ວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມສຳມະນາລະດົມຄວາມຄິດເຫັນກ່ຽວກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ຂອງກໍາມາທິການບັນດາເຜົ່າ (ກບຜ) ໂດຍການເປັນປະທານຂອງທ່ານ ຄຳຈັນ ໂສຕາປະເສີດ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ; ເຂົ້າຮ່ວມມີຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມສຳມະນາຄັ້ງນີ້ເພື່ອຄົ້ນຄວ້າ ແລະ ລະດົມຄວາມຄິດເຫັນຕໍ່ການປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ໃຫ້ເປັນປຶ້ມທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ, ຖືກຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ເພື່ອຄວາມເປັນເອກະພາບດ້ານເນື້ອໃນຂອງປຶ້ມ 50 ຊົນເຜົ່າ ຂອງກຳມາທິການບັນດາເຜົ່າ ທັງເປັນການຖອດຖອນບົດຮຽນ, ສັງ ລວມຂໍ້ມູນ ເພື່ອເຜີຍແຜ່ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຊື່ເອີ້ນ ແລະ ຈໍານວນຊົນເຜົ່າໃນ ສປປລາວ.
ກອງປະຊຸມໄດ້ຮັບຟັງຜົນການຕີລາຄາການເຜີຍແຜ່ ແລະ ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ, ລົງວັນທີ 24 ພະຈິກ 2008 ກ່ຽວກັບການຮັບຮອງເອົາຊື່ເອີ້ນ ແລະ ຈຳນວນຊົນເຜົ່າ; ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 108/ສພຊ, ລົງວັນທີ 05 ທັນວາ 2018 ວ່າດ້ວຍການຮັບຮອງເອົາຊົນເຜົ່າ ບຣູ; ການຈັດຕັ້ງປະຕິບັດດຳລັດວ່າດ້ວຍວຽກງານຊົນເຜົ່າ ສະບັບເລກທີ 207/ລບ, ລົງວັນທີ 20 ມີນາ 2020; ວິທີການ, ຂັ້ນຕອນຄົ້ນຄວ້າ ແລະ ພິຈາລະນາຊື່ເອີ້ນຊົນເຜົ່າໃນ ສປປລາວ; ການປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດເເຫ່ງຊາດລາວ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ, ກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງປຶ້ມດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ.
ຂ່າວ: ກົງທະນູຄໍາ ພິພັດເສລີ




