ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ການອະນຸລັກຊ້າງບ້ານ.

Jul 3, 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ສະບັບເລກທີ 979/ຈຂ.ຊຍ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ການອະນຸລັກຊ້າງບ້ານ ຂຶ້ນໃນວັນທີ 3 ກໍລະກົດ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງແກ່ນທ້າວ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ນາຍບ້ານເທດສະການເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມສີ ຊາວພິລາ ຮອງເຈົ້າເມືອງແກ່ນທ້າວ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ວ່າ: ປັດຈຸບັນທົ່ວແຂວງໄຊຍະບູລີ ມີຊ້າງບ້ານ ທີ່ຂຶ້ນບັນຊີ ທັງໝົດ 220 ໂຕ, ໂຕແມ່ 140 ໂຕ, ຊ້າງຈໍານວນດັ່ງກ່າວ ແມ່ນໄດ້ເຄື່ອນໄຫວຢູ່ພາຍໃນແຂວງ 143 ໂຕ, ໂຕແມ່ 87 ໂຕ, ໄປເຄື່ອນໄຫວຢູ່ຕ່າງແຂວງ 26 ໂຕ, ໂຕແມ່ 15 ໂຕ ແລະ ເຄື່ອນໄຫວຢູ່ຕ່າງປະເທດ 51 ໂຕ, ໂຕແມ່ 38 ໂຕ. ນອກຈາກນີ້, ຍັງມີຊ້າງປ່າ ປະມານ 80 ຫາ 100 ກວ່າໂຕ ທີ່ດໍາລົງຊີວິດຢູໃນ ເຂດປ່າສະຫງວນແຫ່ງຊາດນ້ຳປຸຍ ທີ່ກວມພື້ນທີ່ຢູ່ 3 ເມືອງຄື: ເມືອງພຽງ, ເມືອງປາກລາຍ ແລະ ເມືອງທົ່ງມີໄຊ. ຂໍ້ຕົກຂອງເຈົ້າແຂວງ ສະບັບເລກທີ 979/ຈຂ.ຊຍ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ການອານຸລັກຊ້າງບ້ານ ປະກອບມີ 7 ໝວດ, 24 ມາດຕາ ແລະ ປະກາດໃຊ້ນັບແຕ່ປີ 2017 ເປັນຕົ້ນມາ, ຮອດປີ 2025 ເປັນໄລຍະເວລາ 8 ປີ ຍັງບໍ່ທັນມີການປະເມີນ ແລະ ປັບປຸງຂໍ້ຕົກລົງສະບັບນີ້ຈັກເທື່ອ. ເພື່ອເຮັດໃຫ້ ຂໍ້ຕົກລົງມີຄວາມສອດຄ່ອງກັບກົດໝາຍ ແລະ ນິຕິກຳພາຍໃຕ້ກົດໝາຍ ທີ່ອອກມາໃໝ່ນັ້ນ. ການຈັດຕັ້ງປະຕິບັດໄລຍະຜ່ານມາມີໝວດໃດ, ມາດຕາໃດ ທີ່ບໍ່ສອດຄ່ອງຖືກຕ້ອງ ແລະ ມີດ້ານດີ, ດ້ານອ່ອນ ແນວໃດ ? ທ່ານຮອງເຈົ້າເມືອງແກ່ນທ້າວ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ເຊີດຊູຄວາມຮັບຜິດຊອບສູງ, ສຸມແນວຄວາມຄິດ, ສະຕິປັນຍາ ປະກອບຄຳຄິດ-ຄຳເຫັນ ໃສ່ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 979 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ຈາກນັ້ນ, ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານ ວ່າ: ເມືອງແກ່ນທ້າວ ເປັນເມືອງໜຶ່ງ ທີ່ມີປະຫວັດສາດອັນຍາວນານ ປະຊາຊົນ ນຳໃຊ້ຊ້າງຕິດພັນກັບການດຳລົງຊີວິດ ເນື່ອງຈາກວ່າຊ້າງເປັນສັດໂຕໃຫຍ່, ມີຄວາມສະຫຼາດ ແລະ ມີກຳລັງແຮງ ປະຊາຊົນໃນເມື່ອກ່ອນຈິ່ງນຳຊ້າງເປັນພາຫະນະທີ່ສຳຄັນ ເຂົ້າໃນການຂົນສົ່ງສິນຄ້າ, ການລຳລຽງເຂົ້າປາອາຫານ, ນຳໃຊ້ເຂົ້າໃນການລາກແກ່, ມີສ່ວນສຳຄັນໃນການເຮັດສົງຄາມເພື່ອປົກປ້ອງບ້ານເມືອງ ແລະ ພວກເຮົາຖືເອົາການອານຸລັກປົກປັກຮັກສາຊ້າງເປັນສິ່ງທີ່ສຳຄັນ.
ຂ່າວ: ແກ່ນທ້າວ.