ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປັບໄໝສິນຄ້ານອກລະບົບຢູ່ແຂວງຈໍາປາສັກ

Mar 15, 2025

ປັບໄໝສິນຄ້ານອກລະບົບຢູ່ແຂວງຈໍາປາສັກ
ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ການຄ້າແຂວງ ໄດ້ຮ່ວມກັບເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈໍາປາສັກ ກັກຢຶດລົດຂົນສົ່ງສິນຄ້າ 2 ຄັນ ຄື: ລົດເມໝາຍເລກທະບຽນ ບກ 2778 ຈໍາປາສັກ ແລະ ລົດບັນທຸກ 12 ລໍ້ ຍີ່ຫຍໍ້CHENGLONG ສີປອນ ໝາຍເລກທະບຽນ 74H 003.66 ເຊິ່ງບັນທຸກສິນຄ້າຈໍານວນຫຼາຍ. ຜ່ານການກວດກາ ບໍ່ມີເອກະສານການເສຍພາສີ – ອາກອນ, ດັ່ງນັ້ນ ຈິ່ງໄດ້ກັກລົດຈໍານວນດັ່ງກ່າວພ້ອມດ້ວຍສິນຄ້າ ເຂົ້າມາຫ້ອງການຈາລະຈອນ ປກສ ແຂວງ ແລະ ຫ້ອງການກອງກຳລັງປ້ອງກັນເຄື່ອນທີ່ ປກສ ແຂວງ ເພື່ອດໍາເນີນການສືບສວນ – ສອບສວນ ຕາມຂັ້ນຕອນກົດໝາຍ.
ການກວດກາເບື້ອງຕົ້ນ (ລົດເມ ໝາຍເລກທະບຽນ ບກ 2778 ຈໍາປາສັກ) ພົບເຫັນສິນຄ້າຕົວຈິງ 28 ລາຍ ການ ບໍ່ມີເອກະສານແຈ້ງເສຍພາສີນໍາເຂົ້າຢ່າງຄົບຖ້ວນ ແລະ ໄດ້ນໍາຕົວເຈົ້າຂອງລົດມາສືບສວນ – ສອບສວນ ເພື່ອໃຫ້ໄດ້ຄໍາຕອບໃນການເຄື່ອນຍ້າຍສິນຄ້າ. ສ່ວນລົດບັນທຸກ 12 ລໍ້ ຍີ່ຫຍໍ້ CHENGLONG ສີປອນ ໝາຍເລກທະບຽນ 74H003.66, ກວດພົບເຫັນສິນຄ້າຕົວຈິງ 15 ລາຍການ ທີ່ບໍ່ມີເອກະສານແຈ້ງເສຍພາສີຄົບຖ້ວນ ເຊິ່ງສິນຄ້າທັງໝົດແມ່ນເຄື່ອງອຸປະໂພກ-ບໍລິ ໂພກ.
ເຈົ້າໜ້າທີ່ໄດ້ປັບໄມຕາມລະບຽບກົດໝາຍທີ່ກໍານົດໄວ້ ເຊິ່ງລວມການປັບໃໝສິນຄ້າໃນລົດທັງສອງຄັນເປັນເງິນຕົວຈິງ 371 ລ້ານກວ່າກີບ.
ຂໍ້ມູນ: ໜັງສືພິມຈໍາປາໃໝ່