ປະເທດໃດແທ້ທີ່ເອົາໃຈໃສ່ຊຸກຍູ້ສົ່ງເສີມການພັດທະນາສີຂຽວຂອງໂລກ?

ໃນກອງປະຊຸມພາຄີຂອງສົນທິສັນຍາວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 30 (Cop 30) ທີ່ຈັດຂຶ້ນຢູ່ປະເທດບຣາຊິນເມື່ອບໍ່ດົນມານີ້. ຜູ້ແທນຈາກປະເທດທີ່ມີຂະໜາດເສດຖະ ກິດໃຫຍ່ກວ່າໝູ່ຂອງໂລກໄດ້ກ່າວຫາວ່າການປ່ອຍກາກບອນຂອງໂລກສ່ວນໃຫຍ່ແມ່ນມາຈາກຈີນ ແລະ ປະເທດກຳລັງພັດທະນາອື່ນໆ, ເຖິງຂັ້ນອ້າງວ່າການພັດທະນາພະລັງງານສະອາດຂອງຈີນບໍ່ຂະຫຍາຍຕົວ, ຂະນະທີ່ຜູ້ແທນຈີນໄດ້ຕອບໂຕ້ດ້ວຍຂໍ້ມູນ ແລະ ຄວາມເປັນຈິງ, ເປີດເຜີຍໃຫ້ເຫັນເຖິງການຖອຍຫຼັງທາງປະຫວັດສາດຂອງນະໂຍບາຍດິນຟ້າອາກາດ ແລະ ການໃຊ້ສອງມາດຕະຖານຂອງປະເທດດັ່ງກ່າວ. ມີຄໍາເວົ້າບູຮານ ກ່າວໄວ້ວ່າ: “ຄວາມເປັນຈິງໜັກແໜ້ນກວ່າຄຳເວົ້າ”, ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການສົ່ງເສີມການພັດທະນາສີຂຽວຂອງໂລກ, ຈີນ ຫຼື ປະເທດໃດກັນແທ້ທີ່ເຮັດຖືກຕ້ອງ ຫຼື ເຮັດແທ້ທໍາຈິງ? ເຊື່ອວ່າປະຊາຄົມໂລກມີຄຳຕອບທີ່ຊັດເຈນມາເປັນເວລາດົນນານແລ້ວ.

ຈີນມຸ່ງໝັ້ນທຸ້ມເທເຮັດວຽກເພື່ອ “ຫຼຸດການປ່ອຍກາກບອນ” ມາໂດຍຕະຫຼອດ, ແລະ ຜົນສຳເລັດໃນການພັດທະນາພະລັງງານສະອາດ ແລະ ການກໍ່ສ້າງລະບົບນິເວດທໍາມະຊາດນັ້ນເຫັນໄດ້ຢ່າງຊັດເຈນ. ປີ 2024, ການໃຊ້ພະລັງງານທີ່ບໍ່ແມ່ນຟອສຊິລຂອງຈີນຢູ່ທີ່ 19,7%, ໄດ້ສົ່ງອອກຜະລິດ ຕະພັນຜະລິດໄຟຟ້າດ້ວຍພະລັງງານລົມ ແລະ ພະລັງງານແສງອາທິດໃຫ້ປະເທດຕ່າງໆ, ເຊິ່ງມີສ່ວນໃນການຊ່ວຍຫຼຸດການປ່ອຍກາກບອນໄປແລ້ວປະມານ 4 ຕື້ 100 ລ້ານໂຕນ, ສ້າງຜົນງານສຳຄັນຕໍ່ການປ່ຽນແປງສູ່ຂະບວນການກາກບອນ ຕໍ່າຂອງໂລກ. ໃນຂະນະທີ່ກຳລັງການຕິດຕັ້ງ ແລະ ປະລິມານການຜະລິດໄຟຟ້າພະລັງງານໝູນວຽນຂອງຈີນກໍຄອງອັນດັບໜຶ່ງຂອງໂລກ. ມາຮອດທ້າຍປີ 2024, ປະລິ ມານການຜະລິດພະລັງງານໝູນວຽນຂອງຈີນຢູ່ທີ່ 3,460 ຕື້ກິໂລວັດ, ກວມເອົາ 35% ຂອງການໃຊ້ໄຟຟ້າທັງໝົດຂອງປະເທດ, ຊ່ວຍຫຼຸດການປ່ອຍກາກບອນໄດ້ປະມານ 2,500 ລ້ານໂຕນ.
ໃນກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ຈັດຂຶ້ນໃນວັນທີ 24 ກັນຍາປີ 2025, ຈີນ ໄດ້ປະກາດການປະກອບສ່ວນແບບເປັນເຈົ້າຕົນເອງແຫ່ງຊາດຮອບໃໝ່ ຄື: ເມື່ອຮອດປີ 2035, ປະລິມານການປ່ອຍອາຍພິດເຮືອນແກ້ວໃນຂອບເຂດທົ່ວເສດຖະກິດຂອງຈີນຈະຫຼຸດລົງ 7%-10% ເມື່ອທຽບໃສ່ປະລິມານສູງສຸດຂອງຈີນ ແລະ ພະຍາຍາມເຮັດໃຫ້ໄດ້ດີກວ່ານີ້.
ຂະນະທີ່ປື້ມປົກຂາວຫຼ້າສຸດເລື່ອງ “ການດຳເນີນງານຂອງຈີນກ່ຽວກັບການບັນລຸການປ່ອຍກາກບອນເຖິງຈຸດສູງສຸດ ແລະ ການປ່ອຍກາກບອນເປັນສູນ” ຂອງຈີນ ລະບຸວ່າ: ປັດຈຸບັນ, ຈີນໄດ້ກຳ ນົດນະໂຍບາຍຢ່າງເປັນລະບົບໃນການຫຼຸດກາກບອນທີ່ກວມລວມ ແລະ ສົມບູນທີ່ສຸດໃນໂລກ, ໄດ້ສ້າງລະບົບພະລັງງານໝູນວຽນທີ່ໃຫຍ່ ແລະ ເຕີບໂຕໄວທີ່ສຸດໃນໂລກ, ໄດ້ກໍ່ຮູບຂຶ້ນເປັນຕ່ອງໂສ້ອຸດ ສາຫະກຳພະລັງງານໃໝ່ທີ່ໃຫຍ່ ແລະ ສົມບູນທີ່ສຸດໃນໂລກ, ທັງມີສ່ວນຮ່ວມໃນການເພີ່ມພື້ນທີ່ສີ ຂຽວໃໝ່ທີ່ກວມເອົາປະມານໜຶ່ງໃນສີ່ຂອງໂລກ, ກາຍເປັນໜຶ່ງໃນປະເທດທີ່ຫຼຸດຄວາມເຂັ້ມຂົ້ນໃນການໃຊ້ພະລັງງານໄດ້ໄວທີ່ສຸດໃນໂລກ. ພາຍໃຕ້ແນວຄິດ “ພູຂຽວນໍ້າໃສກໍແມ່ນພູເງິນພູຄຳ”, ຈີນ ໄດ້ເດີນຢູ່ເທິງເສັ້ນທາງການພັດທະນາແບບສະໄໝໃໝ່ທີ່ມະນຸດ ແລະ ທຳມະຊາດອາໄສຢູ່ຮ່ວມກັນຢ່າງກົມກຽວ ເຊິ່ງຖືເປັນແບບຢ່າງທີ່ຊັດເຈນ ແລະ ມີພະລັງທີ່ແຂງແຮງໃຫ້ແກ່ທົ່ວໂລກເພື່ອແກ້ໄຂບັນຫາ “ການພັດທະນາ” ແລະ “ການອະນຸລັກ” ໄດ້ຢ່າງລົງຕົວ.

