ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະ​ລິມານ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ທາງ​ລົດ​ໄຟ​ ຈີນ-ລາວ​ ລື່ນ​ກາຍ 50 ລ້ານ​ໂຕນ

Jan 8, 2025

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ທີ່ບັນທຸກຜັກ ແລະ ໝາກ​ໄມ້​ສົດເຕັມໆ​ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ຖາ​ນີ​ສູນ​ກາງຄຸນ​ໝິງ​ຂອງ​ບໍ​ລິ​ສັດ​ຕູ້​ຄອນ​ເທັນ​ເນີ​ສາ​ກົນ​ປະ​ສົມ​ທາງ​ລົດ​ໄຟ​ຈີນ(CHINA UNITED INTERNATIONAL RAIL CONTAINERS CO., LTD.) ທີ່ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນ ແລ່ນ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ​ປະ​ເທດ​ລາວ. ນີ້​ເປັນ​ຂີດໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ນັບ​ແຕ່​ເປີດ​ບໍ​ລິ​ການ​ເມື່ອ​ວັນ​ທີ 3 ທັນ​ວາ 2021 ເປັນ​ຕົ້ນ​ມາ, ປະ​ລິມານ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ລື່ນ​ກາຍ 50 ລ້ານ​ໂຕນ, ການ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.
ໃນ 3 ປີກວ່າ​ມາ​ນີ້, “ຈາກ​ການ​ເປີດນຳໃຊ້ ຮອດ​ຄວາມ​ໂລ່ງ​ລ່ຽນ, ຈາກ​ຄວາມ​ໂລ່ງ​ລ່ຽນ​ຮອດ ຄວາມ​ວ່ອງ​ໄວ, ຈາກ​ຄວາມ​ວ່ອງ​ໄວ​ຮອດ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ”, “ເສັ້ນທາງຄຳດ້ານການຂົນສົ່ງ” ມີປະ​ສິດ​ທິພາບນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ. ຄັນ​ຊັ້ນ, ຢູ່​ເບື້ອງຫຼັງ​ນີ້​ແມ່ນມີສາ​ເຫດ​ຫຍັງ?
ກ່ອນ​ອື່ນໝົດ, ທາງ​ລົດ​ໄຟ​ຈີນ-ລາວ​ສອດ​ຄ່ອງ​ກັ​ບ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ຂອງ​ລັດ​ຖະ​ບານ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ຈີນ-ລາວ, ສອງຝ່າຍຕ່າງກໍໄດ້​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ. ໃນ​ເວ​ລາ​ທີ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຈີນ-ລາວ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຊີ້​ອອກວ່າ: ທາງ​ລົດ​ໄຟ​ຈີນ-ລາວ​ເປັນ​ໂຄງ​ການ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ຮັກ​ສາ​ທາງ​ລົດ​ໄຟສາຍນີ້​ໃຫ້​ດີ ແລະ ບໍ​ລິ​ຫານ​ໃຫ້​ດີ, ພັດ​ທະ​ນາ ແລະ ກໍ່​ສ້າງ​ບໍ​ລິ​ເວນ​ອ້ອມ​ຂ້າງ​ໃຫ້​ດີ, ສ້າງໃຫ້ເປັນເສັ້ນ​ທາງຄຳດ້ານການຂົນສົ່ງ, ສ້າງຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ. ເດືອນ​ຕຸ​ລາ​ປີ 2024, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປ​ະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ ໂດຍ​ຊີ້​ອອກວ່າ: ສອງ​ຝ່າຍ​ຄວນ​ສືບ​ຕໍ່​ພັດ​ທະ​ນາ​ທາງ​ລົດ​ໄຟ​ຈີນ-ລາວ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ຊຸກ​ຍູ້​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ລາວ, ສ້າງ​ແບບ​ຢ່າງ​ແຫ່ງ​ການ​ຮ່ວມ​ມື​ຂອງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ສ່ວນການສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ກໍເປັນ​ແຜນ​ຍຸດ​ທະ​ສາດ​ສຳ​ຄັນຂອງປະ​ເທດ​ລາວທີ່​ຫັນ​ຈາກ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ” ເປັນ “ປະ​ເທດເຊື່ອມໂຍງເຊື່ອມ​ຈອດ”, ລັດ​ຖະ​ບານ​ລາວ​ໄດ້​ສະ​ໜັບ​ສະ​ໜູນ​ການສ້າງ ແລະ ການ​ເຄື່ອນ​ໄຫວ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ມາ​ໂດຍ​ຕະຫຼອດ. ທ່ານ​ທອງ​ລຸນ ສີ​ສຸ​ລິດ​ເຄີຍ​ກ່າວ​ວ່າ: ທາງ​ລົດ​ໄຟ​ຈີນ​-ລາວໄດ້​ເຮັດ​ໃຫ້​ “ຄວາມ​ໃຝ່​ຝັນ​ທາງ​ລົດ​ໄຟ” ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງປະ​ເທດ​ລາວ​ບັນ​ລຸ​ຜົນ​ເປັນ​ຈິງ. ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນບົວລະບັດຮັກ​ສາ ແລະ ບໍ​ລິ​ຫານ​ທາງ​ລົດ​ໄຟ​ລາວ-ຈີນ​ໃຫ້​ດີ, ສ້າງຜົນ​ປະ​ໂຫຍດໃຫ້​ແກ່​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຈີນໃຫ້ໄດ້ຫຼາຍກວ່າ​ເກົ່າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.
