ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາ ວັນກໍາລັງທະຫານອາສາສະໝັກແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ປີ

Nov 1, 2024

ກະຊວງປ້ອງກັນປະເທດ ຈັດປາຖະກະຖາ ເນື່ອງໃນໂອກາດ ວັນກຳລັງທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ( 30 ຕຸລາ 1949 -30 ຕຸລາ 2024) ໃນວັນທີ 30 ຕຸລາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາວິທິຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນ ໂດຍສະເພາະ ແມ່ນປະຫວັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງ 2 ຊາດ ຫວຽດນາມ-ລາວ ໄດ້ມີການຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ດົນນານ. ການສະຖາປະນາຂອງລັດຖະບານ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ (02/9/1945) ແລະ ລັດຖະບານລາວອິດສະຫລະ (12/10/1945), ພ້ອມກັບວິໄສທັດກວ້າງໄກຂອງ ປະທານ ໂຮ່ຈີ່ມິງ ທີ່ຍິ່ງໃຫຍ່, ເປັນພື້ນຖານທໍາອິດທີ່ໄດ້ນໍາເອົາຄວາມສາມັກຄີ, ການຊ່ວຍເຫລືອເຊິ່ງກັນ ແລະກັນ ລະຫວ່າງສອງປະເທດ ຫວຽດນາມ-ລາວ ຂຶ້ນສູ່ລະດັບສຳພັນສູ້ຮົບທີ່ຍິ່ງໃຫຍ່ໃນປັດຈຸ ບັນ.
ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເປັນຜູ້ທີ່ດີເດັ່ນ ເຊິ່ງໄດ້ຍອມອອກຈາກກປະເທດຊາດ, ເມຍລູກ, ຄອບ ຄົວ, ຍາດພີ່ນ້ອງມາລາວ ເພື່ອປະຕິບັດພາລະກິດສາກົນ, ຮ່ວມ ກັບປະຊາຊົນລາວຕໍ່ສູ້ຕ້ານສັດຕູດຽວກັນ; ພັກ, ລັດ ແລະ ປະຊາ ຊົນລາວ ຖືທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ເປັນເພື່ອນໜິດສະຫາຍ, ລູກນ້ອງທີ່ໃກ້ຊິດ, ສະໜິດສະໜົມ, ຄືຢູ່ຄອບຄົວດຽວກັນ, ພວກເພິ່ນໄປໃສກໍໄດ້ຄວາມຮັກແພງຈາກປະຊາຊົນ, ເປັນທັງພະນັກງານຂົນຂວາຍໂຄສະນາ, ສຶກສາປະຊາ ຊົນລາວບັນດາເຜົ່າກ່ຽວກັບອຸດົມການປະຕິວັດ ແລະ ເປັນນັກ ການທູດ ທີ່ໄດ້ສ້າງຕັ້ງພື້ນຖານໃຫ້ແກ່ສາຍພົວພັນສາມັກຄີພິເສດ, ຫວຽດນາມ-ລາວ ເຊິ່ງໄດ້ກາຍເປັນສານພົວພັນທີ່ຫາຍາກຢູ່ໃນໂລກ.
ຂ່າວ-ພາບ: ຂ່າວສານຫວຽດນາມ ປະຈໍາລາວ
May be an image of 2 people and text