ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະເມີນຜົນການແກ້ໄຂການສໍ້ໂກງທາງໂທລະຄົມ(CallCenter) ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ

Jan 9, 2025

ປະເມີນຜົນການແກ້ໄຂການສໍ້ໂກງທາງໂທລະຄົມ(CallCenter) ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ
ກອງປະຊຸມປະເມີນຜົນການແກ້ໄຂການສໍ້ໂກງທາງໂທລະຄົມ(CallCenter) ໄດ້ຈັດຂື້ນໃນວັນທີ 7 ມັງກອນ 2025 ທີເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມເປັນປະທານຂອງ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະຊີ້ນໍາອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ພົຕ ສາຍໃຈ ກົມມະສິດ ຮອງເຈົ້າແຂວງໆບໍ່ແກ້ວ ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແຂວງ, ທ່ານ ກ່າວຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງຊຸມ, ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ລາຍງານການປະເມີນຜົນ ການແກ້ໄຂການເຄື່ອນໄຫວສໍ້ໂກງທາງໂທລະຄົມ(Call center) ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄລຍະ 2022-2024 ວ່າ: ການແກ້ໄຂບັນຫາການເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call center) ຢູ່ເຂດເສດ ຖະກິດພິເສດ ສາມຫຼ່ຽມຄໍາ ໃນໄລຍະຜ່ານມາ ໄດ້ພົບເຫັນການເຄື່ອນໄຫວຕອບແຊັດ ຫຼື ການສໍ້ໂກງທາງໂທລະຄົມຈໍານວນ 306 ຫົວໜ່ວຍ, ມີແຮງງານທັງໝົດ 15.970 ຄົນ, ໃນນີ້ ຄົນລາວ 6.120 ຄົນ ແລະ ຕ່າງປະເທດ 9.868 ຄົນ.
ຜ່ານການຈັດຕັ້ງປະຕິບັດແກ້ໄຂຕົວຈິງ 2 ປີກ່ວາ ສາມາດລົບລ້າງໄດ້ 63 ຫົວ ໜ່ວຍ ກວມ 20,5 %; ໄດ້ຫຍຸບ ຫຼື ສະຫຼາຍຕົວເອງ 46 ຫົວໜ່ວຍ ກວມ 15 % ແລະ ຫັນປ່ຽນສູ່ການເຄື່ອນໄຫວເກມອອນລາຍທີ່ມີການອະນຸມັດທັງຫົວໜ່ວຍໃຫຍ່ ແລະ ສາຂາຈໍານວນ 160 ຫົວໜ່ວຍ ກວມ 52,2 %, ຍັງສືບຕໍ່ກວດກາແກ້ໄຂຈໍານວນ 37 ຫົວໜ່ວຍ, ກວມເອົາ 12 %, ສະຫຼຸບໄດ້ວ່າ ໄດ້ກວດກາແກ້ໄຂສໍາເລັດຕົວຈິງມີ 88%. ສໍາລັບທາງດ້ານແຮງງານ ໄດ້ກັກຕົວສົ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ທັງໝົດມີຈໍານວນ 9 ຄັ້ງ ລວມມີ 1.394 ຄົນ ຍິງ 73 ຄົນ, ພ້ອມຂອງກາງເປັນໂທລະຊັບມືຖື 5.430 ໜ່ວຍ, ຄອມຕັ້ງໂຕະ 1.368 ຊຸດ, ໂນດບຸກ 92 ໜ່ວຍ, ໄອແພັກ 2 ໜ່ວຍ, ຫົວແຈກວາຍໄຟ 14 ອັນ, USB 16 ອັນ.
ໄດ້ສົ່ງຕົວເປົ້າໝາຍໃຫ້ເຈົ້າໜ້າທີ່ຕໍາຫຼວດ ສສ ຫວຽດນາມ ຈໍານວນ 2 ຄັ້ງ ລວມມີ 159 ຄົນ ຍິງ 26 ຄົນ, ພ້ອມຂອງກາງເປັນໂທລະຊັບມືຖື 298 ໜ່ວຍ, ຄອມຕັ້ງໂຕະ 20 ໜ່ວຍ ແລະ ໄດ້ສົ່ງຕົວແຮງງານສັນຊາດອື່ນໆກັບຄືນປະເທດໄດ້ທັງໝົດທັງໝົດ 9 ຄັ້ງ ລວມ 138 ຄົນ, ຍິງ 131 ຄົນ, ໄດ້ຢຶດຂອງກາງເປັນຄອມພິວເຕີຕັ້ງໂຕະ 83 ຊຸດ, ໂນດບຸກ 2 ເຄື່ອງ, ມືຖື 6 ເຄື່ອງ, ເຄື່ອງຮັບສັນຍານດາວທຽມ 2 ຊຸດ ແລະ ສາຍສາກມືຖືຈໍານວນໜຶ່ງ.
