ການແຂ່ງຂັນ “ຕີຄີ” ແມ່ນກິລາພື້ນເມືອງ ເຊິ່ງເປັນກິດຈະກຳໜຶ່ງທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງບຸນນະມັດສະການພະທາດຫລວງ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງ ພະນັກງານລັດຖະບານ ກັບ ປະຊາຊົນ, ພ້ອມຍັງເປັນກິດຈະກຳທີ່ສາມາດດຶງດູດຄວາມສົນໃຈຂອງມວນຊົນລາວ ແລະ ຕ່າງປະເທດ ເຂົ້າຊົມ ແລະ ເຊຍດັງຟົດສະນັ່ນທົ່ວສະໜາມຫຼວງ (ເດີ່ນທາດຫຼວງ).
ການແຂ່ງຂັນກິລາພື້ນເມືອງນີ້ ຈາກເມື່ອກ່ອນຕ້ອງຕີໃຫ້ໄດ້ໄລຍະໄກທີ່ສຸດ ຈຶ່ງຈະເປັນຜູ້ຊະນະ, ໄດ້ພັດທະນາເປັນການແຂ່ງຂັນແບບທີມ ກະຕິກາການແຂ່ງຂັນ ຈຶ່ງຖືກປັບປ່ຽນໄປເປັນການຕີລູກຄີ ໃຫ້ເຂົ້າປະຕູຂອງອີກຝ່າຍໜຶ່ງ ໂດຍມີອຸປະກອນທີ່ເຮັດຈາກພູມປັນຍາດັ່ງເດີມ ນັ້ນກໍຄື “ໄມ້ຕີ” ທີ່ເຮັດຈາກໄມ້ໄຜ່ ທີ່ມີບໍລິເວນເຫງົ້າ ຫຼື ໂຄນຕົ້ນເດ່ອອກມາເປັນຮູບຊົງໂຄ້ງ (ບາງຄົນກໍໃຊ້ໄມ້ອື່ນແທນ), ສ່ວນ “ລູກຄີ” ແມ່ນໝາກບານນ້ອຍທີ່ເຮັດດ້ວຍແພ ຫຼື ປະຍຸກໃຊ້ວັດຖຸອື່ນເຮັດເປັນລູກຄີ. ປະຕູ ກໍມີລັກສະນະຄືປະຕູບານເຕະ ແຕ່ມີຂະໜາດນ້ອຍກວ່າ ໂດຍມີຜູ້ເຂົ້າແຂ່ງຂັນທີມລະ 11 ຄົນ ຫລື ຫຼາຍກວ່ານັ້ນ.
ສຳລັບການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ ປະຈຳປີ 2024 ແມ່ນກົງກັບວັນທີ 15ພະຈິກ 2024 ກໍຈະມີຂະບວນແຫ່ລູກຄີ ອອກຈາກກົມມະລຽນທາດ ເພື່ອທຳການແຂ່ງຂັນຕາມ ປະເພນີ. ບໍລິເວນໃຈກາງເດີ່ນພຣະທາດຫຼວງໃນເວລານີ້ ໄດ້ຖືກນິມິດໃຫ້ກາຍເປັນເດີ່ນກິລາ ໂດຍມີນັກ ກິລາ 2 ທີມຈາກຝ່າຍ ລັດຖະບານ ແລະ ທີມຝ່າຍປະຊາຊົນ ເພື່ອທຳການແຂ່ງຂັນຕີຄີ.
ຜົນຂອງການແຂ່ງຂັນຕີຄີ ຍັງສາມາດທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ, ເຂົ້າໝາກ ປາແພງ, ມີໂຈນຂີ້ລັກ-ງັດແງະຫຼາຍ, ເກີດພະຍາດລະບາດ. ຖ້າປີໃດ ຝ່າຍປະຊາຊົນຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫຼາຍ, ເຂົ້າປາອາຫານ ເຫຼືອຢູ່ເຫຼືອກິນ, ປະຊາຊົນຢູ່ເຢັນເປັນສຸກ ບ້ານເມືອງສະຫງົບສຸກປອດໄພ.









