ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະຫວັດສາດຈາລຶກ “ວັນຄົບຮອບ 56 ປີ ແຫ່ງໂສກຄະນາຕະກຳຖ້ຳປິວ

Nov 24, 2024

ປະຫວັດສາດຈາລຶກ “ວັນຄົບຮອບ 56 ປີ ແຫ່ງໂສກຄະນາຕະກຳຖ້ຳປິວ (24 ພະຈິກ 1968-2024) ໄຫວ້ອາໄລເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລິສຸດ ທີ່ໄດ້ເສຍຊີວິດໃນເຫດການຂອງ ເຄື່ອງບິນອາເມຣິກາ ໄດ້ຍິງລູກສອນໄຟເຂົ້າໃນຖ້ຳປິວ ອັນເຮັດໃຫ້ປະຊາຊົນທີ່ລີ້ໄພໃນຖ້ຳເສຍຊີວິດທັງໝົດ 374 ຄົນ”.
ຖ້ຳປິວ ເປັນອະນຸສອນສະຖານ ແລະ ແຫລ່ງທ່ອງທ່ຽວປະຫວັດສາດ, ອັນເປັນສັນຍາລັກແຫ່ງຄວາມໂຫດຮ້າຍຂອງສົງຄາມໃນອາດີດ ໂດຍຕັ້ງຢູ່ເທິງຜາຫິນສູງຊັນ ໃນເຂດບ້ານບວມລອງ ເມືອງຄຳ ແຂວງຊຽງຂວາງ. ປະເທດລາວຂອງພວກເຮົາເປັນປະເທດໜຶ່ງທີ່ຖືກພວກສັກດີນາຕ່າງດ້າວ ພວກຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ເຂົ້າມາຮຸກຮານເປັນເວລາຫລາຍສິບປີ ແຕ່ປະຊາຊົນລາວບັນດາເຜົາກໍ່ໄດ້ຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ.
ການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ເຊິ່ງເປັນຈັກກະພັດໂຕຮ້າຍກາດທີ່ພວກມັນມີອາວຸດຍຸດໂທປະກອນທີ່ທັນສະໄໝ ຕະຫລອດໄລຍະດັ່ງກ່າວປະເທດລາວໄດ້ລຸກເປັນໄຟໄປທຸກຫຍອມຫຍ້າໂດຍສະເພາະແມ່ນພູພຽງຊຽງຂວາງ ກໍຄືທົ່ງໄຫຫີນໄດ້ກາຍເປັນສະໜາມຮົບ ທີ່ດຸເດືອດ ແລະ ຂ້ຽວຂາດລະຫວ່າງຈັກກະພັດຜູ້ຮຸກຮານພ້ອມລູກແຫລ່ງຕີນມື ແລະ ກຳລັງປະຕິວັດຮັກຊາດຂອງພວກເຮົາ.
ທົ່ງໄຫຫີນ ແຂວງຊຽງຂວາງແຫ່ງນີ້ເປັນຈຸດຍຸດທະສາດທີ່ສຳຄັນໂດຍສະເພາະທາງດ້ານການທະຫານຈິ່ງເຮັດໃຫ້ທົ່ງໄຫຫີນ ແຂວງຊຽງຂວາງ ເປັນສະໜາມຮົບສູ້ຢັ້ນຢ່າງແຂງແຮງລະຫວ່າງສອງຝາຍ ແລະ ໂດຍນໍ້າໃຈຮັກຊາດອັນສູງສົ່ງຂອງກຳລັງປະຕິວັດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງຊຽງຂວາງ ແລະ ພາຍໃຕ້ການນຳພາຂອງພັກໄດ້ຕໍ່ສູ້ຢ່າງພິລະອາດຫານໃນທີ່ສຸດກໍ່ສາມາດຂັບໄລ່ພວກຈັກກະພັດ ແລະ ລູກແຫລ່ງຕີນມືຂອງພວກເຂົາອອກຈາກບັນດາເມືອງ ແຂວງຊຽງຂວາງສາມາດປົດປ່ອຍບັນດາເມືອງພາຍໃນແຂວງ ແລະ ທົ່ງໄຫຫີນໄດ້ໃນວັນທີ 1 ມັງກອນ 1961.