ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄຳວ່າ: “ເຂົ້າຈີ່” ໄດ້ແກ່ເຂົ້າໜຽວເຮັດເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າ ເຂົ້າຈີ່ ກຳນົດການເຮັດໃນເດືອນສາມ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້ ແຕ່ໂດຍລວມແມ່ນເຮັດໃນມື້ເພັງເດືອນສາມ ຈະຮຽກວ່າບຸນເດືອນສາມກໍໄດ້.
ພິທີເຮັດ: ສາຣະວັດ ບອກເລົ່າປ່າວເຕືອນຊາວບ້ານໃຫ້ໄປເຕົ້າໄປໂຮມເຮັດບຸນເຂົ້າຈີ່ຢູ່ທີ່ວັດ ຈັດແຈງຫາເຄື່ອງຂອງຕ່າງໆໄປພ້ອມເປັນຕົ້ນ ເຂົ້າທີ່ຈະຈີ່ ເຄື່ອງທາເຂົ້າຈີ່ ໃຫ້ຫອມແຊບ ມັນ, ຈັດຕຽມຫາໄມ້ສຽບເຂົ້າທີ່ຈະຈີ່, ແລະໄມ້ຟືນ ໂຮມກັນຢູ່ວັດ (ບາງທ້ອງຖິ່ນຫາໄວ້ທີ່ເຮືອນໃຜເຮືອນລາວ ເຮັດໃຜເຮັດລາວ ແລ້ວເອົາໄປໂຮມກັນຢູ່ວັດ). ຄັນຕື່ນເຊົ້າຂຶ້ນມາກໍພາກັນມາດັງໄຟ ຢູ່ທີ່ວັດແຕ່ເຊົ້າ ເຮັດເປັນກອງໃຫຍ່ ແລະກະວ່າຈີ່ເຂົ້າສຸກ ໃຫ້ພໍດີກັບພຣະສົງສັນຈັງຫັນ. ເມື່ອດັງໄຟຕິດເປັນຖ່ານແລ້ວ ປັ້ນເຂົ້າໜຽວໂຮຍເກືອກະໃຫ້ຄົບຈຳນວນ ພຣະເນນໃນວັດ ແລ້ວສຽບໃສ່ໄມ້ຂາງໄຟ ໃກ້ຈະສຸກ ເອົາໄຂ່ໄກ່ທາໃຫ້ທົ່ວ ແລ້ວຂາງໄຟອີກ ຈົນໄຂ່ເຫລືອງສຸກດີ ຈຶ່ງເອົາອອກ ແລ້ວຈັດເປັນພາຮ່ວມກັນກັບອາຫານທຸກຢ່າງທີ່ມີ ນິມົນພຣະພິກຂຸສາມະເນນພາຍໃນວັດມາໂຮມທີ່ຫໍແຈກ. ຫົວໜ້າພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນທາຍົກ ໄຂຝາບາດ ເອົາເຂົ້າຈີ່ໃສ່ບາດ ເມື່ອສຳເຣັດແລ້ວ ຍໍໄປຖວາຍພຣະສົງພ້ອມພາເຂົ້າ ເມື່ອພຣະສັນສຳເຣັດແລ້ວອະນຸໂມທະນາ ຟັງເທດສລອງເຂົ້າຈີ່ ຈົບພິທີຕອນເຊົ້າ, ຕອນບ່າຍ ຟັງເທດໜັງສືລຳຕ່າງໆຈົນເຖິງເວລາຄ່ຳ.
ເຫດແຫ່ງການກະທຳມູນເຫດຂອງບຸນນີ້ ມີໃຈຄວາມວ່າ ພຣະພຸທທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັຕຖີ, ໃນເວລາໃກ້ຈະແຈ້ງ ພຣະອົງໄດ້ເລັງພຣະຍານ ກວດເບິ່ງໃນໝູ່ສັຕໂລກ ກໍປາກົດເຫັນນາງປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພຣະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸຄຄະຕິຢ່າງແນ່ແທ້. ພຣະພຸທທະອົງຊົງມີຄວາມເມຕຕາກະຣຸນາແກ່ສັຕໂລກທຸກໝູ່ເລົ່າ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີມັຄຜົນນິພພານຕາມບາຣະມີຂອງສັຕນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ. ສ່ວນນາງປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສັຽຊີວິດ, ດັ່ງນັ້ນ ພຣະພຸທທະອົງພ້ອມພຣະອານົນທີ່ອຸ້ມບາຕ ຕາມຫລັງ ພຣະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາຕ ໂຜດນາງ.
