ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາວັນສ້າງຕັ້ງພັກແຮງງານ ເກົາຫຼີ

Oct 3, 2024

ວັນ​ທີ 2 ຕຸລາ ນີ້, ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະ ທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານ ເກົາຫຼີ ຄົບຮອບ 79 ປີ (10 ຕຸລາ 1945 – 10 ຕຸລາ 2024) ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ​ພ້ອມທັງມີ​ການວາງ​ສະ​ແດງ​ຮູບ​ພ​າບ, ສາຍ​ວິ​ດີ​ໂອ, ສະແດງສິລະປະ ແລະ ປາຖະກະຖາກ່ຽວ​ກັບ​​ຜົນງານມູນເຊື້ອການຕໍ່ສູ້ກູ້ຊາດພາຍໃຕ້ການນໍາພາຂອງພັກແຮງງານເກົາຫຼີໃນໄລຍະຜ່ານມາ ແລະ ການປົກປັກຮັກສາພັດທະນາປະເທດ ສປປ ເກົາຫຼີ.
ໃຫ້ກຽດເຂົ້າ​ຮ່ວມ​ໃນພິທີດັ່ງກ່າວມີ ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນ ກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ; ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ແລະ ພາກສ່ວນກ່ຽວຂ້ອງທັງ ສປປ ເກົາຫຼີ ແລະ ສປປ ລາວ ເຂົ້າຮ່ວມ 400 ກວ່າຄົນ.
ໃນ​ໂອ​ກາດນີ້, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະ ຈຳ ສປປ ລາວ ໄດ້​​ໃຫ້ກຽດຂຶ້ນກ່າວປາຖະກະຖາ ຊຶ່ງມີເນື້ອໃນເວົ້າເຖິງຜົນງານໃນການນໍາພາຂອງພັກແຮງງານເກົາຫຼີ ພາຍໃຕ້ການຊີ້ນໍາໆພາຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ, ຜູ້ນຳພາແສງສະຫວ່າງແນວຄິດຈຸດເຊ ໃນພາລະກິດປະຕິວັດຂອງພັກແຮງງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ ປະທານຄະນະກໍາມະທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ; ໃນປັດຈຸ ບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອຸນ ຜູ້ນໍາທີ່ເຄົາລົບຮັກ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາ ການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີ ການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້້ນເລື້ອຍໆ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງໃນການພັດທະນາກໍຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້.
ພ້ອມດຽວກັນນີ້ ສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ.
ຂ່າວ: ຄຕພ