ສອງ​ປະ​ເທດ​ຈີນ ແລະ ລາວ​ມີ​ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ເຊິ່ງໄດ້ຊຸກຍູ້ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ເປັນ “ເສັ້ນທາງຄຳດ້ານການຂົນສົ່ງ” ມີປະ​ສິດ​ທິ​ຜົນນັບມື້ນັບສູງຂຶ້ນ ແລະ ຂະນະດຽວກັນ, ທາງລົດໄຟສາຍນີ້ກໍໄດ້ຊຸກຍູ້ການພັດທະນາດ້ານເສດຖະກິດການຄ້າລະຫວ່າງຈີນ-ລາວເຊັ່ນດຽວກັນ. ຕົວ​ເລກຂໍ້​ມູນໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ການ​ຄ້າ​ລະ​ຫວ່າງ​ຈີນ ແລະ ລາວ ຄື: ປັດ​ຈຸ​ບັນ, ຈີນ​ເປັນ​ປະ​ເທດ​ທີ່​ມີ​ການ​ລົງ​ທຶນຢູ່​ລາວຫຼາຍ​ທີ່​ສຸດ, ເປັນ​ປະ​ເທດ​ທີ່ນຳ​ເຂົ້າ​ສິນ​ຄ້າຈາກ​ປະ​ເທດ​ລາວຫຼາຍທີ່​ສຸດ ແລະ ເປັນ​ປະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ລາວ. ແຕ່​ເດືອນ​ມັງ​ກອນ ຫາ​ເດືອນ​ພະ​ຈິກ​ປີ 2024, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ ແລະ ລາວ​ມີ​ເຖິງ 7,401 ຕື້​ໂດ​ລາ; ນັບ​ແຕ່​ເປີດ​ນຳ​ໃຊ້​ເມື່ອ​ເດືອນ​ທັນ​ວາ​ປີ 2021 ເປັນ​ຕົ້ນ​ມາ, ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຢ່າງ​ຕໍ່​ເນື່ອງ, ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ຕໍ່​ມື້​ໄດ້​ເພີ່ມ​ຈາກ 2 ຖ້ຽວຂຶ້ນ​ເປັນ 20 ຖ້ຽວ​ຕໍ່​ມື້, ສິນ​ຄ້າ​ກໍ​ເພີ່ມ​ຈາກ 10 ກວ່າ​ຊະ​ນິດ​ຂຶ້ນ​ເປັນ 3.800 ກວ່າ​ຊະ​ນິດ​ໃນ​ປັດ​ຈຸ​ບັນ ເຊິ່ງ​ໄດ້​ເປັນການສະ​ໜອງຊ່ອງທາງ​ຂົນ​ສົ່ງ​ທີ່​ສະ​ດວກ ແລະ ວ່ອງ​ໄວ ທັງມີ​ປະ​ສິດ​ທິ​ພາບ​ສູງແກ່ການ​ຄ້າ​ສອງ​ຝ່າຍ.
