ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກພືດລະດູແລ້ງ ສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ, ຄາດຄະເນຜົນຜະລິດ 56,914 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ, ຄາດຄະເນຜົນຜະລິດ 19,906 ໂຕນ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ, ຄາດຄະເນຜົນຜະລິດ 37,008 ໂຕນ. ຜ່ານການຈັດຕັ້ງປະຕິບັດເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ ມາຮອດປັດຈຸບັນສາມາດປູກພືດລວມໄດ້ແລ້ວ 8,953 ເຮັກຕາ ເທົ່າກັບ 85.05 % ຂອງເນື້ອທີ່ແຜນການປີ. ໃນນັ້ນ, ປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ແລ້ວ 3,264 ເຮັກຕາ ເທົ່າກັບ 86.51 % ແລະ ປູກພືດເປັນສິນຄ້າປະຕິບັດໄດ້ແລ້ວ 5,690 ເຮັກຕາ ເທົ່າກັບ 84.24 % ຂອງເນື້ອທີ່ແຜນການ. ສໍາລັບເມືອງທີ່ມີເນື້ອທີ່ປູກພືດລະດູແລ້ງຫຼາຍກວ່າໝູ່ພາຍໃນແຂວງຄໍາມ່ວນ ປະກອບມີ ເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນ ຕາມລໍາດັບ .
ທີ່ມາ: Khammouane News





