ໃນວັນທີ 9 ກັນຍາ 2024 ນີ້, ກະຊວງປ້ອງກັນປະເທດ ແລະ ສະມາຄົມມິດຕະພາບລາວ-ສປປ ເກົາຫລີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ຈັດປາຖະກະຖາເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 76 ປີ (09/09/1948-09/09/2024) ໂດຍການປາຖະກະຖາຂອງ ສະຫາຍ Kang Sung Ryon ທີ່ປຶກສາທູດ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທັງເປັນປະທານສະມາຄົມມິດຕະພາບ ລາວ-ສປປ ເກົາ ຫລີ, ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍການນໍາ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ Kang Sung Ryon ໄດ້ຍົກໃຫ້ເຫັນເຖິງຜົນງານ ໃນການນໍາພາຂອງພັກແຮງງານເກົາຫລີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫລີ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ປະທານປະເທດແຫ່ງ ສປປ ເກົາຫລີ, ຜູ້ນຳພາແສງສະຫວ່າງແນວຄິດຈຸດເຊ ໃນພາລະ ກິດປະຕິວັດຂອງພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫລີ ໃນຂະ ບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາ ຫລີ, ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານຄະນະກຳມະທິການ ປ້ອງກັນຊາດແຫ່ງ ສປປ ເກົາຫລີ. ໃນປັດຈຸບັນພາຍໃຕ້ການນໍາພາຂອງ ສະ ຫາຍ ກິມ ເຈິງ ອູນ ຜູ້ນຳທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາ ຫລີ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດແຫ່ງ ສປປ ເກົາ ຫລີ ອັນໄດ້ເຮັດໃຫ້ ສປປ ເກົາຫລີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງ ແລະ ປະຊາຊົນ ສປປ ເກົາຫລີ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາ ກໍຄື ຜົນສໍາເລັດອັນໃຫຍ່ຫລວງທີ່ປະຊາຊົນ ສປປ ເກົາຫລີ ຍາດມາໄດ້.
ພ້ອມກັນນີ້, ສະຫາຍ ທີ່ປຶກສາທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ສປປ ເກົາຫລີ ໃນໄລຍະຜ່ານມາ.
ຫລັງຈາກນັ້ນ, ສະຫາຍ ພັອ ແກ້ວສຸວັນ ຜາງພິລາວົງ ຫົວ ໜ້າກົມໂຄສະນາອົບຮົມ, ໃນນາມຄະນະຈັດຕັ້ງໄດ້ສະແດງຄວາມຂອບໃຈ ຕໍ່ການປາຖາກະຖາທີ່ມີເນື້ອໃນສໍາຄັນ ແລະ ມີຄວາມໝາຍເລິກເຊິ່ງຂອງ ສະຫາຍ ທີ່ປຶກສາທູດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມແຂງຂອງພັກແຮງງານເກົາຫລີ, ອັນມີ ສະຫາຍ ກິມ ເຈິງ ອຸນ ຜູ້ນຳທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫລີ, ຜູ້ບັນຊາການສູງສຸດກຳ ລັງປະ ກອບອາວຸດແຫ່ງ ສປປ ເກົາຫລີ ນັ້ນ, ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາປະເທດສັງຄົມນິຍົມໃຫ້ມີຄວາມມັ່ງຄັ່ງ ແລະ ເຂັ້ມແຂງ.
ຂ່າວ: ກິດຕາ
ພາບ: ເກດສະໜາ