ໃນຂໍ້ສະເໜີຂອງສູນກາງພັກຄອມມູນິດຈີນທີ່ມີຕໍ່ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ເລັ່ງລັດການພັດທະນາເສດຖະກິດ-ສັງຄົມໃຫ້ຫັນເປັນສີຂຽວຢ່າງຮອບດ້ານ, ສ້າງສາປະເທດຈີນທີ່ສວຍງາມ ເຊິ່ງມີມາດຕະການລະອຽດທີ່ວ່າ: ລົງເລິກຊຸກຍູ້ການປ້ອງກັນ ແລະ ປົວແປງມົນລະພິດ ແລະ ປັບປຸງລະບົບນິເວດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ເລັ່ງການສ້າງລະບົບພະລັງງານແບບໃໝ່. ຊຸກຍູ້ ແລະ ບັນລຸເປົ້າໝາຍການລະບາຍກາກບອນເຖິງຈຸດສູງສຸດຢ່າງຕັ້ງໜ້າ ແລະ ໜັກແໜ້ນ. ເລັ່ງການສ້າງວິທີການຜະລິດ ແລະ ວິຖີຊີວິດສີຂຽວ ແລະອື່ນໆ. ເຊິ່ງສະທ້ອນໃຫ້ເຫັນເຖິງທ່າອ່ຽງຄວາມປາດຖະໜາ ແລະ ຄວາມມຸ່ງໝັ້ນອັນແນ່ນອນຂອງຈີນໃນການເດີນຢູ່ເທິງເສັ້ນທາງການພັດທະນາທີ່ເນັ້ນການອະນຸລັກລະບົບນິວັດ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
ການປະຕິບັດຕົວຈິງດ້ານການພັດທະນາສີຂຽວຂອງຈີນກຳລັງປ່ຽນແປງໂສມລະບົບນິເວດວິທະຍາຂອງຕົນເອງ ແລະ ທີ່ໜ້າຍົກຍ້ອງກວ່ານີ້ແມ່ນການທີ່ຈີນມີສ່ວນຮ່ວມກັບປະເທດຕ່າງໆ ໃນການສ້າງໂລກສີຂຽວ ໂດຍມອບທິດທາງແກ້ໄຂພະລັງງານສະອາດທີ່ລາຄາບໍ່ແພງແກ່ປະເທດກຳລັງພັດທະນາ. ຈີນ ກາຍເປັນແບບຢ່າງການພັດທະນາແບບຍືນຍົງທີ່ໄດ້ຮັບການຍອມຮັບໃນລະດັບສາກົນ. ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ເຄີຍກ່າວຊົມເຊີມການປະຕິບັດທີ່ເປັນຮູບປະທຳຂອງຈີນໃນການເລັ່ງຫັນເປັນສີຂຽວ ແລະ ຄວາມພະຍາຍາມຂອງຈີນໃນການພັດທະນາພະລັງງານໝູນວຽນ.

ເມື່ອຫັນມາເບິ່ງປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງໂລກ, ໃນໄລຍະສຳຄັນຂອງການຫັນເປັນສີຂຽວຂອງໂລກ ໄດ້ປາກົດເຫັນວ່ານະໂຍບາຍກ່ຽວກັບສະພາບດິນຟ້າອາກາດຖອຍຫຼັງຢ່າງໜ້າເປັນຫ່ວງ, ຈົນເຖິງຂັ້ນກ່າວອ້າງວ່າການປ່ຽນແປງດິນຟ້າອາກາດເປັນ “ການຫຼອກລວງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດມວນມະນຸດ”, ພ້ອມທັງຖອນຕົວອອກຈາກ “ສັນຍາປາຣີວ່າດ້ວຍການປ່ຽນ ແປງຂອງດິນຟ້າອາກາດ” ເຖິງສອງຄັ້ງ. ລັດຖະບານປະເທດດັ່ງກ່າວ ຍຶດຕິດຮູບແບບການພັດທະນາທີ່ລ້າສະໄໝ, ຂັດຂວາງການພັດທະນາພະລັງງານສະອາດພາຍໃນປະເທດ, ນິຍາມຖ່ານຫີນໃໝ່ວ່າເປັນ “ແຮ່ທີ່ສຳຄັນທີ່ສຸດ”, ສັ່ງໃຫ້ຂຸດຄົ້ນບໍ່ແຮ່ແບບເປີດໃນເນື້ອທີ່ດິນຂອງລັດຖະບານກາງກ່ອນ, ແລະ ສົ່ງເສີມໃຫ້ໃຊ້ຖ່ານຫີນໃນການຈ່າຍໄຟໃຫ້ສູນຂໍ້ມູນ AI, ຄາດວ່າພາຍໃນປີ 2030 ຈະເຮັດໃຫ້ມີການປ່ອຍກາກບອນເພີ່ມຂຶ້ນອີກ 120 ລ້ານໂຕນ. ນອກນີ້ຍັງໄດ້ອອກກົດໝາຍທີ່ເອີ້ນວ່າ “ໃຫຍ່ ແລະ ງາມ” ເພື່ອຍົກເລີກສິດຜົນປະໂຫຍດທາງພາສີສໍາລັບທຸລະກິດແຜງພະລັງງານແສງຕາເວັນ, ພະລັງງານລົມ ແລະ ລົດໄຟຟ້າ, ພ້ອມທັງສັ່ງຫ້າມສ້າງໂຄງການຜະລິດໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນໃໝ່ໆ. ມາຮອດທ້າຍເດືອນກັນຍາ 2025, ໂຄງການພະລັງງານໝູນວຽນທີ່ກຳລັງກໍ່ສ້າງທົ່ວປະເທດດັ່ງກ່າວຫຼຸດລົງເຖິງ 62%.