ເດືອນສາມເປັນເດືອນເກັບກ່ຽວເຂົ້າສຳເລັດ ແລະ ຂົນເຂົ້າຂຶ້ນເລົ້າຂຶ້ນສາງ, ຊາວນາທັງຫລາຍໝົດວຽກງານ ຈຶ່ງມາພາກັນເຮັດບຸນເຂົ້າຈີ່ ຖວາຍແກ່ພຣະສົງ ໂດຍມີເຣື່ອງເລົ່າໄວ້ວ່າ ໃນກາລະປາງກ່ອນ ມີຍິງຄົນນຶ່ງຊື່ ນາງປຸນນະທາສີ ເປັນຍິງທຸກໄຮ້ເຂັນໃຈ ອາໄສຢູ່ ໃນເມືອງຣາຊຄຣຶ ໃນເມືອງນີ້ມີຍິງຍາກໄຮ້ເຂັນໃຈຢູ່ນາງນຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນທາສີຮັບໃຊ້ ເຮືອນເສດຖີຄົນນຶ່ງ ຊື່ວ່າ ນາງ ປຸນນະທາສີ. ວັນນຶ່ງ ເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມາ ນາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳແປ້ງເຂົ້າ ນັ້ນໄປຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ. ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນພຣະພຸທທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫລື້ອມໃສ ໂດຍມາຄຶດວ່າ ຕົວເຮົານີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍ ແລະ ໃຈ ເປັນທາສີ ອາສັຍເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍຄົງເພາະວ່າເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີລໄວ້ໃນຊາດ ປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ວ່າເຮົາໄດ້ພົບພຣະພຸທທະເຈົ້າແລ້ວ ແຕ່ກໍບໍ່ໄດ້ມີຫຍັງ ມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະ ບໍ່ຄຶດວ່າພຣະພຸທທະອົງຈະຮັບສັນໄດ້ ອີກໃຈນຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ຖືວ່າເປັນຂອງສົກກະປົກ ຫລື ຕໍ່າ . ເມື່ອນາງຄຶດໄດ້ດັ່ງນັ້ນແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ: ພັນເຕ ຂ້າແດ່ພຣະອົງຜູ້ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸທທະອົງໄດ້ເປີດບາຕ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທ ທະອົງຈະເດີນທາງໄປບ້ານເສດຖີ ຍ່ອມຈະມີອາຫານອັນປານີດ ມີກິ່ນຫອມ ແລະ ໜ້າສັນທັ້ງນັ້ນ ແລະເຂົ້າຈີ່ທີ່ນາງຖວາຍ ໄປນີ້ ກໍຄົງຈະເອົາໄປຖິ້ມເປັນອາຫານຂອງນົກຂອງກາເປັນແນ່ແທ້.
ພຣະພຸທທະອົງໄດ້ຊາບເຖິງວາຣະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ. ຫລັງຈາກສັນເຂົ້າຈີ່ນັ້ນແລ້ວ ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະທັມມະ ເທສນາ ອະນຸໂມທະນາວ່າ: ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕະນີ່ ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫລື ຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນນຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້ ເພາະວ່າໂພຄະຊັບທີ່ມີຢູ່ກັບຄົນຕະນີ່ນັ້ນ ບໍ່ເປັນປໂຍດອັນໃດເລີຍ ແມ່ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງໄປລ້າໆ ຄັນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະ ກໍບໍ່ໄດ້ຕິດຕາມຕົນໄປສູ່ປໍຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານນ້ອຍ ທີ່ບຸກຄົນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສວັນ ສູ່ສຸຄຕິ ແລະ ເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ. ເມື່ອພຣະພຸທທະເຈົ້າເທສນາຈົບລົງແລ້ວ ນາງປຸນນະທາສີ ໄດ້ສາທຸການໃນ ທານສົມບັດ ທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່.
ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ເລີຍບໍ່ທັນໄດ້ ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສັຽຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສວັນສເວີຍທິພສົມບັດ ມີນາງຟ້າພັນນຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸທທະເຈົ້ານັ້ນແລ.
ບຸນມາຄະບູຊາ
ນອກຈາກເຮັດບຸນເຂົ້າຈີ່ແລ້ວ ຍັງມີບຸນ “ມາຄະບູຊາ” ອີກບຸນນຶ່ງ ບຸນມາຄະບູຊານີ້ ເປັນບຸນສຳຄັນ ກ່ຽວກັບພຣະພຸທສາສນາ ໂດຍສະເພາະບຸນນີ້ໝາຍເຖິງວັນພຣະພຸທເຈົ້າຊົງປະກາດຕັ້ງຫລັກພຣະທັມວິນັຍ ແລະ ຊົງປະກາດກຳນົດ “ວັນຈະປະຣິນິບພານ” ຄືວັນ ຈະຕຸຣົງຄະສັນນິບາດ ແລະ ວັນປົງພຣະຊົນມາຍຸສັງຂານ.
ວັນຈະຕຸຣົງຄະສັນນິບາດ ໝາຍເຖິງວັນພຣະພຸທເຈົ້າຊົງປະກາດຕັ້ງຫລັກພຣະທັມວິນັຍ ຂອງພຣະພຸທສາສນາຂຶ້ນ ແລະ ວັນນັ້ນ ໄດ້ມີເຫດການອັນເປັນອັສຈັນງຶດງໍ້ ກໍມາຄົບປະສົບກັນເຖິງ 4 ປະການ ຄື:
໑. ພຣະອະຣະຫັນສາວົກຂອງພຣະສັມມາສັມພຸທເຈົ້າ ໑.໒໕໐ ຕົນ ມາປະຊຸມພ້ອມກັນທີ່ວັດ ເວລຸວັນມະຫາວິຫານ ໃກ້ເມືອງຣາຊຄຣຶ.
໒. ທ່ານເຫລົ່ານັ້ນ ເປັນເອຫິພິກຂຸ ອຸປະສົມບົດຈາກສໍານັກ ພຣະສັມມາສັມພຸທເຈົ້າທັງນັ້ນ.
໓. ທ່ານເຫລົ່ານັ້ນ ບໍ່ໄດ້ນັດໝາຍກັນ ແລະ ກັນ ບໍ່ມີໃຜເຊື້ອເຊີນກໍມາເອງ.
໔. ວັນນັ້ນ ເປັນວັນປຸນນະມີດິຖີ ພຣະຈັນສເວີຍມາຄະຣຶກເຕັມດວງ ພຣະອົງສະແດງ ໂອວາທປະຕິໂມກ ໃນທີ່ປະຊຸມສົງ ຄືຊົງສະແດງຫົວຂໍ້ທັມຄຳສອນຂອງພຣະສາສນາໄວ້ໂດຍຫຍໍ້ ສາມປະການຄື:
໑ – ສັບພະປາປັດສະ ອະກະຣະນັງ : ການບໍ່ເຮັດຄວາມຊົ່ວທັງປວງ
໒ – ກຸສະລັດສູປະສັມປະທາ : ໃຫ້ເຮັດແຕ່ຄວາມດີ
໓ – ສະຈິດຕະປະຣິໂຍທະປະນັງ : ໃຫ້ເຮັດໃຈຜ່ອງໃສ
ເອຕັງ ພຸດທານະສາສະນັງ : ທັມມະສາມຂໍ້ນີ້ ແມ່ນຄຳສອນຂອງພຣະພຸທເຈົ້າແລະ ທັມມະ ສາມ ປະການນີ້ ເອີ້ນວ່າ ໂອວາທປະຕິໂມກ ຊຶ່ງພຣະພຸທເຈົ້າໄດ້ຊົງສະແດງໂດຍຫຍໍ້ ເປັນຫົວຂໍ້ຄຳສອນຂອງພຣະພຸທສາສນາໃນທີ່ປະຊຸມສົງ ໑.໒໕໐ ຕົນ.
