ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປັດຈຸບັນ ຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າ ຢູ່ແຂວງບໍ່ແກ້ວ ກວມເອົາ 97,08%

Oct 18, 2024

ເມື່ອບໍ່ດົນມານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ເຊິ່ງນອກຈາກໄດ້ພົບປະກັບ ທ່ານ ທອງຈັນ ມະນິໄຊ ເຈົ້າແຂວງບໍ່ແກ້ວ, ຍັງໄດ້ພົບປະ ພະນັກ ງານຫຼັກແຫຼ່ງພະ ແນກພະລັງງານ ແລະ ບໍ່ແຮ່ ແຂວງ ບໍ່ແກ້ວ.
ໃນໂອກາດນີ້, ທ່ານ ພອນສີ ນໍ່ມະລີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍ່ແກ້ວ ໄດ້ລາຍງານການຈັດຕັ້ງປະຕະບັດວຽກງານໃນໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ຕາມແຜນພັດທະນາພະລັງ ງານ ຂອງສູນກາງ ແລະ ທ້ອງຖິ່ນ, ມາຮອດ ປັດຈຸບັນ ໃນທົ່ວແຂວງ ບໍ່ແກ້ວ ມີໂຄງ ການເຂື່ອນພະລັງງານໄຟຟ້າລວມມີ: ເຂື່ອນໄຟຟ້ານໍ້າທາ1 ມີກໍາລັງຕິດຕັ້ງ 168 MW: ໄດ້ຜະລິດກະແສໄຟຟ້າເປັນປົກກະຕິຕາມສູນບັນຊາການ ລັດວິສາຫະກິດໄຟ ຟ້າລາວ;ເຂື່ອນໄຟຟ້ານໍ້າຍອນ ມີກໍາລັງຕິດຕັ້ງ 3 MW: ໄດ້ສຳເລັດ ແລະ ຜະລິດກະ ແສໄຟຟ້າເປັນປົກກະຕິ; ເຂື່ອນໄຟຟ້ານໍ້າຕົກນໍ້າງາວ ເຂດນໍ້າແສນມີກໍາລັງຕິດຕັ້ງ 15 MW ໄດ້ຜ່ານແບບດັດແກ້ການອອກແບບພື້ນຖານ ແລະ ຮັບຮອງເອົາຫົວ ໜ້າວິສາວະກອນອອກແບບການກໍ່ສ້າງເຂື່ອນໄຟຟ້ານໍ້າງາວ (ນໍ້າແສນ); ເຂື່ອນໄຟຟ້ານໍ້າຕົກປຸ່ງເລາະ (ເມືອງ ເມິງ): ມີກໍາລັງຕິດຕັ້ງ 5 MW ໄດ້ຮັບການຮັບຮອງເອົາແບບພື້ນຖານໃນການກໍ່ສ້າງເຂື່ອນ ສ້າງແຜນງົບປະມານໃນການລົງປັກຫຼັກໝາຍເຂດອ່າງໂຕ່ງຂອງເຂື່ອນ, ເຂື່ອນໄຟຟ້ານໍ້າທາ – ຫາດໝວກ ເມືອງ ຜາອຸດົມ: (ມີກໍາລັງຕິດຕັ້ງ 37,5 MW) ເຊີ່ງປັດຈຸບັນມີຄວາມຄືບໜ້າ 89,98% ຂອງໜ້າວຽກທັງໝົດ ແລະ ຕິດຕາມກວດກາ ຜົນກະທົບຂອງປະຊາຊົນກ່ອນການກັກເກັບນໍ້າ ແລະ ຕາມແລວສາຍສົ່ງ 115 kV ຂອງເຂື່ອນໄຟຟ້ານໍ້າທາ-ຫາດໝວກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ; ເຂື່ອນໄຟຟ້ານໍ້າຕົກນໍ້າຟ້າ: (ມີກໍາລັງຕິດຕັ້ງ 180 ເມກາວັດ): ກໍາລັງຈັດຕັ້ງປະຕິບັດການເຊັນສັນຍາ ຄັ້ງທີ 9 ກັບລັດຖະບານ. ແລະ ເຂື່ອນໄຟຟ້ານໍ້າຂອງປາກແບງ (ມີກໍາລັງຕິດຕັ້ງ 912 ເມກາວັດ) ທີ່ມີເຂດຮອດເມືອງ ປາກທາ ໄດ້ສໍາເລັດການເກັບກໍາຂໍ້ມູນຜົນກະທົບດ້ານສິ່ງແວດລ້ອມ, ປັດຈຸບັນກໍາລັງປະເມີນຄືນກ່ຽວ ກັບຂໍ້ມູນຜົນກະທົບດັ່ງກ່າວ.
ທ່ານໃຫ້ຮູ້ຕື່ມວ່າ: ປະຈຸບັນ ການຊົມໃຊ້ໄຟຟ້າໃນແຂວງ ບໍ່ແກ້ວ ມີ 248 ບ້ານ, ບ້ານທີ່ຊົມໃຊ້ໄຟຟ້າ 241 ບ້ານ, ເທົ່າກັບ 97,18%; ຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າ 35.447 ຄົວເຮືອນ ເທົ່າກັບ 97,08% ຂອງຄົວເຮືອນໃນທົ່ວແຂວງ.
ໃນໂອກາດນີ້ ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ ມີຄໍາເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ສືບຕໍ່ບັນຫາ ວຽກງານທີ່ຍັງຄົງຄ້າງ ໃນການຕິດຕາມຊຸກຍູ້ ໃຫ້ສອດຄ່ອງກັບແຕ່ລະໄລຍະ ເປັນຕົ້ນແມ່ນການເພີ່ມທະວີການຄຸ້ມຄອງ ວຽກງານຂະເເໜງພະລັງງານ ເເລະ ບໍ່ແຮ່ ແລະ ຂະແໜງ ການອື່ນໆ ໃຫ້ມີປະສິດທິຜົນສູງ, ຍົກສູງຄວາມສາມັກຄີເປັນເອກກະພາບ, ຖືສໍາຄັນວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ ພະນັກງານລັດຖະກອນ, ກໍາມະກອນມີແນວຄິດອຸ່ນອ່ຽງ ເພື່ອຍົກສູງຄວາມຮັບຜິດຊອບ, ຕັ້ງໜ້າປະຕິບັດວຽກງານວິຊາການ-ວິຊາສະເພາະ ເປັນສໍາຄັນ ແລະ ຮັບປະກັນຄວາມຖືກຕ້ອງ, ໂປງໃສ ຍຸຕິທຳ ແລະ ເຮັດລອນໜ້າທີ່ ຕາມການຈັດຕັ້ງມອບໝາຍ ເຮັດໃຫ້ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແຂວງ ບໍ່ແກ້ວ, ໄດ້ບັນລຸຜົນສໍາເລັດ ຕາມທິດທາງແຜນການທີ່ວາງໄວ້ ແລະ ວຽກງານອື່ນໆໃຫ້ມີການພັດທະນາໄປເທື່ອລະກ້າວ.
ຂໍ້ມູນຈາກ: ປະສົງໄຊ ໂຄດໂຍທາ