ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃນວັນທີ 21 ພະຈິກ 2025 ທີ່ສະຖານທູດຫວຽດນາມ ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຜູ້ຕາງໜ້າຈາກອົງການ, ວົງຄະນະຍາດຊາວຫວຽດນາມອາໄສຢູ່ລາວ, ພະນັກງານ, ສະມາຊິກພັກ ສະຖານທູດຫວຽດນາມ ປະຈໍາລາວ ເຂົ້າຮ່ວມຮັບຟັງ.

ໃນພິທີ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ລາວ ໄດ້ມີຄໍາເຫັນສະເໜີຫົວຂໍ້ພິເສດ “50 ປີ ແຫ່ງການກໍ່ສ້າງ ແລະ ການພັດທະນາຂອງປະເທດລາວ”. ຈາກນັ້ນ, ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ໃຫ້ກຽດປາຖະກະຖາໂດຍຍົກໃຫ້ເຫັນໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ. ຫວນຄືນ 50 ປີກ່ອນນີ້, ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຝຣັ່ງ ແລະ ຜູ້ມີອຳນາດຢູ່ແຕ່ລະທ້ອງຖິ່ນ. ພາຍຫຼັງ, ທີ່ຈັກກະພັດຝຣັ່ງ ຍອມເຊັນສັນຍາເຊີແນວປີ 1954 ແລະ ຈັກກະພັດອາເມລິກາ ໄດ້ໂດດເຂົ້າມາແທນທີ່ໂດຍໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າຢ່າງໜັກໜ່ວງ ແລະ ສາຫັດກວ່າເດີມ, ການຕໍ່ສູ້ຂອງປະຊາຊົນລາວແມ່ນປະເຊີນກັບສັດຕູໂຕຮ້າຍກາດ ແລະ ເຂັ້ມແຂງທີ່ສຸດ, ແຕ່ກອງທັບ ແລະ ປະຊາຊົນລາວ ເດັດຂາດບໍ່ຍອມຈໍານົນຕໍ່ສັດຕູ ໂດຍໄດ້ຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດມີໄຊ, ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນເກີດຂຶ້ນ ກາຍເປັນສິ່ງມະຫັດສະຈັນທີ່ຖືກຈາລຶກໄວ້ ໃນໜ້າປະຫວັດສາດຂອງຊາດລາວ ເປັນຕົ້ນ:ການຜ່າວົງປິດລ້ອມສັດຕູ ຂອງກອງພັນທີ 2 ຝ່າຍປະເທດລາວ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ, ການຍຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດແບບບົວບໍ່ຊໍ້ານໍ້າບໍຂຸ່ນ ແຕ່ຈັບປາໄດ້ໝົດວັ” ແລະ ເຫດການອື່ນໆ. ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ1975. ສະຫາຍ ລາວປາວຊົງ ນະວົງໄຊ ຍັງຍົກໃຫ້ເຫັນຜົນງານແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄລຍະ 50 ປີຜ່ານມາ; ເສີມຂະຫຍາຍມູນເຊື້ອວັນຊາດທີ 2 ທັນວາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເດັດດ່ຽວຢຶດໝັ້ນອຸດົມການສັງຄົມນິຍົມ ທີ່ພັກກຳນົດໄວ້ຢ່າງໜັກແໜ້ນ, ສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດ ແນໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ພິທີປາຖະກະຖາຄັ້ງນີ້, ຈັດຂຶ້ນເພື່ອໃຫ້ພະນັກງານ, ສະມາຊິກພັກ, ວົງຄະນະຍາດຊາວຫວຽດນາມທີ່ອາໄສຢູ່ລາວ ເຂົ້າໃຈກ່ຽວກັບເສັ້ນທາງປະຫວັດສາດ ແລະ ບັນດາຜົນສຳເລັດອັນໃຫຍ່ຫຼວງຂອງປະເທດລາວອ້າຍນ້ອງໃນໄລຍະ 50 ປີຜ່ານມາ; ເພີ່ມທະວີຄວາມສາມັກຄີ, ຄວາມສະໜິດແໜ້ນ ແລະ ຄວາມເຂົ້າໃຈ ລະຫວ່າງປະຊາຊົນ, ສະມາຊິກພັກ ແລະ ພະນັກງານຂອງຂອງສອງປະເທດລາວ-ຫວຽດນາມ ເພື່ອຍົກສູງປູກຈິດສໍານຶກດ້ານການເມືອງ, ບໍາລຸງສ້າງດ້ານທິດສະດີ, ຊ່ວຍໃຫ້ພະນັກງານ ແລະ ສະມາຊິກພັກແຕ່ລະສະຫາຍສືບຕໍ່ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຕົນເຂົ້າໃນການປະຕິບັດໜ້າທີ່ວຽກງານ, ການສຶກສາ ແລະ ສືບຕໍ່ສ້າງສາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.