ສ່ວນທິດທາງແຜນການໃນຕໍ່ໜ້າ ກະຊວງ ປກສ ຈະໄດ້ສືບຕໍ່ເອົາໃຈໃສ່ຂອດການປະສານງານສົມທົບກັບພາກສ່ວນທີ່ກຽ່ວຂ້ອງ ອ້ອມຂ້າງຂັ້ນສູນກາງ, ແຂວງ, ເມືອງ, ປກຊ-ປກສ ເຂດ ກໍຄືບັນດາໜ່ວຍງານທີ່ຂຶ້ນກັບເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ພ້ອມກັນປຶກສາຫາ ແລະ ກໍານົດທິດທາງແຜນການລະອຽດ ເພື່ອແກ້ ໄຂບັນຫາການເຄື່ອນໄຫວສໍ້ໂກງທາງໂທລະຄົມ(Call center) ຢູ່ເຂດເສດຖະກິດພິ ເສດ ສາມຫຼ່ຽມຄໍາ ໃນໄລຍະປີ 2025 ໃຫ້ມີຄວາມຄ່ອງຕົວກ່ວາເກົ່າ ພ້ອມທັງຮັບປະກັນໄດ້ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ.
ໂອກາດນີ້, ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ເນັ້ນໜັກຕໍ່ຄະນະພັກ, ຄະນະນໍາ, ພະ ນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງດ້ານວຽກງານດັ່ງກ່າວ ເອົາໃຈໃສ່ບາງບັນຫາ ໂດຍສະ ເພາະ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດໃຫ້ແໜ້ນ ເພື່ອໃຫ້ກົມກອງມີຄວາມສະຫງົບ; ຄະນະພັກ-ຄະນະບັນຊາ ຕ້ອງປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບແທດຕົວຈິງ, ບົນພື້ນ ຖານເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ; ສືບຕໍ່ສະເໜີຄົ້ນຄ້ວາ ແລະ ປັບປຸງນິຕິກໍາກ່ຽວກັບການອະນຸມັດ ແລະ ຄຸ້ມຄອງກິດຈະ ການເກມອອນລາຍ ໃຫ້ມີເນື້ອໃນລະອຽດເລິກເຊິ່ງ ແລະ ຮັດກຸມ, ພ້ອມນັ້ນ ກໍສົມ ທົບກັບບໍລິສັດບໍລິຫານຈັດການໄຊເບີລາວ ຫຼື LCM ແຕ່ງຕັ້ງພະນັກງານມາປະຈໍາຢູ່ເຂດ ເພື່ອເຮັດວຽກງານການສະໜອງຂໍ້ມູນ, ການປະສານງານ ແລະ ການຄຸ້ມຄອງຕິດຕາມກວດກາຮ່ວມກັນເປັນປົກກະຕິ; ອອກນິຕິກໍາທີ່ເປັນອັນສະເພາະກ່ຽວກັບການຄຸ້ມຄອງທາງດ້ານວິຊາສະເພາະ, ເຕັກນິກ, ລະບົບການຕິດຕາມ, ກວດກາ, ການເກັບລາຍຮັບ ແລະອື່ນໆ ພ້ອມທັງຄົ້ນຄ້ວາແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຄື່ອນໄຫວປະຕິບັດວຽກງານດັ່ງກ່າວທີ່ເປັນລັກສະນະຍາວນານ ເພື່ອຕິດຕາມກວດກາ ແລະ ຄຸ້ມຄອງພາຍໃນເຂດ, ເຊິ່ງປະກອບມີຜູ້ຕາງໜ້າຈາກຄະນະຄຸ້ມຄອງເຂດ, ສະພາບໍລິຫານເຂດ, ກອງບັນຊາການປ້ອງກັນຄວາມສະຫງົບເຂດ, ບໍລິສັດ LCM, ຂະແໜງແຮງງານ, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງເຕັກໂນໂລຊີ ແລະ ການສື່ສານ, ຂະແໜງການເງິນ ແລະ ລປພ ເຂດ; ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ປີ 2024-2025; ຈັດຕັ້ງປະຕິບັດແຜນດໍາເນີນງານກ່ຽວກັບການຄຸ້ມຄອງ, ເລີກຮື້ອາວຸດເສິກ, ຖານຂໍມູນປະຊາກອນ, ໂຄງການກໍ່ສ້າງສູນບຳບັດ ທີ່ເພື່ອນຊ່ວຍ; ມອບໃຫ້ຄະນະຊີ້ນໍາ, ກົມໃຫຍ່ 503 ແລະ ກົມ 509 ສືບຕໍ່ດໍາເນີນງານແຕ່ລະວຽກໃຫ້ໄປຕາມຈຸດປະສົງ ແລະ ຄາດ ໝາຍທີ່ໄດ້ກໍານົດ.
ຂ່າວ: ພາບ: ໄຊສົງຄາມ