ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປັດຈຸບັນ ມີຜູ້ລົງທະບຽນນໍາໃຊ້ໂທລະສັບມືຖື 6,1 ກວ່າເລກໝາຍ

May 17, 2024

ໃນໂອກາດວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານ ສາກົນ ຄົບຮອບ 159 ປີ (17 ພຶດສະພາ 1865 – 17 ພຶດສະພາ 2024. ທ່ານ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄໍາເຫັນວ່າ: ວັນທີ 17 ພຶດສະພາ ແມ່ນວັນໂທລະຄົມມະນາຄົມສາກົນ ແລະ ທັງເປັນວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານໂລກ ເພື່ອລະລຶກເຖິງວັນສ້າງຕັ້ງ ສະຫະພາບໂທລະຄົມມະນາຄົມສາກົນ ແລະ ການລົງນາມໃນສົນທິ ສັນຍາໂທລະສານສາກົນ ຄັ້ງທໍາອິດ ໃນປີ 1865. ສະນັ້ນ ໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງສະຫະພາບໂທລະຄົມມະນາຄົມສາກົນ ໄດ້ພ້ອມກັນສະເຫລີມ ສະຫລອງວັນດັ່ງກ່າວຢ່າງເປັນຂະບວນໃນທົ່ວໂລກ.
ໃນປີ 2024 ນີ້ ວັນໂທລະຄົມສາກົນ ຄົບຮອບ 159 ປີ ສະຫະພາບໂທລະຄົມມະນາຄົມສາກົນ ໄດ້ສະເຫຼີມສະຫຼອງພາຍໃຕ້ຄຳຂວັນວ່າ: “ນະວັດຕະກໍາດີຈີຕອນ ເພື່ອການພັດທະນາແບບຍືນຍົງ (Digital Innovation for Sustainable Development)”. ນະວັດຕະກໍາດິຈິຕອນ ແມ່ນກະແຈທີ່ສໍາຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ ຂອງບັນດາປະເທດໃນທົ່ວໂລກ.
ໃນຊຸມປີຜ່ານມາ ວຽກງານໂທລະຄົມມະນາຄົມ, ອິນເຕີເນັດ, ເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາ ຂອງ ສປປ ລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ ຮອດປັດຈຸບັນນີ້ ຢູ່ປະເທດເຮົາສາມາດຂະຫຍາຍເຄືອຂ່າຍສາຍສົ່ງດ້ວຍສາຍແກ້ວໃຍແສງ (Optic Fiber) ໃນທົ່ວປະເທດ ໄດ້ 98.524 ກິໂລແມັດ ເຊື່ອມໂຍງທຸກແຂວງ ທຸກເມືອງ ແລະ ບ້ານຈຳນວນຫຼາຍ. ຮອດທ້າຍປີ 2023 ສປປ ລາວ ມີຈຸດເຊື່ອມຕໍ່ສາຍສົ່ງກັບຕ່າງປະເທດຈຳນວນ 18 ຈຸດ ໃນນັ້ນເຊື່ອມຕໍ່ກັບ: ໄທ 06 ຈຸດ, ຫວຽດນາມ 05 ຈຸດ, ກຳປູເຈຍ 02 ຈຸດ, ມຽນມາ 02 ຈຸດ ແລະ ສປ ຈີນ 03 ຈຸດ. ສັນຍານໂທລະສັບມືຖືຄວມຄຸມໄດ້ 18 ແຂວງ, 148 ເມືອງ ແລະ 8.245 ບ້ານ ກວມເອົາ 97% ຂອງຈໍານວນບ້ານທັງໝົດ ໃນນີ້ ແຍກເປັນລະບົບ 3G ກວມ 85%,4G ກວມເອົາ 76% ແລະ ໃນຕົ້ນປີ 2024 ໄດ້ເປີດໃຫ້ບໍລິການອິນເຕີເນັດຄວາມໄວສູງດ້ວຍລະບົບ 5G ໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງບໍ່ແກ້ວ.
