ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

Jan 16, 2025

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-2025) ຂຶ້ນໃນວັນທີ 16 ມັງກອນ 2025, ໂດຍການເປັນປະທານ ແລະ ປາຖະກະຖາໂດຍ ພົທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ເປັນກຽດເຂົ້າຮ່ວມໂດຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນຄະນະພັກ-ຄະນະບັນຊາ, ກົມ-ກອງບັນຊາ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ໂອກາດນີ້, ພົທ ຄໍາລຽງ ອຸທະໄກສອນ ໄດ້ເລົ່າຫວນຄືນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ 76 ປີຜ່ານມາ, ກອງທັບປະຊາຊົນລາວ ໄດ້ກຳເນີດຂຶ້ນໃນທ່າມກາງປະເທດຊາດຖືກພວກລ່າເມືອງຂຶ້ນຝຣັ່ງ ເຂົ້າມາຮຸກຮານ ແລະ ຄອບຄອງ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນ ໃນທົ່ວປະເທດ.
ໃນວັນທີ 20 ມັງກອນ 1949, ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດຂອງ ກອງທັບປະຊາຊົນລາວເຮົາ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ເຊິ່ງນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ, ແຕ່ເພື່ອປົກປັກຮັກສາປະເທດຊາດດ້ວຍນໍ້າໃຈຮັກຊາດ ອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປພ້ອມໆກັນ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນວິທີເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໜຂຶ້ນເທື່ອລະກ້າວ. ທັງນີ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດຮຸ່ນສືບທອດ ໄດ້ຮັບຮູ້, ເຂົ້າໃຈ ປະຫວັດສາດແຫ່ງການກຳເນີດ, ສູ້ຮົບມີໄຊ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ຕະຫຼອດໄລຍະ 76 ປີຜ່ານມາ.
(ຂ່າວ: ບຸນພະຈັນ)