ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 17 ມັງກອນ 2023ນີ້, ຄະນະຊີ້ນຳ ແລະ ຄະນະຮັບພິດຊອບຮ່ວມມື ການກວດກູ້ລະເບີດບໍ່ທັນແຕກ ລາວ-ຣັດເຊຍ- ຣັດເຊຍ-ລາວ ໄດ້ຈັດຕັ້ງພິທີ ປາຖະກະຖາ 2 ວັນປະຫວັດສາດສຳຄັນຂອງຊາດຄື: ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ ( 20 ມັງກອນ 1949 – 20 ມັງກອນ 2023 ) ແລະ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ກອງທັບ ແຫ່ງສະຫະພັນ ຣັດເຊຍ ຄົບ 322 ປີ ( 21 ມັງກອນ 1701 – 21 ມັງກອນ 2023 ) ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ,ມີ ສະຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດຈ ທີ່ປຶກສາທູດຝ່າຍທະຫານສະຫະພັນ ຣັດເຊຍ ປະຈຳ ສປປ ລາວ. ມີຄະນະຊີ້ນຳ,ຄະນະຮັບຜິດຊອບ,ທິມງານກວດ-ກູ້ລະເບີດບໍ່ທັນແຕກປະຈຳພາກສະໜາມທັງສອງຝ່າຍ ແລະ ແຂກຖືກເຊີນຈາກຄະນະນຳເມືອງຂອງເມືອງນາກາຍເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງຮອງຫົວໜ້າກົມໃຫ່ຍການເມືອງກອງທັບໄດ້ກ່າວຫວນຄືນປະຫວັດ ແລະວິລະກໍາອັນລໍ້າເລີດຂອງກອງທັບ ປະຊາຊົນລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ໂດຍປະທານໄກສອນ ພົມວິຫານ ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກນາໆປະການ, ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍໍ່ສູ້ປົດປ່ອຍປະເທດຊາດ, ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ; ມາເຖິງປັດຈຸບັນກອງທັບປະຊາຊົນລາວຍັງເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ, ການສ້າງຕັ້ງກອງທັບປະຊາຊົນລາວວັນທີ 20 ມັງກອນ 1949 ແມ່ນມີຄວາມໝາຍຄວາມສຳຄັນ ແລະບາດກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ., ແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ ເພາະເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດແຫ່ງຊາດ. ຜ່ານຍ່ານທາງ 74ປີ ແຫ່ງການປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະໄລຍະປະຕິບັດພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກອງທັບປະຊາຊົນລາວເຮົາສາມາດສ້າງໄດ້ທາດແທ້, ມູນເຊື້ອອັນສະຫງ່າງາມຂອງຕົນ. ຍ້ອນວ່າກອງທັບປະຊາຊົນລາວແມ່ນກອງທັບປະຕິວັດແບບໃໝ່ຂອງຊົນຊັ້ນກຳມະກອນລາວ, ໂດຍປະຊາຊົນ ແລະຕໍ່ສູ້ເພື່ອສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ເນື່ອງໃນໂອກາດ ວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ກອງທັບ ແຫ່ງສະຫະພັນ ຣັດເຊຍ ຄົບຮອບ 322 ປີ ( 21 ມັງກອນ 1701 – 21 ມັງກອນ 2023 )ນັ້ນ, ສະຫາຍ ພັນເອກ ອານເດຣ ລີຄາເຊັບ ປີໂຕຣວິດຈ ທີ່ປຶກສາທູດຝ່າຍທະຫານສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ກ່າວຫວນຄືນວ່າ: ເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ໄດ້ມີປະຫວັດຄວາມເປັນມາອັນຍາວນານ ແລະ ມີບົດບາດອັນສະຫງ່າລາສີໃນການຮັບໃຊ້ປະເທດຊາດ. ໂຮງຮຽນທະຫານຊ່າງແສງຫຼັງທໍາອິດ, ເປັນບ່ອນຝຶກສ້າງກຳລັງທະຫານຊ່າງແສງ ສໍາລັບກອງທັບຣັດເຊຍ, ໄດ້ຖືກສ້າງຕັ້ງຂຶ້ນໂດຍດໍາລັດຂອງ Peter I ໃນວັນທີ 21 ມັງກອນ 1701. ຕາມລັດຖະບັນຍັດຂອງປະທານນາທິບໍ່ດີ ແຫ່ງ ສະຫະພັນລັດເຊຍ ສະບັບເລກທີ 1370, ລົງວັນທີ 18 ກັນຍາ 1996 ໄດ້ປະກາດສ້າງຕັ້ງວັນເຫຼົ່າຮົບຊ່າງແສງ, ເຊິ່ງໄດ້ຈັດຕັ້ງການສະເຫຼີມສະຫຼອງເປັນປະຈໍາທຸກໆປີ ທົ່ວກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ໃນວັນທີ 21 ມັງກອນ, ເຊິ່ງເປັນຫຼັກຖານຢັ້ງຢືນ ແລະ ຮັບຮູ້ເຖິງຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນການຕໍ່ສູ້ຂອງກຳລັງທະຫານຊ່າງແສງແຕ່ລະໄລຍະ ເຊິ່ງເລີ່ມແຕ່ “ເວລາ Petrine” ຈົນເຖິງປະຈຸບັນ.
ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງກັນປະເທດຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ. ໃນນາມປະທານໄດ້ຮຽກຮ້ອງໃຫ້ບັນດາພະນັກງານ-ນັກຮົບ, ນາຍ ແລະພົນທະຫານ ທົ່ວເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວຄົບຮອບ 74 ແລະ ວັນສ້າງຕັ້ງ ເຫຼົ່າຮົບຊ່າງແສງ ກອງທັບ ແຫ່ງສະຫະພັນຣັດເຊຍ 322 ປີ ເຈົ່ງພ້ອມອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນໄລຍະໃໝ່ ກໍ່ຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດ.
ຂ່າວ: ເກນ ວິໄລສານ.