ວັນທີ 4 ມີຖຸນາ 2025 ຄະນະກຳມະການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ລົງປະເມີນເບື້ອງຕົ້ນກ່ຽວກັບການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ເພື່ອໃຫ້ນະຄອນປາກເຊ ໄດ້ຮັບນາມມະຍົດດັ່ງກ່າວ.
ການລົງປະເມີນແມ່ນໄດ້ໄປເບິ່ງຈຸດຕ່າງໆທີ່ເປັນສະຖານທີ່ບໍລິການ, ສະຖານທີ່ສາທາລະນະ ເຊິ່ງເປັນຈຸດກ່ຽວພັນກັບການທ່ອງທ່ຽວ ທີ່ມີນັກທ່ອງທ່ຽວ ຫຼື ມວນຊົນເຂົ້າມາໃຊ້ບໍລິການ ເຊັ່ນ: ສະຖານີລົດໂດຍສານສາຍໃຕ້, ສາຍເໜືອ, ຄິວລົດຈິດປະສົງ, ຕະຫຼາດໃໝ່ປາກເຊ (ດາວເຮືອງ), ສວນສາທາລະນະ, ຮ່ວມນໍ້າໃຈຊາວແຂວງຈໍາປາສັກ, ສວນສາທາລະນະແຄມຂອງ, ສະຖານທີ່ທ່ອງທ່ຽວພູສະເຫຼົ້າ, ວັດຈອມເພັດ, ຮ້ານຂາຍເຄື່ອງຜະລິດຕະພັນຫັດຖະກໍາ. ໃນການລົງປະເມີນຄັ້ງນີ້ຕາມແຕ່ລະຈຸດແມ່ນໄດ້ຮັບຟັງການລາຍງານຈາກຜູ້ຮັບຜິດຊອບສະຖານທີ່ ໃນເລື່ອງຂອງການຮັກສາຄວາມສະອາດ, ການເຮັດໃຫ້ເປັນພື້ນທີ່ສີຂຽວ, ການມີຫ້ອງນໍ້າສະອາດ.
ໂອກາດລົງປະເມີນຄະນະກໍາມະການກໍໄດ້ມີຄໍາແນະນໍາໃຫ້ຜູ້ປະກອບການ ກໍຄືຜູ້ຮັບຜິດຊອບສະຖານທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ທັງນີ້ກໍເພື່ອເປັນພື້ນຖານເຮັດໃຫ້ນະຄອນປາກເຊ ໄດ້ຮັບນາມມະຍົດເມືອງທ່ອງທ່ຽວສະອາດອາຊຽນ ໃນອະນາຄົດນີ້.
ຂ່າວ: ໜັງສືພິມຈຳປາໃໝ່







