ພິທີປິດຊຸດອົບຮົມໄລຍະສັ້ນໃຫ້ກອງພັນເຄື່ອນທີ່ໄວ ແລະ ໂຮງຮຽນ 303 ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2025, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ຫົວໜ້າກົມ 49, ມີບັນດາຄະນະກົມອອ້ມຂ້າງກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກົມກອງຂຶ້ນກັບ, ຄະນະຊ່ຽວຊານຫວຽດນາມ ພ້ອມດ້ວຍແຂກຖືກເຊີນ ເເລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ສຸລິພົນ ເລື່ອນສົມຫວັງ ຮອງຫົວຫນ້າພະເເນກອົບຮົບ ກົມ 49 ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບການຝຶກອົບຮົມ-ຫັດແອບໄລຍະສັ້ນ 03 ເດືອນ ທີ່ທາງກອງບັນຊາການຕິພິເສດຫວຽດນາມ ມາຊວ່ຍຝຶກລົງເລິກ 04 ວິຊາຫຼັກ ຢູ່ກອງພັນ 428, ກອງພັນໃຫຍ່ 497 ແລະ ຊ່ວຍສ້າງໂຄງການຫຼັກສູດການຮຽນການສອນຢູ່ໂຮງຮຽນ 303 ປະຈໍາປີ 2025, ເຊິ່ງເລີ່ມອົບຮົມຫັດແອບ ແຕ່ວັນທີ 21 ຕຸລາ 2024-08 ມັງກອນ 2025, ໃນນີ້, ມີຫົວຫນ້າຄະນະ ເເລະ ຄະນະຄູຟຶກຈາກ ສ ສ ຫວຽດນາມ 07 ສະຫາຍ, ມີນັກຝຶກອົບຮົບ 104 ສະຫາຍ, ເຊິ່ງໄດ້ຈັດຕັ້ງເປັນ 02 ພາກສວ່ນຄື: ພາກສ່ວນ 01 ແມ່ນອົບຮົມໃຫ້ຄູອາຈານຢູ່ໂຮງຮຽນນາຍສິບຕິພິເສດ 303 ຈໍານວນ 10 ສະຫາຍ ເພື່ອຂຽນໂຄງການຫຼັກສູດຍົກຂັ້ນ ນາຍຮ້ອຍ, ພາກສ່ວນທີ 02 ໄດ້ຈັດຕັ້ງເປັນ 01 ກອງຮ້ອຍ ໃນນັ້ນໄດ້ແບ່ງອອກເປັນ 04 ປີກ ນັກຮຽນຂຶ້ນຫ້ອງຫັດແອບຄື: ປີກຕີພິເສດນໍ້າ, ປີກຕິພິເສດຕົວເມືອງ, ປີກຕີພິເສດບົກ, ປີກຕີພິເສດຕອບໄດ້ໄວ, ພ້ອມທັງໄດ້ຂຽນບົດປະກອບໃສ່ໂຄງຮ່າງຫຼັກສູດ, ດ້ານເນື້ອໃນທິດສະດີ ມີວິທີການຄົ້ນຄ້ວາວິທະຍາສາດ, ວິທີການຄົ້ນຄວ້າວິທະຍາສາດການທະຫານ, ເອກະສານແນະນໍາວິທີການອົບຮົມຮູບແຖວຍຸດທະວິທີຂັ້ນຈຸ ຕີພິເສດ, ເອກະສານປີດຕິພິເສດປິດລັບຫຼອນຕີສັດຕູໃນຂຸມຄອງ, ຫຼັກສູດສິນລະປະຍຸດເຄື່ອນທີ່ພື້ນຖານຂອງຕິພິເສດບົກ, ຫຼັກສູດປິກຕີພິເສດປິດລັບຫຼອມຕີສັດຕູພັກທັບຊົ່ວຄາວ, ຫຼັກສູດປີກຕິພິເສດແກ້ໄຂຊວ່ຍເຫຼືອຕົວປະກັນ, ສ່ວນການອົບຮົມຫັດແອບດ້ານສິລະປະຍຸດ-ຍຸດທະວິທີ ປະກອບມີ ສີລະປະຍຸດ-ຍຸດທະວິທີຕິພິເສດນໍ້າ, ຕີພິເສດບົກ, ຕິພິເສດຕົວເມືອງ, ຕິພິເສດຕອບໂຕ້ໄວ, ເຊິ່ງຜ່ານການອົບຮົມຫັດແອບສາມາດຕີລາຄາໄດ້ ໃນການຮຽນ-ການສອນ, ໂຄງການຫຼັກຂຽນຫຼັກສູດຂັ້ນນາຍຮ້ອຍ, ແມ່ນມີການເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດກົດລະບຽບ, ຜ່ານຜ່າຄວາມ ຫຍຸ້ງຍາກ, ສາມາດກໍາໄດ້ເນື້ອໃນພື້ນຖານຂອງແຕ່ລະບົດ, ເອົາໃຈໃສ່ຄົ້ນຄວ້າຫັດແອບຮໍ່າຮຽນຮູ້ໜູນໃຊ້ສິນລະປະຍຸດ-ຍຸດທະວິທີ ເພື່ອແກ້ໄຂໄດ້ຂອງບັນດາກໍລະນີຍຸດທະວິທີຮູ້ຈັກນໍາໃຊ້ເຂົ້າໃນ ເງື່ອນໄຂສູ້ຮົບຕົວຈິງ, ສາມາດສະເລ່ຍຕີລາຄາໄດ້ 100% ຮັບປະກັນຄວາມປອດໄພ ທາງດ້ານຄົນ ແລະ ວັດຖຸອຸປະກອນ. ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ຄະນະຊ່ຽວຊຽນ ຫວຽດນາມ ຈຳນວນ 07 ສະຫາຍ ເເລະ ມອບໃບຢັ້ງຢືນໃຫ້ນັກອົບຮົມໄລຍະສັ້ນລາວ-ຫວຽດນາມ ຕື່ມອີກ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນການອົບຮົມຫັດເເອບໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນັກຝຶກອົບຮົມເອົາໃຈຍົກສູງຄວາມຮັບຜິດຊອບ ຕໍ່ວຽກງານທີ່ໄດ້ມອບໝາຍໃຫ້, ມີນ້ຳໃຈສູ້ຮົບສູງໃນການປະຕິບັດໜ້າທີ່, ເສີມຂະຫຍາຍມູນເຊື້ອຮັກຊາດອັນດີງາມ, ຖືເອົາການສຶກສາອົບຮົມການເມືອງ – ແນວຄິດດ້ວຍຫຼາຍຮູບການໃຫ້ເເທດເໝາະກັບວິຊາສະເພາະດ້ວຍຫຼາຍວິທີຢ່າງຕໍ່ເນື່ອງ ເພື່ອໃຫ້ມີແນວຄິດຫຼັກໝັ້ນ, ອຸ່ນອ່ຽງທຸ່ນທ່ຽງ ຫ້າວຫັນ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ, ພ້ອມທັງຮຽກຮ້ອງໃຫ້ເເຕ່ລະສະຫາຍຈົ່ງເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ຍຶດຖືນ້ຳໃຈຮັກຊາດຮັກລະບອບໃໝ່, ຫັນເອົາວິຊາສະເພາະທີຮຽນມາຈັດຕັ້ງຜັນຂະຫຍາຍໃນກົມກອງຂອງຕົນໃຫ້ເກີດດອກອອກຜົນ ເເລະ ມີເເບບເເຜນທີທັນສະໄໜສາມາດຮັບປະກັນໄດ້ຄວາມສະຫງົບ ເເລະ ຄວາມປອດໄພ.
ໂດຍ: ສຸກສາຄອນ