ທາງ​ລົດ​ໄຟ​ຈີນ-ລາວ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ສອງ​ປະ​ເທດ​ຈີນ-ລາວ​ເທົ່າ​ນັ້ນ ແຕ່ຍັງໄດ້​ຕອບ​ສະ​ໜອບ​ກັບ​ຄວາມ​ຕ້ອງ​ການ​ ແລະ ສ້າງຜົນ​ປະ​ໂຫຍດໂດຍ​ກົງ ແລະ ທາງ​ອ້ອມ​ໃຫ້​ແກ່ບັນດາປະ​ເທດ​ອ້ອມ​ຂ້າງອີກດ້ວຍ. ນັບ​ແຕ່​ທາງ​ລົດ​ໄຟ​ຈີນ-ລາວ​ເປີດ​ນຳ​ໃຊ້ຕະຫຼອດ 3 ປີ​ຜ່ານມາ, ທຸ​ລະ​ກິດ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ພັດ​ທະ​ນາ​ຢ່າງຄຶກຄັກ, ຂອບ​ເຂດການຂົນ​ສົ່ງ​ສິນ​ຄ້າ​ໄດ້ຂະຫຍາຍວົງກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຂອບ​ເຂດການຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້ກວມເອົາ 31 ແຂວງ (ເຂດ​ປົກ​ຄອງ​ຕົນ​ເອງ, ກຳ​ແພງ​ນະ​ຄອນ)ຂອງ​ຈີນ, 19 ປະ​ເທດ ແລະ ເຂດ​ແຄວ້ນ ເຊັ່ນ: ລາວ, ໄທ, ຫວຽດ​ນາມ, ສິງ​ກະ​ໂປ ແລະປະເທດອື່ນໆ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ ແລະ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ພາກ​ພື້ນ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ “ສາຍ​ດ່ວນແມ່ນ້ຳລ້ານ​ຊ້າງ-ແມ່ນ້ຳຂອງ” ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ບັນ​ທຸກ​ກຸ້ງ​ແຊ່​ເຢັນ 24 ໂຕນ​ຂອງ​ຈັງ​ຫວັດ​ສົງ​ຂາ​ປະ​ເທດ​ໄທ​ໄດ້​ແລ່ນ​ເຂົ້າ​ສູ່​ສະ​ຖາ​ນີຕາເວັນຕົກຫວາງ​ເຈ່ຍ​ຢິງ​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນ ເຊິ່ງເປັນຂີດໝາຍສະ​ແດງ​ໃຫ້​ເຫັນ​ວ່າ ການ​ທົດ​ລອງ​ຂົນ​ສົ່ງຜະ​ລິດ​ຕະ​ພັນສິນໃນ​ນ້ຳ​ທີ່​ສົດ ຫຼື ແຊ່​ເຢັນ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວໄດ້ເລີ່ມຕົ້ນຢ່າງເປັນທາງການ ແລະກໍ​ໝາຍ​ເຖິງປະ​ເພດ​ສິນ​ຄ້າ​ທີ່​ຂົນ​ສົ່ງ​ຂ້າມ​ຊາດ​ຕາ​ມ​ທາງ​ລົດ​ໄຟ​ຈີນ-ລາວໄດ້ເປີດກວ້າງອອກອີກ​ຄັ້ງ​ໜຶ່ງ. ສ່ວນທາງ​ລົດ​ໄຟ​ຈີນ-ໄທ​ໄລ​ຍະ 2 ຄາດ​ວ່າຈະ​ລົງ​ມື​ກໍ່​ສ້າງ​ໃນ​ປີ 2025, ​ຕອນ “ໜອງ​ຄາຍ-ລາ​ຊະ​ສີ​ມາ” ໄລ​ຍະ 2 ຈະແກ່ຍາວ​ໄປເຖິງໜອງ​ຄາຍ​ປະ​ເທດ​ໄທ​ທີ່ຂັ້ນກັບ​ນະ​ຄອນຫຼວງວຽງ​ຈັນປະເທດລາວພຽງແຕ່​ແມ່​ນ້ຳຂອງເທົ່ານັ້ນ ແລະ ຈະ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວໃນຕໍ່ໜ້າ.
ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ກໍ​ໄດ້​ຊຸກ​ຍູ້​ການ​ຍົກ​ລະ​ດັບ​ປະ​ສິດ​ທິ​ພາບ​ການ​ຂົນ​ສົ່ງ ແລະ ຜ່ານ​ດ່ານ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ. ສາງ​ສະ​ສົມ​ສິນ​ຄ້າທີ່ຢູ່ດ່ານ​ບໍ່​ຫານ ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ລ້ຳ​ຍຸກ ເຊັ່ນ: 5G, ລະ​ບົບນຳທາງທຽມ ເປີຍ​ໂຕວ, AI ແລະອື່ນໆ ເພື່ອ​ສ້າງໃຫ້ເປັນສາງ​ແບບ​ດິ​ຈິ​ຕອນ ແລະ ອັດ​ສະ​ລິ​ຍະ ເຊິ່ງ​ໄດ້​ຍົກ​ສູງ​ປະ​ສິດ​ທິ​ພາບ​ໃນ​ການ​ຂົນ​ຖ່າຍ​ສິນ​ຄ້າໃຫ້ສູງຂຶ້ນຢ່າງຫຼວງຫຼາຍ. ພ້ອມ​ກັນ​ນັ້ນ, ພາກ​ສ່ວນ​ທາງ​ລົດ​ໄຟ, ດ່ານ​ພາ​ສີ ແລະ ການກວດ​ກາ​ການ​ເຂົ້າ​ອອກ​ເມືອງ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນປະ​ສາ​ນ​ງານກັນ, ໄດ້ສຳ​ເລັດ​ການປັບສ້າງດ່ານ​ທາງ​ລົດ​ໄຟ​ບໍ່​ຫານ​ໃຫ້​ເປັນມີບົດບາດຫຼາຍຍິ່ງຂຶ້ນ ແລະ​ເປັນແບບ​ອັດ​ສະ​ລິ​ຍະ, ການຜ່ານ​ດ່ານ​ຂອງ​ສິນ​ຄ້ານຳ​ເຂົ້າ ແລະ ສົ່ງ​ອອກ​ຕ່າງໄດ້​ປະ​ຢັດເວລາ 60% ແລະ 90% ຕາມ​ລຳ​ດັບ ເມື່ອ​ທ່ຽບ​ໃສ່​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ເປີດ​ນຳ​ໃຊ້ທາງທາງລົດໄຟ, ປະ​ສິດ​ທິ​ພາບ​ຂອງ​ການ​ຜ່ານ​ດ່ານ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ.
“ເຖິງຈະເປັນຄວາມ​ໃຝ່​ຝັນທີ່ໄກ​ແສນ​ໄກ ແຕ່ຍຶດ​ໝັ້ນບຸກ​ບືນ​ສູ້​ຊົນ​ກໍ​ຈະບັນລຸຄວາມຝັນໄດ້ໃນ​ທີ່​ສຸດ; ຢາກຈະບັນລຸຄວາມປາດ​ຖະ​ໜາກໍຈະປະສົບຄວາມຫຍຸ້ງຍາກລຳ​ບາກຕ່າງໆນານາ, ຂໍ​ແຕ່​ຍຶດ​ໝັ້ນ​ຕະຫຼອດ​ໄປ​ກໍຈະສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງໄດ້.” ຜົນ​ສຳ​ເລັດ​ຂອງ​ທາງ​ລົ​ດ​ໄຟ​ຈີນ-ລາວ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ເສັ້ນ​ທາງ​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈະ​ນັບ​ມື້​ນັບ​ກວ້າງ​ອອກ. ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ເຊື່ອມ​ຕໍ່​ສອງ​ປະ​ເທດ ແລະ ພາກ​ພື້ນ​ໄດ້ສ້າງຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດຈີນ-ລາວ ດ້ວຍ​ຄວາມ​ສາ​ມາດການ​ຂົນ​ສົ່ງທີ່​ເຂັ້ມ​ແຂງ ແລະ ເຊື່ອມ​ຈອດກັບພາກ​ພື້ນ. ໃນ​ອະ​ນາ​ຄົດ, ທາງ​ລົດ​ໄຟ​ຈີນ-ລາວ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ, ຊຸກ​ຍູ້​ການ​ພັດ​ທະ​ນາເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ​ຈີນ-ລາວ ກໍ​ຄື ພາ​ກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ຂຽນ​ປະຫວັດສາດໜ້າ​ໃໝ່ໃນ​ການ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພັດ​ທະ​ນາດ້ວຍຄຸນ​ນະ​ພາບ​ສູງ.