ປັດຈຸບັນມີຜູ້ລົງທະບຽນນໍາໃຊ້ໂທລະສັບມືຖື 6.113.455 ເລກໝາຍ ເທົ່າກັບ 100% ຂອງແຜນການ, ແຜນການ 6,5 ລ້ານເລກໝາຍ ແລະ ລົງທະບຽນນໍາໃຊ້ອິນເຕີເນັດ, ລະບົບມີສາຍ ແລະ ຜ່ານລະບົບມືຖື ທັງໝົດ 4.614.752 ບັນຊີ ເທົ່າກັບ 96% ຂອງແຜນການ, ແຜນການ 4,7 ລ້ານ ບັນຊີ. ປັດຈຸບັນນີ້ ມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 5 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດປະເພດ II ຈໍານວນ 3 ບໍລິສັດ, ປະເພດ III ຈໍານວນ 13 ບໍລິສັດ. ປີ 2023 ບັນດາຫົວໜ່ວຍທຸລະກິດເຫຼົ່ານັ້ນ ສາມາດສ້າງລາຍຮັບໄດ້ 5.021 ຕື້ກວ່າກີບ, ມອບພັນທະໃຫ້ລັດ 391,63 ຕື້ກວ່າກີບ. ນີ້ເປັນບາດກ້າວໃໝ່ທີ່ສໍາຄັນໃນການຄຸ້ມຄອງ ແລະ ພັດທະນາວຽກງານໂທລະຄົມມະນາຄົມ, ອິນເຕີເນັດ, ເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາ ຂອງປະເທດເຮົາ ເພື່ອຮັບປະກັນຄວາມປອດໄພໃນການບໍລິການຜູ້ຊົມໃຊ້, ການຂະຫຍາຍການບໍລິການໃຫ້ທົ່ວເຖິງ ແລະ ຮັບປະກັນໃຫ້ແກ່ການຫັນເປັນດິຈິຕອນຂອງ ສປປ ລາວ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ 5 ປີ (2021-2025) ກໍຄືການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ປາກົດຜົນເປັນຈິງ. ເຫດການສຳຄັນທີພົ້ນເດັ່ນທີ່ສຸດໃນປີ 2023 ແມ່ນ ປະທານປະເທດໄດ້ອອກລັດຖະດໍາລັດ ສະບັບເລກທີ 082/ປປທ, ລົງວັນທີ 02 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ ເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ ໂດຍມອບໃຫ້ທ່ານນາຍົກລັດຖະມົນຕີ ເປັນປະທານ, ຮອງນາຍົກລັດຖະມົນຕີ 2 ທ່ານ ເປັນຮອງປະທານ ແລະ ມອບໃຫ້ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ, ຜູ້ປະຈຳການ ຄະນະດັ່ງກ່າວ ປະກອບດ້ວຍບັນດາທ່ານລັດຖະມົນຕີ ແລະ ຫົວໜ້າອົງການຈັດຕັ້ງທຽບເທົ່າ ເປັນຄະນະກຳມະການ. ນີ້ເປັນຂີດໝາຍທີ່ສຳຄັນໃນການຫັນເປັນດິຈິຕອນ ຂອງປະເທດເຮົາ ແລະ ເປັນການມອບໝາຍໜ້າທີ່ການເມືອງທີ່ສຳຄັນໃຫ້ແກ່ຂະແໜງການເຕັກໂນໂລຊີ ແລະ ການສື່ສານ.
ໃນວັນທີ 13 ມີນາ 2024 ຜ່ານມາ ຢູ່ ສປປ ລາວ ໄດ້ມີການຈັດກິດຈະກໍາສະເຫຼີມສະຫຼອງວັນໂທລະຄົມມະນາຄົມ ແຫ່ງຊາດ ໂດຍໄດ້ກຳນົດຄຳຂວັນ ທີ່ວ່າ “ປັບປຸງຄຸນນະພາບການບໍລິ ການໂທລະຄົມມະນາຄົມ ເພື່ອຮອງຮັບການຫັນເປັນດິຈິຕອນ ໃນທົ່ວປະເທດ”.
ໃນໂອກາດສະເຫຼີມສະຫຼອງວັນໂທລະຄົມມະນາຄົມ ແລະ ຂໍ້ ມູນຂ່າວສານໂລກ ທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງໄດ້ນຳໃຊ້ໂທລະຄົມມະນາຄົມ ແລະ ຂໍ້ ມູນຂ່າວສານ, ເປັນຕົ້ນແມ່ນອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃຫ້ມີຜົນປະໂຫຍດສູງສຸດໃນທຸກໆຂົງເຂດວຽກງານ ແລະ ທົ່ວທຸກຂະແໜງການທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງຕົວສູງ, ບໍ່ເຊື່ອໃນການໂຄສະນາເຈັບປ່ວຍຕົວະຍົວະຫຼອກລວງ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຫັນການຜະລິດ ແລະ ການບໍລິການເຂົ້າສູ່ລວງເລິກ, ຍົກສູງສະມັດຕະພາບການຜະລິດ ແລະ ຄຸນນະ ພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ປະສົບຜົນສຳເລັດຢ່າງສະຫງ່າງາມ.
ໃນໂອກາດນີ້, ທ່ານຍັງອວຍພອນໄຊອັນປະເສີດ ມາຍັງບັນດາທ່ານຜູ້ນໍາພັກ-ລັດ, ບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ຕະຫຼອດເຖິງບັນດາຜູ້ປະກອບການທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຊຸກຍູ້ສົ່ງເສີມການຄົ້ນຄວ້າພັດທະນາວຽກງານໄປສະນີ ແລະ ໂທລະຄົມມະນາຄົມຂອງປະເທດເຮົາໃຫ້ກ້າວໜ້າ ແລະ ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ, ຍືນຍົງ, ເຮັດໃຫ້ປະຊາຊົນເຮົາມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
May be an image of 1 person and dais