມ ໄດ້ຮັບຊາບກ່ຽວກັບ ໂຄງປະກອບກົງຈັກ, ສະພາບການເຄື່ອນໄຫວ ແລະ ຜົນສໍາເລັດການຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ໂດຍສະເພາະ, ການປະຕິບັດພາລະບົດບາດຂອງຕົນ ເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ
ຈາກນັ້ນ ສະຫາຍ ຫວໍ ຈ້ອງ ຮ໋າຍ ຕາງໜ້າຄະນະຜູ້ແທນແຂວງຮ່າຕິງ ໄດ້ລາຍງານຜົນສໍາເລັດຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້. ໃນນັ້ນ, ສະຫາຍ ໄດ້ລາຍງານຫຍໍ້ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຮ່າຕິງ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈສໍາລັບການຕ້ອນຮັບຢ່າງອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານອ້າຍນ້ອງ, ເພື່ອນມິດສະຫາຍ ຊຶ່ງເວລາໃດ ແຂວງຮ່າຕິງ ກໍຖືສໍາຄັນວຽກງານປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ. ເວົ້າສະເພາະ ແຂວງຮ່າຕິງ ສສ ຫວຽດນາມ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈະພ້ອມກັນປຶກສາຫາລື ຊອກຫາກາລະໂອກາດການຮ່ວມມື ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ.
ໃນໂອກາດນີ້ ສະຫາຍ ຫວໍ ຈ້ອງ ຮ໋າຍ ກໍໄດ້ເຊື້ອເຊີນ ສະຫາຍ ກອງແກ້ວ ໄຊສົງຄາມ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການທີ່ແຂວງຮ່າຕິງ ສສ ຫວຽດນາມ ໃນເວລາທີ່ເໝາະສົມ. ຂ່າວ-ພາບ: ສວສສຊ
May be an image of 2 people, dais and the Oval Office