ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປັດຈຸບັນຊາວກະສິກອນໃນທົ່ວແຂວງຄໍາມ່ວນ ເກັບກູ້ຜົນຜະລິດພືດລະດູຝົນໄດ້ແລ້ວ 4,418 ເຮັກຕາ

Nov 4, 2024

ໃນລະດູການປູກພືດລະດູຝົນປີ 2024 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກພືດລວມທັງໝົດ 13,261 ເຮັກຕາ, ຄາດຄະເນຜົນຜະລິດ 213,831 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 2,534 ເຮັກຕາ, ຄາດຄະເນຜົນຜະລິດ 27,204 ໂຕນ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າ 10,727 ເຮັກຕາ, ຄາດຄະເນຜົນຜະລິດ 186,627 ໂຕນ .
ຜ່ານການຈັດຕັ້ງປະຕິບັດເນື້ອທີ່ປູກພືດລວມທັງໝົດໄດ້ 22,769 ເຮັກຕາ, ເນື້ອທີ່ເສຍຫາຍຈາກນໍ້າຖ້ວມ 603 ເຮັກຕາ, ເນື້ອທີ່ຍັງເຫຼືອ 22,166 ເຮັກຕາ. ໃນນີ້, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ ປະຕິບັດໄດ້ຕົວຈິງ 2,528 ເຮັກຕາ, ເນື້ອທີ່ເສຍຫາຍ 65 ເຮັກຕາ, ເນື້ອທີ່ຍັງເຫຼືອ 2,463 ເຮັກຕາ; ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 20,241 ເຮັກຕາ, ເນື້ອທີ່ເສຍຫາຍ 538 ເຮັກຕາ, ເນື້ອທີ່ຍັງເຫຼືອ 19,703 ເຮັກຕາ .
ມາຮອດປະຈຸບັນການເກັບກູ້ພືດລວມປະຕິບັດໄດ້ 4,418 ເຮັກຕາ ເທົ່າກັບ 19.93 % . ໃນນີ້, ພືດເພື່ອເປັນສະບຽງອາຫານເກັບກູ້ໄດ້ 355 ເຮັກຕາ ເທົ່າກັບ 14.42 %; ພືດເພື່ອເປັນສິນຄ້າເກັບກູ້ໄດ້ 4,062 ເຮັກຕາ ເທົ່າກັບ 20.62 % .
ພ້ອມກັນນັ້ນຊາວກະສິກອນໃນຈໍານວນ 2 ເມືອງຂອງແຂວງຄໍາມ່ວນຄື : ເມືອງນາກາຍ ແລະ ເມືອງບົວລະພາໄດ້ປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 308 ເຮັກຕາ . ໃນນັ້ນ ເມືອງບົວລະພາ 130 ເຮັກຕາ ແລະ ເມືອງນາກາຍ 178 ເຮັກຕາ .
ສ່ວນວ່າເມືອງທີ່ມີເນື້ອທີ່ແຜນການປູກພືດລວມຫຼາຍກວ່າໝູ່ ແມ່ນເມືອງໄຊບົວທອງ, ເມືອງຄູນຄໍາ, ເມືອງຍົມມະລາດ, ເມືອງນາກາຍ ແລະ ເມືອງທ່າແຂກ .
ທີ່ມາ: ຂ່າວແຂວງຄໍາມ່ວນ