(ວັນ ປົງພຣະຊົນມາຍຸສັງຂານ ໝາຍເຖິງວັນພຣະພຸທເຈົ້າຊົງປະກາດກໍານົດວັນຈະປະຣິນິບພານ ໃນເດືອນສາມເພັງ ປີມະເສັງ, ນັບແຕ່ພຣະອົງຊົງປະຊວນມາໄດ້ ສາມເດືອນຈຶ່ງສະເດັດດັບຂັນປະຣິນິບພານໃນມື້ເດືອນຫົກເພັງ).
ພິທີເຮັດບຸນ:
ໜ້າທີ່ຂອງ ພິກຂຸສົງ ທຸກວັດ ທຳຄວາມສະອາດສະມະນະບໍຣິຂານ ກຸດວິຫານ ເດີ່ນວັດ ຕລອດທັງພຣະພຸທຮູບ ພຣະສະຖູບເຈດີ ໄມ້ສີມະຫາໂພດ, ປູອາສະນະ, ນ້ຳໃຊ້ແລະນ້ຳສັນ ຕົກແຕ່ງເຄື່ອງສັກກາຣະບູຊາ ພຣະຣັຕນະໄຕຣ ດອກໄມ້ທູບທຽນ ໃຫ້ຫາໄວ້ກ່ອນເວລາ, ສ່ວນທາຍົກ ທາຍິກາ ທຸກບ້ານ, ທຸກເຮືອນ ຕອນເຊົ້າທຳບຸນຕັກບາດ ຖວາຍສັງຄະທານ ແລະສະມາທານສີລ; ຕອນກາງຄືນ ຫາດອກໄມ້ທູບທຽນມາໂຮມກັນຢູ່ທີ່ວັດ, ເມື່ອພຣະສົງປະຊຸມກັນຢືນປະນົມມື ປິ່ນໜ້າຕໍ່ພຣະພຸທຮູບໃນສີມາ ພໍ່ອອກແມ່ອອກຢືນເປັນແຖວ ຢູ່ຂ້າງຫລັງຂອງພຣະສົງ ໄຕ້ທູບທຽນຢືນປະນົມມືຖືເຄື່ອງສັກກາຣະບູຊາ ພຣະສົງຫົວໜ້າກ່າວຄຳບູຊາ ທັງໝົດຕາມຫລັງ ວ່າຄຳບູຊາສຳເຣັດແລ້ວຈັດແຖວແຫ່ທຽນວຽນປະທັກຂິນເບື້ອງຂວາຮອບພຣະສະຖູບເຈດີ ຫລື ສີມາ ສາມຮອບ, ຮອບທີ່ນຶ່ງລະນຶກເຖິງພຸທຄຸນ, ຮອບທີ່ສອງລະນຶກເຖິງທັມມະຄຸນ, ຮອບທີ່ສາມລະນຶກເຖິງສັງຄະຄຸນ. ເມື່ອສຳເຣັດແລ້ວ ເອົາເຄື່ອງສັກກາຣະບູຊາ ໄວ້ໃນສີມຫລືໂຮງທັມ, ຕໍ່ນັ້ນກໍພາກັນໄຫວ້ພຣະສູດມົນ ເມື່ອພຣະສົງສູດສຳເຣັດແລ້ວ ທາຍົກທາຍິກາສູດຕໍ່ໄປ ເມື່ອສູດຈົບແລ້ວ ພຣະສົງເທສນາໂອວາທະປະຕິໂມກ ເມື່ອຈົບແລ້ວ ບາງຄົນກໍກັບບ້ານ ຜູ້ມີສັດທາແກ່ກ້າ ຟັງເຣື່ອງອື່ນຕໍ່ອີກ ຕລອດແຈ້ງກໍມີ.