ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປິດການຝືກຊ້ອມຮ່ວມສອງກອງທັບລາວ-ຈີນ

Nov 22, 2024

ພິທີປິດການຝືກຊ້ອມຮ່ວມສອງກອງທັບ ລາວ-ຈີນ ” ຂະບວນລົດໄຟສັນຕິພາບ 2024 ” ເພື່ອຊ່ວຍເຫຼືອມະນຸດສະທຳດ້ານການແພດໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2024 ທີ່ສະຖານີລົດໄຟ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຊີ້ນໍາລວມການຝຶກຊ້ອມຝ່າຍລາວ, ມີສະຫາຍ ພັນເອກ ພິເສດ ຫຼິວ ຢາງ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ຮັບປະກັນພະລາທິການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍນາຍ ແລະ ພົນທະຫານຈາກສອງກອງທັບລາວ-ຈີນເຂົ້າຮ່ວມ .
ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະ ຊາຊົນລາວ, ຄະນະຊີ້ນໍາລວມຝ່າຍລາວ ໄດ້ລາຍງານໃຫ້ຮູ້ວ່າ: ການຝືກຊ້ອມຄັ້ງນີ້ໄດ້ນຳໃຊ້ກຳລັງຈາກສອງກອງທັບລາວ-ຈີນທັງໝົດ 638 ສະຫາຍ, ພາຫະນະເຕັກນິກວິຊາສະເພາະຈຳນວນ 30 ຄັນ, ລົດໄຟການແພດ 1 ຂະບວນ ແລະ ຍົນຂຶ້ນຊື່ 1 ລຳ. ນອກຈາກນີ້, ທັງສອງພາກສ່ວນໄດ້ຊອກຄົ້ນ ແລະ ກອບກູ້ຜູ້ປະສົບໄພຢູ່ເຂດທີ່ເກີດດິນເຈື່ອນທັບຖົມ, ໄດ້ກວດກາ ແລະ ຄັດແຍກລະດັບຄວາມຮ້າຍແຮງຂອງຜູ້ທີ່ຖືກບາດເຈັບ (ຄົນເຈັບໜັກ, ຄົນເຈັບກາງ ແລະ ຄົນເຈັບເບົາ ), ໄດ້ຮ່ວມກັນກອບກູ້ ແລະ ຊ່ວຍເຫຼືອຄົນເຈັບທີ່ມີບັນຫາກ່ຽວກັບລະບົບຫາຍໃຈ, ຮ່ວມກັນຝຶກແອບວີທີແກ້ໄຂ, ປິ່ນປົວ, ການເຄື່ອນຍ້າຍ ແລະ ນຳສົ່ງຜູ້ຖືກບາດເຈັບຈາກຈາກໂຮງໝໍສະໜາມຂັ້ນ 2 ແລະ ໄປຫາໂຮງໝໍຂັ້ນ 3 ທີ່ຂະບວນລົດໄຟສັນຕິພາບດ້ວຍການນຳໃຊ້ລົດແພດສະໜາມນຳສົ່ງ.
ຜ່ານຝຶກຊ້ອມໃນໄລຍະ 7 ວັນຜ່ານມາ, ເຫຼົ່າຮົບເສນາຮັກກອງທັບປະຊາຊົນລາວໄດ້ຮຽນຮູ້ເຕັກນິກການເຊີດຊູປິ່ນປົວຄົນເຈັບເວລາເຄື່ອນຍ້າຍຢູ່ເທິງລົດໄຟ, ຮຽນຮູ້ວິທີນຳສົ່ງຄົນເຈັບທາງອາກາດ ເພື່ອສ້າງສາຍສຳພັນສະໜິດແໜ້ນເພີ່ມຄວາມສາມັກຄີຮັກແພງ ລະຫວ່າງທິມແພດ-ນັກຝຶກຂອງລາວ ແລະ ຈີນ, ແລກປ່ຽນບົດຮຽນຄວາມຮູ້ປະສົບການໃນການກອບກູ້ ແລະ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ແລກປ່ຽນບົດຮຽນໃນການປິ່ນປົວຄົນເຈັບຢູ່ໂຮງໝໍ. ໃນພິທີໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ຝ່າຍຈີນຈໍານວນ 40 ສະຫາຍ; ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຈຳນວນ 110 ສະຫາຍ ແລະ ຕາງໜ້າກໍາລັງຝຶກຊ້ອມຝ່າຍລາວ 10 ສະຫາຍ.
ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍທຸກພາກສ່ວນ, ໃນການຝຶກຊ້ອມຄັ້ງນີ້ນອກຈາກເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິຊາການ-ແພດໝໍ ແລະ ການແລກປ່ຽນບົດຮຽນ-ປະສົບການໃນການປິ່ນປົວແລ້ວ ຍັງເປັນຂີດໝາຍທີ່ສຳຄັນເຖິງການຮັດແໜ້ນຄວາມສາມັກຄີມິດຕະພາບຂອງ ສອງພັກ, ສອງລັດ ກໍຄືືປະຊາຊົນສອງຊາດລາວ-ຈີນ ໃນການກະກຽມຄວາມພ້ອມໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນທຸກສະພາບການ.
ຂ່າວ: ບິກໄຊ