ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປັບປຸງເນື້ອໃນລັດຖະທໍາມະນູນ ເພື່ອກຽມສະເໜີກອງປະຊຸມສະໄໝສາມັນເທື່ອທີ 8

Nov 26, 2024

ກອງປະຊຸມເປີດກວ້າງຂອງຄະນະປະຈໍາການຄະນະກໍາມະ ການລະດັບຊາດປັບປຸງລັດຖະທຳມະນູນ ສະບັບປີ 2015 (ຄລຊ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ພະຈິກນີ້ ທີ່ສະພາ ແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຮອງປະທານ ຄລຊ. ມີບັນດາທ່ານຄະນະກຳມະການ ແລະ ອະນຸກຳມະການຕ່າງໆ ຂອງ ຄລຊ ເຂົ້າຮ່ວມ.
ຈຸດປະສົງແມ່ນເພື່ອຮັບປະກັນໃຫ້ການປັບປຸງລັດຖະທໍາມະນູນ ຖືກຕ້ອງຕາມທິດຊີ້ນໍາຂອງສູນກາງພັກ, ມີຄວາມຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ມີຄວາມເປັນເອກະພາບສູງພາຍໃນ ຄລຊ ທັງເປັນບ່ອນອີງນໍາເອົາຮ່າງປັບປຸງເບື້ອງຕົ້ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ປະກອບຄວາມຄິດເຫັນກ່ອນຈະນໍາໄປທາບທາມຕາມຂັ້ນຕອນກໍານົດໄວ້.
ຜູ້ເຂົ້າຮ່ວມໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໃນການ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄວາມເຫັນຢ່າງເລິກເຊິ່ງ ຕໍ່ເນື້ອໃນຈິດໃຈຊີ້ນໍາຂອງກອງປະຊຸມຄົບຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 9 ສະໄໝທີ XI ຕໍ່ການປັບປຸງລັດຖະທໍາມະນູນ ສະບັບປີ 2015; ກວດກາຄືນການປັບປຸງ ແລະ ການເພີ່ມໃໝ່ຂອງບັນດາມາດຕາຕ່າງໆ ລວມທັງການໂຮມມາດຕາ ແລະ ຍຸບບາງມາດຕາ ຂອງລັດຖະທໍາມະນູນ ຖືກຕ້ອງ, ສອດຄ່ອງແລ້ວບໍ່? ໃນນີ້ ມີບາງມາດຕາທີ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ບໍ່ໄດ້ພິຈາລະນາປັບປຸງ, ແຕ່ຄວນປັບປຸງຫຼືບໍ່? ສຳລັບບັນຫາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ໄດ້ບັນຍັດເປັນເນື້ອໃນຢູ່ມາດຕາ 13 ສອດຄ່ອງຫຼືບໍ່; ບົດລາຍງານຄວາມຄືບໜ້າການປັບປຸງລັດຖະທໍາມະນູນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ແລະ ຄໍາຖາມເຈາະຈີ້ມເພື່ອໃຫ້ກອງປະຊຸມສະພາແຫ່ງຊາດປະກອບຄວາມເຫັນ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