ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ປກຊ ໄດ້ລົງກວດກາພື້ນທີ່ຕົວຈິງ ປະເມີນຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ໃນລະຫ່ວາງວັນທີ 27-28 ກໍລະກົດ 2025
ຈາກການເກັບກຳຂໍ້ມູນເບື້ອງຕົ້ນ ຜົນເສຍຫາຍຄັ້ງນີ້ມີທົ່ວບ້ານພຽງຫົ່ງ ມີ 113 ຄອບຄົວ, ຈຳນວນທີ່ໄດ້ຮັບຜົນກະທົບມີ 67 ຄອບຄົວ, ຈຳນວນ 78 ຫຼັງຄາເຮືອນ ມີ 338 ຄົນ ຈຳນວນຄອບຄົວທີ່ເສຍຫາຍ 100% ມີ 41 ຄອບຄົວ ມີ 52 ຫຼັງຄາເຮືອນ, ເສຍຫາຍ 50% ມີ 26 ຄອບຄົວ ມີ 26 ຫຼັງຄາເຮືອນ, ລົດໃຫຍ່ເສຍຫາຍ 15 ຄັນ, ລົດຈັກ 42 ຄັນ.
ນອກນີ້ ຍັງມີເລົ້າເຂົ້າ, ຮ້ານຂາຍເຄື່ອງຕ່າງໆ ແລະ ອື່ນໆອີກ ລວມມູນຄ່າຄວາມເສຍຫາຍເບື້ອງຕົ້ນ 40 ຕື້ກ່ວາກີບ ສະເພາະຄວາມເສຍຫາຍທີ່ຢູ່ອາໄສຂອງປະຊາຊົນ ນອກນີ້ຍັງມີຂົວນ້ຳເນີນ 1 ແຫ່ງ, ຂົວອູ່ 1 ແຫ່ງ, ໝໍ້ແປງໄຟຟ້າ, ເສົ້າໄຟ, ສາຍໄຟ, ເສັ້ນທາງ ແລະ ອື່ນໆອີກ.


ທີ່ມາ: ບຸນມີ ແສງທຸມມີ