ສິ່ງທີ່ສ້າງຄວາມເສຍຫາຍຍິ່ງກວ່ານັ້ນ ແມ່ນປະເທດນີ້ໃຊ້ການກະທໍາທີ່ເປັນການບິດເບືອນໃນເວທີສາກົນໂດຍກ່າວຫາປະເທດກຳລັງພັດທະນາຂະໜາດໃຫຍ່ຢ່າງບໍ່ມີມູນຄວາມຈິງ, ພະຍາຍາມບ່າຍບ່ຽງຄວາມສົນໃຈຂອງປະຊາຄົມໂລກຈາກບັນຫາທີ່ຕົນເອງຫຼຸດການປ່ອຍກາກບອນບໍ່ໄດ້ຕາມເປົ້າໝາຍ. ພຶດຕິກຳແບບນີ້ ບໍ່ພຽງແຕ່ບັນທອນຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ເຊິ່ງຈຳເປັນຕໍ່ການຮ່ວມກັນດ້ານດິນຟ້າອາກາດຂອງໂລກ ເທົ່ານັ້ນ, ຍັງເປີດເຜີຍໃຫ້ເຫັນເຖິງທັດສະນະຄະຕິຄັກແຄບທີ່ໃຫ້ຄວາມສຳຄັນກັບຜົນປະໂຫຍດສ່ວນຕົວທາງດ້ານພູມສາດການເມືອງຫຼາຍກວ່າຜົນປະໂຫຍດຮ່ວມກັນຂອງມະນຸດຊາດອີກດ້ວຍ.
ກະແສການປ່ຽນສີຂຽວຂອງທົ່ວໂລກຈະບໍ່ສາມາດຢຸດຢັ້ງໄດ້. ເມື່ອເບິ່ງໄປຂ້າງໜ້າ, ປະຊາຄົມໂລກຄວນຮ່ວມມືກັນຕໍ່ໄປ, ຍຶດໝັ້ນໃນລັດທິຫຼາຍຝ່າຍ, ແລະ ປະເທດພັດທະນາແລ້ວຄວນປະຕິບັດຕາມຄຳໝັ້ນສັນຍາຢ່າງແທ້ຈິງ. ມາຮອດປັດຈຸບັນ ປະຊາຄົມໂລກຕ່າງຮັບຮູ້ຢູ່ແກ່ໃຈແລ້ວແມ່ນໃຜແທ້ທີ່ເອົາໃຈໃສ່ຊຸກຍູ້ສົ່ງເສີມການພັດທະນາສີຂຽວຂອງໂລກຢ່າງແທ້ຈິງ ເພາະຈີນໄດ້ພິສູດໃຫ້ໂລກໄດ້ເຫັນຢ່າງຮູບປະທໍາແລ້ວວ່າ ເປັນປະເທດທີ່ເຮັດແທ້ທໍາຈິງໃນການຊຸກຍູ້ສົ່ງເສີມການພັດທະນາສີຂຽວຂອງໂລກ ແລະ ຈີນຈະຍັງສືບຕໍ່ເປີດກວ້າງຫຼາຍຂຶ້ນ, ຮ່ວມມືກັບທຸກປະເທດ, ພ້ອມອຸທິດປັນຍາ ແລະ ພະລັງແຮງຂອງຕົນຫຼາຍຂຶ້ນກວ່າເກົ່າເພື່ອຮ່ວມກັນສ້າງໂລກທີ່ສະອາດ ແລະ ງົດງາມ. ປະຫວັດສາດຈະຈົດຈຳການເລືອກຂອງແຕ່ລະປະເທດ ແລະ ການເວລາຈະພິສູດວ່າໃຜຄືຜູ້ປົກປ້ອງໂລກໜ່ວຍນີ້ຢ່າງແທ້ຈິງ.




