ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປັດຈຸບັນປະຊາຊົນບ້ານໜອງກິນນາລີ ເມືອງ ແລະແຂວງຜົ້ງສາລີ ຈໍານວນ 42 ຄອບຄົວທີ່ໄດ້ຮັບຜົນກະທົບເຂື່ອນໄຟຟ້ານໍ້າອູ 6 ແລະມີຄວາມສ່ຽງດ້ານໄພພິບັດມີຊີວິດການເປັນຢູ່ດີຂື້ນ ພາຍຫລັງອົງການອາຫານໂລກ ຫລື WFP ປະຈຳລາວ ໄດ້ສະໜອງເງິນທຶນຈໍານວນ 1.800.000 ກີບຕໍ່ຄອບຄົວ ເພື່ອ ນໍາໃຊ້ເຂົ້າໃນການປູກພືດຜັກສວນຄົວແລະລ້ຽງສັດ ແນໃສ່ຄໍ້າປະກັນດ້ານສະບຽງອາຫານໃນຄົວເຮືອນ.
ທ່ານ ນາງ ຈັນທະວອນ ກັນທະວົງ ຜູ້ປະສານງານອົງການອາຫານໂລກປະຈຳເມືອງຜົ້ງສາລີ ໃຫ້ຮູ້ວ່າ: ໜອງກິນນາລີເປັນບ້ານໜຶ່ງທີ່ອົງການອາຫານໂລກປະຈຳລາວໃຫ້ການສະໜັບສະໜູນດ້ານທຶນຮອນແກ່ປະຊາຊົນໃນເຂດທີ່ມີຄວາມສ່ຽງດ້ານໄພພິບັດທີ່ໄດ້ຮັບການຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ເພື່ອນໍາໃຊ້ເຂົ້າໃນການປູກຝັງ ແລະລ້ຽງສັດ ໂດຍເນັ້ນໜັກໃສ່ຄອບຄົວທີ່ມີລູກຕ່ຳກວ່າ 5 ປີ ແລະ ແມ່ຍິງຖືພາ ເພື່ອຄໍ້າປະກັນດ້ານສະບຽງອາຫານໃຫ້ພຽງຕໍ່ການບໍລິໂພກໃນຄອບຄົວ. ນອກຈາກນີ້ອົງການອາຫານໂລກຍັງໄດ້ໃຫ້ການຊ່ວຍເຫລືອອຸປະກອນທີ່ນໍາໃຊ້ເຂົ້າໃນການປັບປຸງເສັ້ນທາງເຂົ້າຫາເຂດການຜະລິດກະສິກຳ ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດນີ້ໃຫ້ມີຄຸນນະພາບດີຂື້ນ.
ທ້າວ ບຸນທອນ ແສງລາວັນ ເປັນຄອບຄົວໜື່ງໃນຈໍານວນ 42 ຄອບຄົວທີ່ໄດ້ຮັບທືນຈາກອົງການອາ ຫານໂລກຈໍານວນ 1.800.000 ກີບ ໂດຍນໍາໃຊ້ທືນເຫລົ່ານີ້ໄປຊື້ແນວພັນພືດທີ່ຮັບໃຊ້ໃນຄົວເຮືອນມາປູກ ແລະຊື້ແບ້ມາລ້ຽງ ຊື່ງມາຮອດປັດຈຸບັນເລີ່ມໄດ້ຮັບຜົນຜະລິດທີ່ເປັນຮູບປະທໍາ ແລະຊ່ວຍແກ້ໄຂຊີວິດການເປັນຢູ່ໃນຄອບຄົວໄດ້ເປັນຢ່າງດີ ໂດຍສະເພາະເດັກນ້ອຍໄດ້ກິນອາຫານທີ່ມີປະໂຫຍດ, ຖືກຫລັກໂພສະນາການ. ທ້າວ ບຸນທອນ ແສງລາວັນ ເວົ້າໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການນໍາໃຊ້ທືນທີ່ໄດ້ຮັບມີປະສິດທິພາບ ແລະ ມີຄວາມຍືນຍົງ ສີ່ງສໍາຄັນທີ່ສຸດຕ້ອງມີເປົ້າໝາຍການນໍາໃຊ້ທີ່ແນ່ນອນ ແລະມີຄວາມດຸໝັ່ນ ຈີ່ງຈະປະສົບຜົນສໍາເລັດ.
ບ້ານໜອງກິນນາລີ ເມືອງຜົ້ງສາລີ ມີທັງໝົດ 118 ຫຼັງຄາເຮືອນ, ພົນລະເມືອງ 533 ຄົນ, ຍິງ 226 ຄົນ, ເປັນຊົນເຜົ່າຜູ້ນ້ອຍ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນປູກຊາ, ເຮັດສວນໝາກແໜ່ງ ແລະ ລ້ຽງ ສັດ, ສໍາລັບໂຄງການການຄ້ຳປະກັນດ້ານສະບຽງອາຫານໃນເຂດທີ່ມີຄວາມສ່ຽງໄພພິບັດເລີ່ມຈັດຕັ້ງປະ ຕິບັດຢູ່ບ້ານນີ້ໃນປີ 2022 ເປັນຕົ້ນມາ