ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຢູ່ເມືອງວຽງໄຊ

Jan 21, 2025

ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຢູ່ເມືອງວຽງໄຊ
………………………………………………………..
ວັນທີ 20 ມັງກອນ 2025 ນີ້, ທີ່ສະໂມສອນຫ້ອງວ່າການ ເມືອງວຽງໄຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025), ໂດຍການປາຖະກະຖາຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ພັນເອກ ລີຄາເຊັບ ອັນເດຣ ເປຣໂຕ ວິດ ທູດປ້ອງກັນຊາດ ແຫ່ງ ສ ຣັດເຊຍ, ມີອໍານາດການປົກຄອງເມືອງວຽງໄຊ, ບັນດາວິຊາການກວດກູ້ລະເບີດບໍ່ທັນແຕກກອງທັບ ລາວ-ຣັດເຊຍ ພ້ອມດ້ວຍພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ ອ້ອມຂ້າງ ກອງບັນຊາການທະຫານເມືອງວຽງໄຊ ເຂົ້າຮ່ວມ.
ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ຍົກໃຫ້ເຫັນປະຫວັດການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຕະຫຼອດໄລຍະ 76 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າໄດ້ດຳເນີນການປະຕິວັດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດໜ້າທີ່ການປະຕິວັດຊາດ ປະຊາທິປະໄຕ ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975. ໃນປະຫວັດສາດ ກອງທັບປະຊາຊົນລາວສ້າງໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຕະຫຼອດມາ ພ້ອມທັງເສີມຂະຫຍາຍ, ເພີ່ມພູນຄູນສ້າງໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ແລະ ສຶກສາອົບຮົມ ເວລາໃດກໍມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ, ພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດ, ຮັກສາເຂດນໍ້າແດນດິນໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ມີຄວາມຈົງຮັກພັກດີ ມີຄວາມບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດ ເດັດດ່ຽວໜຽວແໜ້ນ ພິລະອາດຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ເພື່ອຊາດ ເພື່ອອຸດົມການສັງຄົມນິຍົມ. ຕະຫຼອດໄລຍະ 76 ປີຜ່ານມາ ການກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ ກອງທັບປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່, ສ້າງຜົນງານດີເດັ່ນ ແລະ ວິລະກໍາອັນລໍ້າເລີດໄວ້ໃນໜ້າປະຫວັດສາດຢ່າງສົມກຽດ, ກອງທັບຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ.
ຈາກນັ້ນສະຫາຍ ພັນເອກ ລີຄາເຊັບ ອັນເດຣ ເປຣໂຕ ວິດ ຍັງໄດ້ປາຖະກະຖາວັນສ້າງຕັ້ງເຫຼົ່າຮົບຊ່າງແສງກອງທັບ ແຫ່ງ ສ ຣັດເຊຍ ຄົບຮອບ 324 ປີ ຕື່ມອີກ.