ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປິດກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14

Mar 11, 2025

ໃນຕອນເຊົ້າວັນທີ 10 ມີນາ 2025, ກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ໄດ້ປິດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ຂອງຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ແລະ ບັນດາຜູ້ນຳພັກ-ລັດຈີນ ໄດ້ເຂົ້າຮ່ວມພິທີ.
ກອງປະຊຸມໄດ້ຮັບຮອງເອົາມະຕິວ່າດ້ວຍບົດລາຍງານວຽກງານຂອງຄະນະກຳມະການປະຈຳ ແລະ ມະຕິວ່າດ້ວຍບົດລາຍງານສະພາບວຽກງານຂໍ້ສະເໜີ ຫຼັງຈາກກອງປະຊຸມ ຄັ້ງທີ 2 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ທີ່ສະເໜີໂດຍກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14.
ກອງປະຊຸມຍັງໄດ້ຮັບຮອງເອົາບົດລາຍງານ ວ່າດ້ວຍສະພາບການກວດກາຂໍ້ສະເໜີຂອງກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ແລະ ມະຕິການເມືອງຂອງກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ທີ່ສະເໜີໂດຍຄະນະກຳມະການຂໍ້ສະເໜີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ສະໄໝທີ 14.
May be an image of dais