ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຂ່າແມ່ນ້ຳຢາງຊີກຽງໄດ້ເພີ່ມຂຶ້ນຈາກ 1.012 ໂຕໃນປີ 2017 ມາເປັນ 1.249 ໂຕໃນປັດຈຸບັນ ເຊິ່ງປາຂ່າ 4 ໂຕທີ່ເຕີບໂຕເຂດອະນຸລັກ ໄດ້ກັບຄືນສູ່ແມ່ນ້ຳຢາງຊີກຽງຢ່າງສຳເລັດຜົນ ໂດຍຜ່ານການຝຶກຊ້ອມຕ່າງໆເປັນຢ່າງດີ

May 13, 2025

ປາຂ່າແມ່ນ້ຳຢາງຊີກຽງໄດ້ເພີ່ມຂຶ້ນຈາກ 1.012 ໂຕໃນປີ 2017 ມາເປັນ 1.249 ໂຕໃນປັດຈຸບັນ ເຊິ່ງປາຂ່າ 4 ໂຕທີ່ເຕີບໂຕເຂດອະນຸລັກ ໄດ້ກັບຄືນສູ່ແມ່ນ້ຳຢາງຊີກຽງຢ່າງສຳເລັດຜົນ ໂດຍຜ່ານການຝຶກຊ້ອມຕ່າງໆເປັນຢ່າງດີ
ສູນຄົ້ນຄວ້າເຕັກນິກຂະຫຍາຍພັນ ແລະອະນຸລັກປາຂ່າແມ່ນໍ້າຢາງຊີກຽງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1990 ໂດຍອົງການປົກ ຄອງນະຄອນອູຮັ້ນ ແລະ ສູນຄົ້ນຄວ້າຊີວະສັດນໍ້າສະຖາບັນ ວິທະ ຍາສາດຂອງຈີນ ພາຍໃຕ້ການຊີ້ນໍາໆພາ ແລະສະໜອງດ້ານງົບ ປະມານຈາກກະຊວງກະສິກຳ ແລະຊົນນະບົດຈີນ ເພື່ອຄົ້ນຄວ້າກ່ຽວກັບເຕັກນິກການລ້ຽງ, ການຂະຫຍາຍພັນ ແລະການ ອະນຸ ລັກປາຂ່າໃຫ້ມີຄວາມຍືນຍົງ. ວຽກງານການອະນຸລັກປາຂ່າໃນແມ່ ນໍ້າຢາງຊີກຽງໄດ້ເນັ້ນໜັກໃສ່ 3 ຈຸດສໍາຄັນ ຄື: ການອະນຸລັກກັບທີ່, ນໍາປາຂ່າໄປລ້ຽງໃນສະຖານທີ່ເໝາະສົມ ແລະ ລ້ຽງດ້ວຍຄົນ ຊຶ່ງຮູບແບບການລ້ຽງດ້ວຍຄົນແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ປີ 1992 ເພື່ອນໍາໃຊ້ເຂົ້າໃນການຂະຫຍາຍພັນປາຂ່າສະເພາະ, ປັດຈຸ ບັນສູນຄົ້ນຄວ້າເຕັກນິກຂະຫຍາຍພັນ ແລະອະນຸລັກປາຂ່າແມ່ນໍ້າຢາງຊີກຽງ ມີປາຂ່າທັງໝົດ 12 ໂຕ ໃນນີ້ຈໍານວນ 5 ໂຕແມ່ນລ້ຽງໄວ້ເພື່ອຂະຫຍາຍພັນ. ຄຽງຄູ່ກັບການການຂະຫຍາຍພັນປາຂ່າ ມາດຕະການສໍາຄັນທີ່ຕ້ອງສຸມໃສ່ຈັດຕັ້ງປະຕິບັດແມ່ນການແກ້ໄຂບັນຫາມົນລະພິດດ້ານການຂົນສົ່ງທາງເຮືອ, ມົນລະພິດທາງສຽງຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ທີ່ຢູ່ອາໃສຂອງປາຂ່າ.
