ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຫວັດການອອກພັນສາ.

Oct 17, 2024

ປະຫວັດການອອກພັນສາ.
ຄຳວ່າອອກໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດ ໄປພັກແຮມບ່ອນອື່ນໄດ້ ຈຶ່ງເອີ້ນວ່າ ອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພະສົງສາມະເນນ ໄດ້ກະທຳກິດຂອງພະສາສະໜາ.
ຄຳວ່າອອກໄດ້ແກ່ການອອກຈາກເຂດຈຳກັດ ຫຼື ອອກຈາກເຂດວັດ ໄປພັກແຮມບ່ອນອື່ນໄດ້ ຈຶ່ງເອີ້ນວ່າບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວເຮົາ ເພື່ອເປີດໂອກາດໃຫ້ແກ່ພະສົງສາມະເນນ ໄດ້ກະທຳກິດ ຂອງພະສາສະໜາ ເຊັ່ນ: ໄປເທສະໜາ ໄປສັ່ງສອນທາງທຳປະຊາຊົນ ໄປບວດລູກຫຼານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດຕິພີ່ນ້ອງ ອຸປະຊາອາຈານ ເປັນຕົ້ນ ພາຍຫລັງທີ່ໄດ້ຈຳພັນສາ ມາເປັນເວລາ 3 ເດືອນແລ້ວ.
ສຳລັບການເຮັດບຸນອອກພັນສາປະວໍລະນາ ເລີ່ມແຕ່ພະສົງສາມະເນນ ຈະຕື່ນແຕ່ເຊົ້າ ຕີກອງເດິກ ຕີຄ້ອງ ຕີລະຄັງ ໄຫວ້ພະ ສູດມົນພ້ອມກັນ ແລ້ວກ່າວຄຳປະວໍລະນາ ອອກພັນສາໃນມື້ຂຶ້ນ 15 ຄໍ່າເດືອນ 11 ສ່ວນຝ່າຍຄະລືຫັດ (ຊາວບ້ານ) ສັດທາຊາວບ້ານ ກໍກຽມຕົວມາເຮັດບຸນກຸສົນ ກຽມອາຫານຫວານຄາວ ມາໃຫ້ທານ ຮັກສາສິນ ຟັງທຳມະເທດສະໜາ ຮ່ວມກັນທີ່ວັດ ໄຕ້ປະທີບໄຫຼເຮືອໄຟທາງນໍ້າ ທາງບົກ ບູຊາຂັ້ນໄດແກ້ວ ຈູດບັ້ງໄຟດອກ. ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ສັດທາຊາວບ້ານ ແລະ ພະສົງສາມະເນນ ຮ່ວມກັນສ້າງເຮືອໄຟຂຶ້ນ ໃນເຂດວັດບ່ອນທີ່ເໝາະສົມ ພໍຮອດຕອນຄ່ຳ ກໍນໍາປະທີບນໍ້າມັນ ດອກໄມ້ ທູບທຽນມາຈູດໄຕ້ບູຊາ ພະລັດຕະນະໄຕ ບາງບ່ອນຢູ່ໃກ້ແມ່ນ້ຳກໍ ເຮັດເຮືອໄຟແລ້ວ ນຳໄປໄຫຼນ້ຳ ຖືວ່າການບູຊາປະທີບນ້ຳມັນ ນັ້ນມີອານິສົງຫຼາຍ ຕົວຢ່າງເຊັ່ນ: ພະອານຸລຸດທະເຖລະ ເປັນພະສາວົກ ທີ່ໄດ້ຍົກຍ້ອງວ່າ ເປັນພະອໍລະຫັນ ຜູ້ມີຕາທິບ ເບິ່ງກວ້າງເຫັນໄກໄດ້ ເພາະອານິສົງຖວາຍປະທີບ ໃນເມື່ອກ່ອນຈຶ່ງນິຍົມກັນມາຮອດປັດຈຸບັນ.