ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

Nov 26, 2025

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ
ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ຈັດປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີໃນວັນທີ 25 ພະຈິກ 2025 ທີ່ກະຊວງດັ່ງກ່າວ ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ເປິກສາສະພາທິດສະດີສູນກາງພັກ, ມີ ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະປະຈໍາພັກ, ຄະນະພັກຮາກຖານ, ສະມາຊິກພັກ, ພະນັກງານກະຊວງ ຍທຂ ເຂົ້າຮ່ວມຮັບຟັງ.
ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ກຽດປາຖະກະຖາ ໂດຍຍົກໃຫ້ເຫັນໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ ໂດຍສະເພາະພາຍຫຼັງທີ່ຈັກກະພັດຝຣັ່ງ ຍອມເຊັນສັນຍາເຊີແນວ 1954 ແລະ ຈັກກະພັດອາເມລິກາ ໂດດເຂົ້າມາແທນທີ່ ໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວຍິ່ງໜັກໜ່ວງກວ່າເກົ່າ, ການຕໍ່ສູ້ຂອງປະຊາຊົນລາວແມ່ນປະເຊີນກັບສັດຕູໂຕຮ້າຍກາດ ແລະ ເຂັ້ມແຂງທີ່ສຸດ, ແຕ່ກອງທັບ ແລະ ປະຊາຊົນລາວເດັດຂາດບໍ່ຍອມຈໍານົນສັດຕູຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດມີໄຊ, ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນຊຶ່ງເປັນສິ່ງມະຫັດສະຈັນຖືກຈາລຶກໄວ້ ໃນໜ້າປະຫວັດສາດຂອງຊາດ ເປັນຕົ້ນ:ການຜ່າວົງປິດລ້ອມຂອງກອງພັນທີ 2 ຝ່າຍປະເທດລາວ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ, ການຍຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດແບບບົວບໍ່ຊໍ້ານໍ້າບໍຂຸ່ນ, ແຕ່ຈັບປາໄດ້ໝົດວັງ ແລະ ເຫດການອື່ນໆ. ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນ ແລະສະຖາປະນາ ສາທາລະນະລັດ ປະຊາປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ພ້ອມນັ້ນ, ສະຫາຍ ຍັງຍົກໃຫ້ເຫັນຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ 50 ປີຜ່ານມາ; ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເດັດດ່ຽວຍຶດໝັ້ນອຸດົມການສັງຄົມນິຍົມ ທີ່ພັກກຳນົດໄວ້ຢ່າງໜັກແໜ້ນ, ສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ໃຫ້ກຽດປາຖະກະຖາວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍຍົກໃຫ້ເຫັນຊີວິດ ແລະການເຄື່ອນໄຫວປະຕິວັດຂອງປະທານໄກສອນ ພົມວິຫານ ກັບພາລະກິດປົດປ່ອຍຊາດ, ຜົນງານ, ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ສະຫາຍຍັງຍົກໃຫ້ເຫັນການເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕັ້ງໜ້າຮໍ່າຮຽນເອົາແບບຢ່າງຄຸນສົມບັດ ສິນທຳປະຕິວັດຂອງປະທານ ໄກສອນພົມວິຫານ. ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະ ຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນ ພາກພຽນຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ. ບັນດາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງເພິ່ນ ພວກເຮົາຈະໄດ້ພ້ອມກັນສືບຕໍ່ຮ່ຳຮຽນເອົາດ້ວຍຄວາມຮັບຜິດຊອບສູງ.
ຂ່າວ-ພາບ: ວັນເພັງ