ໃນຕໍ່ໜ້ານີ້ພາກສ່ວນກ່ຽວຂ້ອງມີແຜນຕິດຕາມກວດກາ ແລະຄຸ້ມຄອງສິ່ງລົບກວນໃຕ້ນໍ້າໂດຍ ນໍາໃຊ້ເຕັກໂນໂລຊີທີ່ທັນສະ ໄໝເຂົ້າຊ່ວຍ ແລະການມີສ່ວນຮ່ວມຂອງປະຊາຊົນໃນການອະນຸ ລັກປາຂ່າແມ່ນໍ້າຢາງຊີກຽງ. ນອກຈາກນີ້ໃນປີ 2017 ສູນແຫ່ງນີ້ໄດ້ຮ່ວມມືກັບຫ້ອງການຄະ ນະກຳມະການຄຸ້ມຄອງຊັບພະຍາ ກອນການປະມົງອ່າງແມ່ນໍ້າຢາງຊີກຽງ ໂດຍໄດ້ເລີ່ມໂຄງການ ໂຮງ ຮຽນສາທິດການອະນຸລັກປາຂ່າແມ່ນໍ້າຢາງຊີກຽງ ເພື່ອເຜີຍແຜ່ຄວາມຮູ້ໃນການປົກປັກຮັກ ສາປາຂ່າ, ລະບົບນິເວດ ຜ່ານການມີສ່ວນຮ່ວມຂອງໄວໜຸ່ມ ແລະຊຸມຊົນຢ່າງກວ້າງຂວາງ.
ອີງຕາມຂໍ້ມູນເນື່ອງໃນໂອກາດວັນປາໂລມານໍ້າຈືດສາກົນ ໃນວັນທີ 24 ຕຸລາ 2023 ຊີ້ໃຫ້ເຫັນວ່າ: ປາຂ່າ ເປັນສັດທີ່ໃກ້ຈະສູນພັນໃນບັນຊີແດງຂອງອົງການ IUCN ທີ່ພົບເຫັນຢູ່ກຳປູເຈຍ, ໃນແມ່ນໍ້າຂອງ, ມຽນມາ ແລະອິນໂດເນເຊຍ, ອາຍຸສະເລ່ຍຂອງປາໂລມານໍ້າຈືດແມ່ນ ລະຫວ່າງ 30-50 ປີ. ໄພຂົ່ມຂູ່ໃຫຍ່ທີ່ສຸດແມ່ນການຕິດມອງຫາປາ.
ສໍາລັບຢູ່ ສປປລາວ ເປັນປະເທດໜື່ງລຽບຕາມແມ່ນໍ້າຂອງ ໄດ້ສູນເສຍປະຊາກອນປາຂ່າທີ່ເຄີຍອາໃສໃນເຂດວັງນໍ້າເຂດຊາຍ ແດນລະຫວ່າງພາກໃຕ້ຂອງລາວ ແລະພາກເໜືອຂອງກຳປູເຈຍ ໄດ້ຮັບການປະກາດຢ່າງເປັນທາງການ ກ່ຽວກັບການສູນພັນຂອງປາຂ່າໃນປີ 2022. ສະນັ້ນພວກເຮົາທຸກຄົນ ໂດຍສະເພາະບັນດາ ປະທດທີ່ຍັງເຫລືອປະຊາກອນປາຂ່າຫລືໂລມານໍ້າຈືດ ຈົ່ງຮ່ວມ ກັນອະນຸລັກປາຂ່າ ລວມເຖິງສັດນໍ້າຕ່າງໆທີ່ມີຄວາມສ່ຽງໃກ້ຈະສູນພັນໃຫ້ມີຄວາມຍືນຍົງ ເພື່ອຮັກສາສົມດຸນຂອງທຳມະຊາດໃຫ້ຄົນຮຸ່ນຫລັງໄດ້ສຶກສາ, ຮຽນຮູ້ຕໍ່ໄປ.
ໂດຍ: ຈັນທະສອນ ສີຫານາດ