ປັດຈຸບັນ ລັດຖະບານ ອະນຸຍາດໃຫ້ບໍລິສັດລົງທຶນຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 244 ບໍລິສັດ

ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍຢູ່ໃນກອງປະຊຸມເປີດກວ້າງ ເພື່ອສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ເພື່ອພັດທະນາວຽກງານຂອງຂະແໜງບໍ່ແຮ່ ປະຈຳປີ 2024 ທີ່ຜ່ານມາ ແລະ ວາງແຜນການ ປີ 2025 ເຊິ່ງຈັດຂຶ້ນລະຫວ່າງ ວັນທີ 20-21 ມັງກອນ 2025 ທີ່ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດ ລົງທຶນດ້ານບໍ່ແຮ່ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີທັງໝົດ 244 ບໍລິສັດ, 378 ກິດຈະການ. ໃນນັ້ນ, ມີບໍລິສັດທີ່ກຳລັງດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ຈໍານວນ 25 ບໍລິສັດ, 43 ກິດຈະການ, ໄລຍະກໍ່ສ້າງບໍ່ແຮ່ ຈຳນວນ 58 ບໍລິສັດ, 110 ກິດຈະການ, ບໍລິສັດທີ່ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈຳນວນ 85 ບໍລິສັດ, 149 ກິດຈະການ, ໂຄງການຂຸດຄົ້ນແຮ່ ແລະ ປຸງ ແຕ່ງ ຮຸບແບບທົດລອງ ຈໍານວນ 76 ບໍລິສັດ 76 ກິດຈະການ (ໄດ້ຫັນສູ່ຮູບແບບປົກກະຕິ ຈຳນວນ 15 ບໍລິສັດ ແລະ 2 ບໍລິ ສັດຖອນກິດຈະການ) ແລະ ຂັ້ນທ້ອງຖິ່ນອອກອະນຸຍາດໃນຂອບເຂດທົ່ວປະເທດ ຈຳນວນ 719 ບໍລິສັດ/ຫົວໜ່ວຍ, 777 ກິດຈະການ. ນອກຈາກນີ້, ຍັງມີການອອກອະນຸຍາດປະເພດບໍລິການ ເປັນຕົ້ນ: ໂຮງງານປຸງແຕ່ງແຮ່ທາດທີ່ບໍ່ມີເຂດສຳປະທານເປັນຂອງຕົນເອງ ມີຈໍານວນ 24 ບໍລິສັດ, 25 ກິດຈະການ ແລະ ບໍລິການ ແລະ ທີ່ປຶກສາ ຈຳນວນ 28 ບໍລິສັດ, 35 ກິດຈະການ.
ທ່ານ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ກ່າວຕື່ມວ່າ: ໃນປີ 2024 ມີມູນຄ່າການລົງທຶນເຂົ້າໃນການຜະລິດແຮ່ທາດ ທັງໝົດ: 2,475,092,758 USD, ຖ້າທຽບໃສ່ ປີ 2023 ມູນຄ່າ: 2,432,051,082 USD ເຫັນວ່າເພີ່ມຂຶ້ນ 1.77% ແລະ ຖ້າທຽບໃສ່ແຜນການທິດທາງ (ສະພາຮັບຮອງ) ປີ 2024 ມູນຄ່າ: 1,513,454,812 USD ສາມາດປະຕິບັດໄດ້ລື່ນແຜນການ 63.54%. ມູນຄ່າການຈຳໜ່າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 3,261,274,831 USD, ຖ້າທຽບໃສ່ ປີ 2023 ມູນຄ່າ: 2,878,393,522 USD, ເຫັນວ່າເພີ່ມຂື້ນ 13%, ແລະ ຖ້າທຽບໃສ່ແຜນທິດທາງ ປີ 2024 ມູນຄ່າ 2,005,210,750 USD ເຫັນວ່າສາມາດປະຕິບັດໄດ້ລື່ນແຜນການ 63%.
ທີ່ມາ: ສູນຂ່າວສານພະລັງງານ ແລະ ບໍ່ແຮ່


