ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາເນື່ອງໃນໂອກາດວັນເກີດຂອງ ປະທານ ກິມ ອີນ ຊຸງ, ຄົບຮອບ 112 ປີ

Apr 12, 2024

ປາຖະກະຖາເນື່ອງໃນໂອກາດວັນເກີດຂອງ ປະທານ ກິມ ອີນ ຊຸງ, ຄົບຮອບ 112 ປີ
ໃນ​ຕອນ​ເຊົ້າ​​ວັນ​ທີ 09 ເມສາ 2024, ສະມາຄົມມິດຕະ ພາບລາວ – ສປປ ເກົາຫຼີຮ່ວມກັບແຂວງຫຼວງພະບາງ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້​ຈັດພິທີປາຖະກະຖາເນື່ອງໃນໂອກາດວັນເກີດຂອງ ປະທານ ກິມ ອີນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາ ຫຼີ ຄົບຮອບ 112 ປີ (​15/4/1912-15/4/2024) ທີ່ ແຂວງຫຼວງພະບາງ. ໃນໂອກາດດັ່ງກ່າວໄດ້​ມີ​ການວາງ​ສະ​ແດງ​ຮູບ​ພ​າບ, ສາຍ​ວີ​ດີ​ໂອ ແລະ ປາຖະກະຖາກ່ຽວ​ກັບ​​ຊີວິດການເຄື່ອນໄຫວປະຕິວັດ, ຜົນງານບົດບາດການນໍາພາຂອງ ປະທານ ກິມ ອີນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ໃນໄລຍະຜ່ານມາ.
ເຂົ້າຮ່ວມ​ພິທີໃນຄັ້ງນີ້ມີ: ສະຫາຍ ປອ ອາດສະພັງທອງ ສີພັນດອນ, ກໍາມະການ ສູນກາງພັກ, ເຈົ້າຄອງນະຄອນຫຼວງ ວຽງຈັນ, ປະທານ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ; ສະຫາຍ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ; ມີ ບັນ​ດາ​ສະຫາຍ ຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງຈາກ​ພາກ​ສ່ວນທີ່ກ່ຽວຂ້ອງ​ຂອງແຂວງຫຼວງພະບາງ ແລະ ສູນກາງ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັກຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ໃຫ້ກຽດເຂົ້າ​ຮ່ວມ​ຈໍານວນ 350 ກວ່າຄົນ.
ໃນ​ໂອ​ກາດນີ້ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວໄດ້​​ຂຶ້ນກ່າວປາຖະກະຖາເຖິງຜົນງານຊີວິດການເຄື່ອນໄຫວປະຕິ ວັດ ແລະ ການຊີ້ນໍາໆພາຂອງ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ຂອງ ປະຊາຊົນ ສປປ ເກົາຫຼີ ໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາ ວຸດ ແລະ ປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍ່ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ສປປ ເກົາຫຼີ ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງ ກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີໄດ້ຮັບການປັບປຸງດີຂືຶ້ນເລື້ອຍໆ, ອັນໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາ ຂອງ ສປປ ເກົາຫຼີ ກໍ່ຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນຍາດມາໄດ້ ພາຍໃຕ້ການນໍາພາຂອງ ພັກແຮງງານເກົາຫຼີ. ພ້ອມດຽວ ກັນນີ້ ສະຫາຍ ເອກອັກຄະລັດຖະທູດ ກໍ່ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ.
ພາຍຫຼັງ ທີ່ ສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ສໍາເລັດກ່າວປາຖະກະຖາ, ສະຫາຍ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມປາຖາກະຖາທີ່ມີເນື້ອໃນສໍາຄັນ ແລະ ມີຄວາມໝາຍເລິກເຊິ່ງຂອງສະຫາຍ ທູດ ແລະ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນ​ຖືກ​ຕ້ອງ, ເດັດດ່ຽວ, ເຂັ້ມແຂງ ຂອງ​ພັກ​ແຮງ​ງານ​ເກົາ​ຫຼີ, ອັນ​ມີ ສະ​ຫາຍ ກິມ ເຈິງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດ ຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີນັ້ນ, ປະ​ຊາ​ຊົນ ສ​ປ​ປ ເກົາ​ຫຼີ ອ້າຍ​ນ້ອງ ​ຈະ​ສືບ​ຕໍ່​ຍາດ​ໄດ້​ຜົນ​ສຳ​ເລັດ​ໃໝ່ໃຫຍ່​ຫຼວງກວ່າ​ເກົ່າ ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ ໃຫ້​ມີ​ຄວາມ​ມັ່ງ​ຄັ່ງ ແລະ ເຂັ້ມ​ແຂງ.
ພ້ອມນີ້, ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ໄດ້ມອບອຸປະກອນເຄື່ອງສຽງຈໍານວນໜຶ່ງໃຫ້ແກ່ແຂວງຫຼວງພະບາງ ເພື່ອປະກອບໃສ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຫຼວງ ພະບາງ ລວມຈໍານວນມູນຄ່າທັງໝົດ 131,000,000 ກີບ, ເຊິ່ງມອບໂດຍ ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກໍາມະ ການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ແລະ ຮັບໂດຍ ສະຫາຍ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ.