ກອງປະຊຸມລະດັບສູງ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ (ສປຊ) ປະຈໍາລາວ ໄລຍະປີ 2022-2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2025, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະ ຈຳລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອຮັບຮອງດ້ານຫຼັກການບົດລາຍງານ ການປະເມີນການຈັດຕັັ້ງປະຕິບັດ ຂອບວຽກການຮ່ວມມື ເພືື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026; ນໍາສະເໜີບັນດາຄຳຕອບເປັນທາງການ ຂອງ ສປຊ ຕໍ່ບັນດາຂໍ້ສະເໜີ ທີ່ລະບຸໃນບົດປະ ເມີນຂອງຂອບການຮ່ວມມື; ທົບທວນຄືນກ່ຽວກັບແຜນວຽກຮ່ວມ ປະຈຳປີ 2025 ແລະ ບຸລິມະສິດ ສໍາລັບປີ 2026.ພ້ອມກັນນັ້ນ,ໃນກອງປະຊຸມ ກໍໄດ້ມີການຮ່ວມກັນ ປຶກສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ ທີ່ເປັນກົນໄກສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ບັນດາແຜນພັດທະນາ ຂອງລັດຖະບານ ໃຫ້ສຳເລັດຕາມຄາດໝາຍ ຄຽງຄູ່ກັບຄວາມສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອຮັບປະກັນການອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ໄດ້ຢ່າງໂລ່ງລ່ຽນ,ມີຄຸນນະພາບ ແລະ ຍືນຍົງ ແລະ ຮັບປະກັນວ່າຈະບໍ່ກັບມາສະຖານະພາບເກົ່າອີກ.
ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ຂອງຄະນະກໍາມະການຊີ້ນໍາຮ່ວມ JSC, ຊຶ່ງນອກຈາກເປັນເວທີໃນການປຶກສາຫາລືແລ້ວ ກໍຍັງເປັນກົນໄກທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ ທີ່ໄດ້ໃຫ້ການສະ ໜັບສະໜູນ ໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ທີ່ໄດ້ຮັບຮອງເອົາຂໍ້ກໍານົດແຜນວຽກຂອງຄະນະກໍາມະການ JSC ແລະ ກໍເຊື່ອໝັ້ນວ່າຈະສືບຕໍ່ໃນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເຊັ່ນກັນ. ພິເສດ, ປີນີ້ ແມ່ນເປັນປີຄົບຮອບ 70 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ແລະ ຄົບຮອບ 80 ປີ ຂອງການສ້າງຕັ້ງອົງການ ສປຊ ແລະ ການຮັບຮອງ ກົດບັດ ສປຊ. ສະນັ້ນ, ສປປ ລາວ ແລະ ບັນດາອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ຈະໄດ້ຮ່ວມກັນສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວຮ່ວມກັນ ດ້ວຍການຈັດກິດຈະກຳຕ່າງໆຂຶ້ນ ເປັນຕົ້ນ ການລົງເຜີຍແຜ່, ການຢ້ຽມຢາມ ຫຼື ການພົບປະຂອງການນໍາຂັ້ນສູງ ສປປ ລາວ – ສປຊ.

ໂອກາດນີ້,ທ່ານ ບັກໂຮເດຍ ເບີຄະນ໋ອຟ ໄດ້ເນັ້ນຢໍ້າວ່າ ຄະນະກໍາມະການຊີ້ນໍາຮ່ວມ JSC ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດຂອບວຽກການຮ່ວມມື Lao PDR- UNSDCF 2022-2026 ຮ່ວມກັບ ຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ກອງປະ ຊຸມດັ່ງກ່າວ,ໄດ້ຮັບຮອງບົດລາຍງານການປະເມີນການຈັດຕັັ້ງປະຕິບັດຂອບວຽກການຮ່ວມມື; ຮັບຮອງຜົນຂອງການບໍລິຫານຄຸ້ມຄອງ ສປຊ ຢູ່ ສປປ ລາວ ແລະ ທົບທວນຄືນຜົນສຳເລັດຂອງການຮ່ວມມື ໃນໄລຍະ 1 ປີທີ່ຜ່ານມາ ແລະ ຮ່ວມກັນວາງແຜນທິດທາງການຮ່ວມ ມືຂອງແຕ່ລະຂະແໜງການໃນຕໍ່ໜ້າ ຕາມແຜນການຮ່ວມ ມື ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ກໍຄື ແຜນບຸລິມະສິດ ປະຈຳປີ ຂອງຂະແໜງການພາກລັດ ແນໃສ່ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ເພື່ອຮັບປະກັນວ່າ “ ພວກເຮົາພ້ອມກັນກ້າວໄປ ”.
ກອງປະຊຸມດັ່ງກ່າວ, ໄດ້ດໍາເນີນໄປດ້ວຍບັນຍາກາດ ທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ, ໂດຍຜ່ານການ ປຶກສາຫາລື ແຜນງານຈຸດສຸມການຮ່ວມມື ໃນ 4 ຂົງເຂດບຸລິມະສິດ ກໍຄື ການເປັນຢູ່ທີ່ດີຂອງປະຊາຊົນ; ຄວາມຈະເລີນຮຸ່ງເຮືອງໂດຍລວມ; ການຄຸ້ມຄອງບໍລິຫານລັດ ແລະ ລັດແຫ່ງກົດໝາຍ; ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມສາມາດໃນການປັບຕົວ ຊຶ່ງຈະເປັນບ່ອນອີງສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບການຮ່ວມມື Lao PDR-UNSDCF 2022-2026 ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດໃນຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ.


