ໃນສະຫຼຸບຜົນການຈັດຕັັ້ງປະຕິບັດວຽກງານສົົ່ງເສີມການລົງທຶນໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຢູ່ແຂວງຫຼວງນໍ້າທາ ທີ່ສະເໜີໂດຍ ທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງຫລວງນໍ້າທາ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ແລະ ປຶກສາຫາລືຮັບຮອງຊື່ໂຄງການສ້າງບັນຊີຮຽກການລົງທຶນໃນທົ່ວແຂວງຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນວ່າ: ສະພາບການລົງທຶນເອກະຊົນໄລຍະຜ່ານມາ, ການຈັດຕັັ້ງປະຕິບັດວຽກງານສົົ່ງເສີມ ແລະ ຄຸ້ມຄອງການລົງທຶນໂດຍປະຕິບັດຕາມດໍາລັດວ່າດ້ວຍການຈັດຕັັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການສົົ່ງເສີມ ແລະ ຄຸ້ມ ຄອງການລົງທຶນຂັັ້ນສູນກາງ ແລະ ຂັັ້ນແຂວງ.
ມາຮອດປັດຈຸບັນ, ໂຄງການທີ່ໄດ້ອະນຸຍາດມີທັງໝົດຈໍານວນ 123 ໂຄງການ ເປັນໂຄງການກິດຈະການສໍາປະທານ ມູນຄ່າການລົງທຶນທັງໝົດ 554 ລ້ານກວ່າໂດລາສະຫະລັດ; ໃນນັ້ນ ມີໂຄງການລົງທືນພາຍໃນ 51 ໂຄງການ ມູນຄ່າການລົງທຶນມີ 220 ລ້ານກວ່າໂດລາສະຫະລັດ ແລະ ໂຄງການລົງທຶນ ຕ່າງປະເທດມີ 72 ໂຄງ ການ ມູນຄ່າການລົງທຶນ 333 ລ້ານກວ່າໂດລາ, ສະເໜີເຂົ້າມາໃໝ່ຈໍານວນ 19 ໂຄງ ການ, ອະນຸຍາດໄດ້ 2 ໂຄງການ, ຕໍ່ອາຍຸສັນຍາໄດ້ 1 ໂຄງການ, ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ມີ 5 ໂຄງການ, ຂັັ້ນກະຊວງ ມີ 1 ໂຄງການ ແລະ ຂັັ້ນແຂວງໄດ້ 4 ໂຄງການ ສາມາດເກັບລາຍຮັບຈາກຄ່າເຊົ່າ – ສໍາປະທານຈາກໂຄງການລົງທຶນທັງໝົດໄດ້ 13 ຕື້ກວ່າກີບ, ໂດຍມອບຜ່ານຊັບສິນຂອງແຂວງ, ໄດ້ຊຸກຍູ້ໃຫ້ບໍລິສັດລົງທຶນຈໍານວນ 22 ບໍລິສັດ.
ສ່ວນແຜນການໃນຕໍ່ໜ້າ ຈະສຶບຕໍ່ຄົ້ນຄວ້າເອກະສານການລົງທຶນທີ່ເຂົ້າມາໃໝ່ໃຫ້ໄດ້ 50 ໂຄງການ, ຈັດພິທີເຊັນສັນຍາອານຸມັດໂຄງການສະເໜີໃໝ່ໃຫ້ໄດ້ 3 ໂຄງ ການ. ໃນນັ້ນ, ການລົງທຶນພາຍໃນໃຫ້ໄດ້ 1 ໂຄງການ, ການລົງທຶນຕ່າງປະເທດໃຫ້ໄດ້ 2 ໂຄງການ, ຕໍ່ອາຍຸສັນຍາໂຄງການໃຫ້ໄດ້ 4 ໂຄງການ, ຜ່ານດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງ ທຶນຂັ້ນສູນກາງ ແລະ ຂັ້ນແຂວງ.



